ແຟງລັງ: ຄູສອນທີ່ຄັດເປັນພິເສດ

- math teacher - ແຟງລັງ: ຄູສອນທີ່ຄັດເປັນພິເສດ
- kitchen vibe - ແຟງລັງ: ຄູສອນທີ່ຄັດເປັນພິເສດ

ໂດຍ: ມຶກບໍ່ແຫ້ງ

ຫຼາຍຄົນອາດຮັບຮູ້ຫຼືເຄີຍໄດ້ຍິນຊື່ສຽງຮຽງນາມຂອງປະເທດແຟງລັງໃນນາມປະເທດທີ່ມີລະບົບການ ສຶກສາ ແຫ່ງໜຶ່ງທີ່ຄຸນນະພາບດີທີ່ສຸດໃນໂລກແລະໝາກຫົວໃຈສຳຄັນໃນ ການສ້າງຄຸນນະ ພາບນີ້ຂຶ້ນມາໄດ້ນັ້ນ ແນ່ນອນລະ ຄູສອນ ເປັນອົງປະກອບທີ່ສຳຄັນທີ່ເປັນພື້ນຖານທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ແຟງລັງ: ຄູສອນທີ່ຄັດເປັນພິເສດ

ແຟງລັງໄດ້ຮັບການຍົກຍ້ອງຈາກສາກົນວ່າມີລະບົບການສຶກສາທີ່ສາມາດສ້າງໃຫ້ເດັກນ້ອຍ ມີຄວາມສາມາດ ແລະສະຫຼາດຫຼັກແຫຼມ ດ້ວຍວິທີການບາງອັນຄື ໃຫ້ເດັກນ້ອຍມີເວລາຫຼິ້ນຫຼາຍໆ, ມີວຽກບ້ານ ໜ້ອຍໆ ແລະບໍ່ໄດ້ເອົາການສອບເສັງມາເປັນສິ່ງວັດແທກການຮຽນ ການສອນແຕ່ຢ່າງໃດ ເຊິ່ງສິ່ງນີ້ໄດ້ເຮັດໃຫ້ນັກ ຮຽນ ແລະນັກສຶກສາຢູ່ແຟງລັງ ມີໂອກາດໄດ້ຮຽນຮູ້ຫຼາຍຂຶ້ນ ແທນທີ່ຈະກົ້ມໜ້າອ່ານໜັງໜັງສືເພື່ອສອບເສັງເອົາ ຄະແນນຄືພວກເຮົາ.

ເພາະສະນັ້ນ, ຈຶ່ງຢາກຮູ້ວ່າ ດ້ວຍລະບົບການສຶກສາທີ່ດີ ແລ້ວຄູສອນເດໃນປະເທດນີ້ເພິ່ນມີ ການຄັດເລືອກ ກັນແນວໃດ ແລະມີຄ່າຕອບແທນແນວໃດ?

ອີງຕາມຂໍ້ມູນຂອງສູນການສຶກສາສາກົນ (Center on International Education Benchmark) ໃຫ້ຮູ້ວ່າ ການຄັດເລືອກເອົາຄູສອນຢູ່ປະເທດນີ້ເຄັ່ງຄັດພິລຶກ ເພາະໃນຜູ້ສະໝັກເປັນຄູ 1 ໃນ 10 ຈະຄັດເລືອກເອົາ ຜູ້ດຽວ ເຊິ່ງໂດຍທົ່ວໄປແລ້ວ ຈະເປັນຄູສອນລະດັບອະນຸບານ ຫຼືມັດທະຍົມ ຕ້ອງມີການສຶກສາລະດັບປະລິນຍາໂທ ເສຍກ່ອນ ແລະການຄັດເລືອກນັ້ນ ກໍເອົາແບບວ່າ ຜູ້ທີ່ເກັ່ງທີ່ສຸດຂອງຮຸ່ນຈຶ່ງສາມາດເປັນຄູສອນໄດ້, ບໍ່ພຽງເທົ່ານັ້ນ ເມື່ອຜ່ານການຄັດເລືອກຂັ້ນຕົ້ນແລ້ວ ຜູ້ຈະເປັນຄູສອນຈະໄດ້ຮັບ ການຕິດຕາມແບບໃກ້ຊິດ ໃນທັກສະການຖ່າຍ ທອດຄວາມຮູ້, ແນວຄິດສ້າງສັນ ແລະມີຈັນຍາບັນອັນແຈ່ມແຈ້ງເທົ່ານັ້ນ ຈຶ່ງສາມາດເປັນຄູສອນໄດ້.

ເມື່ອເວົ້າເຖິງເງິນເດືອນຂອງຄູສອນໃນແຟງລັງແລ້ວກໍບໍ່ໄດ້ສູງລື່ນບັນດາປະເທດໃນເອີຣົບຫຼາຍປານໃດ ຫຼືເອີ້ນວ່າເກືອບບໍ່ແຕກຕ່າງກັນເລີຍ ແຕ່ມັນກໍຍັງສູງພິລຶກຖ້າທຽບໃສ່ພວກເຮົາ ຄືຄູ ສອນໃນລະດັບມັດທະຍົມຕອນ ຕົ້ນ ແມ່ນເລີ່ມແຕ່ 34.720 ໂດລາຕໍ່ປີ ຫຼືປະມານ 27 ລ້ານກວ່າກີບຕໍ່ເດືອນ ເຊິ່ງຕົວເລກນີ້ເມື່ອທຽບກັບບັນດາປະເທດທີ່ເປັນສະມາຊິກ ຂອງອົງການການຮ່ວມມືທາງເສດຖະກິດ ແລະການພັດທະນາ (OECD) ຖືວ່າສູງກວ່າ ໜ້ອຍຫນຶ່ງ.

ເປັນສິ່ງຂ້ອນຂ້າງຈະແຈ້ງວ່າເງິນເດືອນສຳລັບຄູສອນໃນແຟງລັງກໍບໍ່ໄດ້ລື່ນປະເທດທີ່ຮັ່ງມີໃນລະດັບດຽວ ກັນພໍເທົ່າໃດແຕ່ການເປັນຄູສອນໃນແຟງລັງແມ່ນມີກຽດສູງສຸດໃນສາຍ ອາຊີບ ຂອງຄົນໃນປະເທດກໍວ່າໄດ້, ແລ້ວ ຍ້ອນຫຍັງລະ? ເງິນເດືອນອາດບໍ່ແມ່ນປັດໄຈສຳຄັນ ແຕ່ເຫດຜົນສຳຄັນຄື ການໄດ້ເປັນຄູສອນໃນແຟງລັງນັ້ນ ຈະຖືວ່າໄດ້ຄວາມເຄົາລົບນັບຖື ເປັນຢ່າງສູງໃນທົ່ວສັງຄົມ ເໜືອກວ່າຜູ້ທີ່ມີຕຳແໜ່ງຫົວໜ້າກົມ ຫຼືລັດຖະມົນຕີຊໍ້າອີກ ເພາະຂັ້ນຕອນການຄັດເລືອກຄູນັ້ນ ເຄັ່ງຄັດຄືວ່າມາ, ນອກນັ້ນ ລະບົບການສຶກສາ ໃນແຟງລັງຍັງໃຫ້ຄວາມເປັນ ອິດສະຫຼະແກ່ຄູສອນໃນການສອນໄປຕາມຫຼັກສູດທີ່ສ້າງມາ ແລະປະດິດຄິດສ້າງວິທີການສອນທີ່ສ້າງສັນ, ນອກ ນັ້ນ ການເປັນຄູສອນໃນປະເທດນີ້ ມີໂອກາດໃນການຮຽນຮູ້ທີ່ຫຼາກຫຼາຍ ໂດຍສະເພາະການເຮັດບົດຄົ້ນຄວ້າ ເພາະ ສະນັ້ນ ການເປັນຄູສອນໃນແຟງລັງຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກຄົນພາຍໃນປະເທດ.

ເລື່ອງຄູສອນໃນປະເທດແຟງລັງນັ້ນພະຍາຍາມບອກພວກເຮົາວ່າ ລະບົບການສຶກສາທີ່ດີ ຕ້ອງມີຄູສອນ ທີ່ເກັ່ງ ຜ່ານການຄັດເລືອກທີ່ເຄັ່ງຄັດເຊິ່ງໄດ້ສ້າງຈິດສຳນຶກໃຫ້ປວງຊົນໄປໃນ ຕົວກ່ຽວກັບຄວາມສຳຄັນຂອງການ ເປັນຄູ ຄືຜູ້ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອເປັນຜູ້ຂັບເຄື່ອນການພັດທະນາຂອງຊາດໄປໃນຈັງຫວະທີ່ດີ.

- 3 - ແຟງລັງ: ຄູສອນທີ່ຄັດເປັນພິເສດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!