ກອງປະຊຸມໃຫ່ຍຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ 11 ນີ້ ຈົ່ງເລືອກເອົາຄົນດີ ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ມີສຸຂະພາບແຂງແຮງ ເຂົ້າມາບໍລິຫານບ້ານເມືອງ


ໂດຍ: ລູກເມືອງພວນ
ປັດຈຸບັນພັກເຮົາກຳລັງດຳເນີນກອງປະຊຸມ 3 ຂັ້ນຢ່າງເຄັ່ງຮ້ອນ ຢູ່ໃນທ້ອງຖິ່ນ, ກະຊວງ ທະບວງກົມ ໃນທົ່ວປະເທດ ແລະ ມາເຖິງເວລານີ້ ຢູ່ຂັ້ນຮາກຖານ ຖືວ່າສຳເລັດເຊັດສີ້ນໄປເກືອບວ່າໝົດແລ້ວ ແລະ ຂະນະນີ້ ແມ່ນສຸມໃສ່ກະກຽມທຸກສິ່ງທຸກຢ່າງໃຫ້ແກ່ການໄຂກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກທີ່ຈະໄຂຂຶ້ນຢ່າງເປັນທາງການໃນບໍ່ດົນນີ້.
ການຄັດເລືອກເອົາຄົນດີ ຄົນເກັ່ງ ຄົນມີຄວາມຮູ້ ຄວາມສາມາດ ມີສຸຂະພາບແຂງແຮງດີ ເຂົ້າໃນຄະນະບໍລິຫານສູນກາງພັກແມ່ນມີຄວາມສຳຄັນຫຼາຍ ຕໍ່ຊະຕາກຳຂອງປະເທດຊາດ ເພາະພວກເພິ່ນເຫຼົ່ານີ້ເປັນຜູ້ນຳພາປະເທດຊາດ ເປັນຜູ້ຄັດທ້າຍເຮືອໄປສູ່ຈຸດໝາຍສັງຄົມນີຍົມທີ່ພັກເຮົາໄດ້ເລືອກໄວ້. ຖ້າຫາກເລືອກໄດ້ຄົນດີ ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ແລະ ສຸຂະພາບແຂງແຮງດີ ກໍຈະພາປະເທດຊາດກ້າວເດີນໄປຂ້າງໜ້າໄດ້ ກົງກັນຂ້າມຖ້າຫາກເລືອກເອົາແຕ່ຜູ້ທີ່ມີແປ້ວແມງ, ບໍ່ມີຜົນງານຫຍັງຕະຫຼອດໄລຍະ 5 ປີທີ່ຜ່ານມາ, ເປັນຄົນຄົດລ້ຽວ, ສໍ້ໂກງ, ກິນສິນບົນ, ສໍ້ລາດບັງຫຼວງ ກໍຈະພາປະເທດຊາດຫຼົ້ມຈົມຫານຍະນະບໍ່ໄວກໍຊ້າ ເພາະມັນຄືລະເບີດເວລາ.
ຖ້າພວກເຮົາບໍ່ເຂັ້ມງວດໃນການເລືອກບຸກຄະລາກອນ ເຮັດຜິວເຜີນແບບ “ກ້ວຍສຸກທັງຫວີ”ຄືທີ່ຜ່ານມາ, ຜູ້ໃດກໍດີ, ຜູ້ໃດກໍເກັ່ງ, ຜູ້ໃດກໍຈົງຮັກພັກດີ ຫຼື ເບິ່ງແຕ່ຊື່ສຽງຮຽງນາມ ແລະ ນາມສະກູນໃຫ່ຍໆ ແມ່ນອັນຕະລາຍທີ່ສຸດ. ເມື່ອພັກເວົ້າວ່າ: “ພັກແມ່ນອອກມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອສິດປະໂຫຍດຂອງປະຊາຊົນຢ່າງແທ້ຈິງ” ພັກກໍຕ້ອງມີຄວາມກ້າຫານໃນການຄັດເລືອກບຸກຄະລາກອນທີ່ມີຄຸນນະພາບ, ກ້າຫານປະລະແນວຄິດໄລ່ລຽງແບບນັ້ນ ແບບນີ້. ຕ້ອງຢືນຢູ່ບົນພຶື້ນຖານຜົນປະໂຫຍດຂອງປະເທດຊາດ ຂອງປະຊາຊົນເປັນຫຼັກ ຫາກບໍ່ແມ່ນຢູ່ບົນພື້ນຖານພວກພ້ອງ, ພີ່ນ້ອງປ້ອງປາຍ ຫຼື ຢືນຢູ່ບົນພື້ນຖານນາມສະກຸນ.
ຂ້າພະເຈົ້າເຫັນຢ່າງໜຶ່ງວ່າ: ພວກເຮົາຍັງຂາດການກໍ່ສ້າງບຸກຄະລາກອນລະດັບຍຸດທະສາດຢ່າງເປັນລະບົບໃຫ້ແກ່ກອງປະຊຸມໃຫ່ຍແຕ່ລະຄັ້ງຂອງແຕ່ລະຂັ້ນ, ເມື່ອເຖິງກອງປະຊຸມໃຫ່ຍເທື່ອໃດກໍມີຄວາມຫຍຸ້ງຍາກທາງດ້ານບຸກຄະລາກອນ. ອັນນີ້ເປັນບັນຫາໃຫ່ຍ ແລະ ຊໍ້າເຮື້ອມາຍາວນານ. ພວກເຮົາມີແຕ່ພາກັນທ້ວງວ່າ: ຜູ້ນັ້ນບໍ່ໄດ້ມາດຖານເງື່ອນໄຂ, ຜູ້ນີ້ກໍບໍ່ທັນໄດ້…ໃນທີ່ສຸດກໍເລືອກເອົາຜູ້ເກົ່າຢູ່ຕະຫຼອດ ທັງໆ ທີ່ຜູ້ນັ້ນບໍ່ມີຜົນງານຫຍັງເລີຍ.
ຜ່ານມາພວກເຮົາຄັດເລືອກເອົາຄົນດີແບບຕາມທຳມະຊາດ ໂດຍບໍ່ມີການກໍ່ສ້າງຢ່າງເປັນລະບົບ. ດັ່ງນັ້ນ ຈຶ່ງມີຄວາມຫຍຸ້ງຍາກໃຫ້ແກ່ການຈັດວາງບຸກຄະລາກອນ, ຂາດເຂີນຄົນທີ່ມີຄວາມຮູ້ ຄວາມສາມາດ ໃນທີ່ສຸດກໍເກັບກຸ້ງ ເກັບຊິວເຂົ້າມາ ເພື່ອໃຫ້ພຽງພໍຕາມໂຄຕາ.
ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງໄດ່ເບິ່ງຄືນການເລືອກບຸກຄະລາກອນເຂົ້າໃນການຈັດຕັ້ງສູງສຸດຂອງພັກ ໂດຍສະເພາະແມ່ນບຸກຄະລາກອນໃນຄະນະບໍລິຫານງານພັກແຕ່ລະຂັ້ນ ນັບແຕ່ຂັ້ນສູນກາງລົງເຖິງຂັ້ນທ້ອງຖິ່ນ ຕ້ອງເຮັດຢ່າງເຂັ້ມງວດປະເທດຊາດຈຶ່ງຈະເລີນ.