ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9913 scaled - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ
ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - kitchen vibe - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9903 300x200 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ໃນວັນທີ 26 ພະຈິກນີ້, ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ຮ່ວມກັບທະນາຄານ ພັດທະນາລາວ ເເລະ ທະນາຄານ ສົ່ງເສີມກະສິກໍາ ໄດ້ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມື ພັດທະນາ ເຊື່ອມຕໍ່ ການຊໍາລະຮ່ວມກັນ ຂຶ້ນຢູ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ລະຫວ່າງທ່ານ ພຸດສາລາ ອົມດາລາ ຮອງຜູ້ອໍານວຍການໃຫຍ່ ທະນາຄານພັດທະນາລາວ, ທ່ານ ສີສະອາດ ນຶມອາສາ ຮອງຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກໍາ ເເລະ ທ່ານ ເຈິນ ມິງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ. ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງຜູ້ຕາງໜ້າ ກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ, ທ່ານ ລິວ ເເມງ ຮ໋າ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ, ທ່ານ ຄຳສີງ ເເສງເເກ້ວມະຫາວົງ ວ່າການ ຜູ້ອຳນວຍການໃຫຍ່ ທະນາຄານ ສົ່ງເສີມກະສິກຳ ພ້ອມດ້ວຍຄະນະ, ຄະນະອຳນວຍການ ທະນາຄານ ພັດທະນາລາວ ເຂົ້າຮ່ວມນຳດ້ວຍ.

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - Visit Laos Visit SALANA BOUTIQUE HOTEL - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9913 1 300x200 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວແມ່ນເພື່ອຄົ້ນຄວ້າ ແລະ ສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາລະບົບຊໍາລະສະສາງຮ່ວມກັນ, ໂດຍສະເພາະລູກຄ້າທີ່ມີບັນຊີກະເປົາເງິນ ເອເລັກໂຕຣນິກ ຢູມັນນີ (u – money) ນໍາໃຊ້ບົນເຄືອຂ່າຍສັນຍານໂທລະສັບໂດຍບໍ່ຈໍາເປັນຕ້ອງນໍາໃຊ້ອິນເຕີເນັດ ແຕ່ສາມາດໂອນເງິນເຂົ້າບັນຊີ ທະນາຄານພັດທະນາລາວ ແລະ ບັນຊີ ທະນາຄານ ສົ່ງເສີມກະສິກຳໄດ້ໂດຍການນໍາໃຊ້ລະບົບບໍລິການ Mobile App ຂອງແຕ່ລະທະນາຄານ ຄື: ແອັບ LDB TRUST ແລະ LDB Wallet ຂອງທະນາຄານພັດທະນາລາວ, ແລະ ແອັບ Quickpay ຂອງທະນາຄານສົ່ງເສີມກະສິກໍາ, ພ້ອມດຽວກັນນັ້ນ Mobile App ຂອງທັງສອງທະນາຄານກໍ່ສາມາດໂອນເຂົ້າບັນຊີ ບໍລິການ ຢູມັນນີ u-money ໄດ້ເຊັ່ນກັນ, ທັງນີ້ກໍ່ເພື່ອເປັນການເປີດກວ້າງ ການຮ່ວມມື ເພື່ອສ້າງເງື່ອນໄຂ ການເຂົ້າເຖິງການບໍລິການດ້ານການເງິນ, ການທະນາຄານ ເເລະ ກະເປົາເງິນ ອີເລັກໂທຼນິກ ໃຫ້ສະດວກ ແລະ ເຂົ້າເຖິງທຸກພື້ນທີ່ ໃນຂອບເຂດທົ່ວປະເທດ ນັບແຕ່ເຂດຫ່າງໄກສອກຫຼີກ ດ້ວຍຈຸດປະສົງອັນດຽວກັນຄື: ແນໃສ່ຮັບໃຊ້ປະຊາຊົນໃນທຸກຂົງເຂດ.

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9895 200x300 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ການຮ່ວມມືໃນຄັ້ງນີ້ຖືເປັນອີກຍຸດທະສາດໜຶ່ງໃນການພັດທະນາຂອງ ບໍລິສັດ ສະຕາຟິນເທັກ ໃຫ້ເຂັ້ມແຂງ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າມື້ນັບເພີ່ມຂຶ້ນ ແລະ ຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃຫ້ແກ່ສັງຄົມໃນອານາຄົດ ແລະ ກໍເປັນສ່ວນໜຶ່ງໃນການສົ່ງເສີມການພັດທະນາດ້ານການເງິນ- ການທະນາຄານ, ກະເປົາເງິນ ອີເລັກໂທຼນິກ ເທິງມືຖື ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ, ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ກໍຄືລູກຄ້າໄດ້ຮັບຄວາມສະດວກ ປອດໄພ, ວ່ອງໄວ ເເລະ ໄດ້ຮັບຜົນປະໂຫຍດສູງສຸດ.

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9922 300x200 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - IMG 9927 300x200 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ

 

ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ - 4 - ສະຕາຟິນເທັກ ຈັບມືສອງທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ ເຊື່ອມຕໍ່ການຊຳລະຮ່ວມກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!