ແຜ່ນແປະໃຊ້ແທນເຂັມສັກຢາຜ່ານການທົດລອງຂັ້ນທໍາອິດແລ້ວ


ວາລະສານການແພດ Lancet ເຜີຍແຜ່ຜົນສໍາເລັດໃນການທົດລອງຂັ້ນຕົ້ນກັບມະນຸດຂອງນະວັດຕະກໍາແຜ່ນແປະໃຫ້ວັກແຊງປ້ອງກັນໄຂ້ຫວັດ ເຊິ່ງໃນອະນາຄົດຈະຖືກນໍາມາໃຊ້ແທນເຂັມສັກຢາ ໂດຍເຂັມຂອງແຜ່ນແປະທີ່ມີຂະໜາດນ້ອຍຈົນຕ້ອງສ່ອງເບິ່ງດ້ວຍກ້ອງຈຸລະທັດ ເຮັດໃຫ້ແຜ່ນແປະໃຫ້ວັກແຊງໃຊ້ງ່າຍ ຄົນທົ່ວໄປສາມາດສັກຢາໃຫ້ຕົນເອງໄດ້ໂດຍບໍ່ຮູ້ສຶກເຈັບ.
ຜົນງານດັ່ງກ່າວເປັນຂອງຄະນະນັກວິໄຈຈາກມະຫາວິທະຍາໄລເອມອຣີ ແລະ ສະຖາບັນເຕັກໂນໂລຊີແຫ່ງຈໍເຈຍໃນສະຫະລັດ ໂດຍແຜ່ນແປະໃຫ້ວັກແຊງນີ້ໃຊ້ງ່າຍ ພຽງແຕ່ແປະລົງຜິວໜັງທີ່ບໍລິເວນແຂນ ຫຼື ຂໍ້ມືປະໄວ້ປະມານ 20 ນາທີ ເຂັມຂະໜາດນ້ອຍ ຫຼື ໄມໂຄຣນີດເດິລຈະແທງທະລຸຊັ້ນເທິງຂອງຜິວໜັງ ແລະ ປ່ອຍວັກແຊງປ້ອງກັນໄຂ້ຫວັດເຂົ້າສູ່ກ້າມຊີ້ນໂດຍບໍ່ຮູ້ສຶກເຈັບ.


ອາສາສະໝັກ 100 ຄົນທີ່ເຂົ້າຮ່ວມການທົດລອງຄວາມປອດໄພຂອງແຜ່ນແປະນີ້ ສ່ວນຫລາຍບໍ່ເກີດຜົນຂ້າງຄຽງຫຼັງໃຊ້ ຍົກເວັ້ນແຕ່ບາງຄົນມີອາການຜືນແດງ, ຄັນຜິວໜັງເລັກໜ້ອຍ ເຊິ່ງສາມມາດເຊົາໄດ້ເອງໃນເວລາຕໍ່ມາ.
ແຜ່ນແປະໃຫ້ວັກແຊງນີ້ຍັງສາມາດເກັບໄວ້ດົນເຖິງ 1 ປີ ໂດຍບໍ່ຕ້ອງແຊ່ໃນຕູ້ເຢັນ ເຮັດໃຫ້ເໝາະຕໍ່ການນໍາໄປໃຊ້ໃນເຂດຫ່າງໄກສອກຫລີກ ຫຼື ຮ້ານຂາຍຢາທົ່ວໄປສາມາດເອົາໄປເກັບກຽມໄວ້ເທິງຊັ້ນສິນຄ້າ ເພື່ອພ້ອມຈໍາໜ່າຍໄດ້ຕະຫຼອດເວລາ ເຊິ່ງຂໍ້ດີໃນສ່ວນນີ້ຈະປູທາງໄປສູ່ການແພດໃນອະນາຄົດທີ່ຄົນທົ່ວໄປສາມາດສັກຢາ ແລະ ໃຫ້ວັກແຊງຕົນເອງໄດ້ໂດຍວິທີງ່າຍໆ.
ແຜ່ນແປະໃຫ້ວັກແຊງນີ້ຍັງຕ້ອງຜ່ານການທົດລອງລະດັບຄຣີນິກເກືອບ 2-3 ປີ ຈຶ່ງຈະນໍາເອົາຜະລິດໃຫ້ຄົນທົ່ວໄປໃຊ້ໄດ້ ແລະ ຄາດວ່າຈະເປັນທີ່ນິຍົມໃນຄົນທຸກເພດໄວ ທີ່ມີຄວາມຢ້ານເຂັມສັກຢາ.