ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ

ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - b289246a 45ab 4596 845e 6c7b6dc8ff18 - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ
ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - kitchen vibe - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາຄັ້ງທີ IX ໃນວັນທີ 24-25 ພະຈິກນີ້ ທີ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ,ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວ່າ: ຂ້າພະເຈົ້າເຫັນດີເຫັນພ້ອມ ນຳການຕີລາຄາຜົນສຳເລັດຂອງພວກສະຫາຍຍາດມາໄດ້ຕະຫລອດ 5 ປີ ຜ່ານມາ, ໂດຍສະເພາະເຫັນໄດ້ດ້ານດີທີ່ພົ້ນເດັ່ນ ແລະ ບັນຫາທີ່ຈະຕ້ອງເອົາໃຈໃສ່ປັບປຸງແກ້ ໃນຕໍ່ໜ້າທີ່ໄດ້ລະບຸໄວ້ໃນລາຍງານການ ເມືອງ ກໍຄືແຜນພັດທະນາການສຶກສາ-ສິລາ. ແຕ່ພ້ອມກັນນີ້ກໍຂໍແນະນຳຕື່ມບາງວຽກງານສຳຄັນຄື:

ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - cdf57848 1a90 46ca 843a 72302e6f1826 300x200 - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ

ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ

1/. ເຖິງແມ່ນວ່າຂະແໜງການສຶກສາ-ກິລາ ໄດ້ມີຄວາມກ້າວໜ້າໃນຫລາຍດ້ານ ແຕ່ເມື່ອທຽບໃສຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ແມ່ນພວກເຮົາຕ້ອງໄດ້ບຸກໜ້າບືນຕົວໃຫ້ຫລາຍຂຶ້ນກວ່າເກົ່າ. ໃນນີ້ຕ້ອງເອົາໃຈໃສ່ເສີມຂະຫຍາຍຜົນສຳເລັດອັນດີ ແລະ ແກ້ໄຂຂອດອ່ອນທີ່ຍັງຄົງຄ້າງ ແລະ ອັນສຳຄັນຕ້ອງໄດ້ພັດທະນາສູ່ອັນໃໝ່ໃຫ້ທັນກັບການປ່ຽນແປງທີ່ກ້າວໜ້າທັນສະໄໝຂອງວິທະຍາສາດ-ເຕັກໂນໂລຢີ ຂອງ ຍຸກສະໄໝ.

ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - b289246a 45ab 4596 845e 6c7b6dc8ff18 300x200 - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ

2/. ຂໍໃຫ້ຂະແຫນງການສຶກສາເອົາໃຈໃສ່ຍົກສູງຄຸນນະພາບຂອງການສຶກສາ-ຮໍ່າຮຽນ ແບບງ່າຍໆແມ່ນມີສອງດ້ານ: ໜຶ່ງແມ່ນດ້ານຄວາມຮູ້ຂອງຄົນລາວເຮົາທີ່ຮຽນຢູ່ໃນຊັ້ນຕ່າງໆ ລະຫວ່າງໃບປະກາສະນີຍະບັດ ແລະ ຄວາມຮູ້ຕົວຈິງທີ່ໄດ້ຮຽນມາໃຫ້ສົມຄູ່ກັນ, ອີກ ດ້ານໜຶ່ງແມ່ນຄົນທີ່ເຮົາສ້າງອອກມາຕ້ອງເປັນທີ່ຕ້ອງການຂອງສັງຄົມ ສະນັ້ນຈຶ່ງຕ້ອງໄດ້ຕັ້ງໜ້າພັດທະນາຫລັກສູດ ແລະ ປັບປຸງ ແບບວິທີສິດສອນເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດັ່ງກ່າວ.

3/. ລະບົບການສຶກສາແຫ່ງຊາດແມ່ນສໍາຄັນຫລາຍ ມີບົດບາດຕັດສິນຄວາມໜັ້ນຄົງຍືນຍົງຂອງສັງຄົມ, ຄົນລາວເປັນຄົນມັກສັນຕິພາບ, ມັກສະຫງົບສຸກ, ມີຄວາມສາມັກຄີໂອບເອື້ອອາລີ, ມີຮີດຄອງປະເພນີອັນດີງາມຊຶ່ງວົງຄະນາຍາດ ສາກົນກໍມີຫລາຍອັນຍອມຮັບພວກເຮົາຕອ້ງປົກປັກຮັກສາ ແລະ ທັງພັດທະນາໃຫ້ກ້າວໜ້າ ໄປເລື້ອຍໆ.

4/. ກ່ຽວກັບການກິລາ ກໍຕິດພັນກັບການສຶກສາ ແລະ ການປົກປັກຮັກສາສຸຂະພາບ, ເຮັດໃຫ້ການກິລາເປັນຂອງທົ່ວປວງຊົນ ເພື່ອສຸຂະພາບ, ພ້ອມກັນນັ້ນກໍເອົາໃຈໃສ່ຍົກສູງຄວາມອາດສາມາດໃນການແຂ່ງຂັນເພື່ອຢືນຢັນເຖິງກຽດຊື່ສຽງຂອງປະເທດໃນເວທີພາກພື້ນ ແລະ ສາກົນ.

5/. ສໍາລັບຄະນະພັກຊຸດໃໝ່ ພວກເຮົາກໍໄດ້ມີຄວາມພະຍາຍາມຫັນເປັນໜຸ່ມ ແລະ ກໍແນ່ນອນວ່າອາດຈະມີຄວາມຫຍຸ້ງຍາກ, ແຕ່ເຖິງຢ່າງໃດກໍ່ສະເໜີບັນດາສະຫາຍໃນຄະນະພັກຕ້ອງມີຄວາມຕັດສິນໃຈສູງປັບປຸງໂຕເອງ,ບຸກບືນເຮັດໃຫ້ສຳເລັດໜ້າທີ່ ຕາມການມອບໝາຍ ແລະ ອັນສຳຄັນແມ່ນຕ້ອງມີຄວາມສາມັກຄີເປັນເອກະພາບປະຕິບັດເຂັ້ມງວດຫລັກການລວມສູນປະຊາທິປະໄຕຂອງພັກ ພະຍາຍາມສົ່ງເສີມອັນທີ່ດີ ແລະ ແກ້ໄຂຈຸດອ່ອນ ຄົງຄ້າງ ໃຫ້ຕົກໄປ ແລະ ຂໍ ຮຽກຮ້ອງບັນດາສະຫາຍ ອາດີດຄະນະພັກ ທີ່ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວ ຕ້ອງໄດ້ຊ່ວຍເຫລືອກໍ່ສ້າງ ດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ ເພື່ອໃຫ້ຄະນະພັກຊຸດ ໃໝ່ນີ້ ສາມາດເຮັດສຳ ເລັດໜ້າທີ່ ອັນມີກຽດຂອງຕົນ.

ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ - 4 - ຮອງປະທານປະເທດເນັ້ນໃຫ້ຂະແໜງການສຶກສາຍົກສູງຄຸນນະພາບການສິດສອນ-ຮໍ່າຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!