KFC ຢູ່ຈີນ ເລີ່ມທົດລອງຂາຍສິນຄ້າ ໂດຍ “ລົດບໍ່ມີຄົນຂັບ” ຄວບຄຸມດ້ວຍ 5G


ໃນຂະນະທີ່ໂລກຍັງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ທຸກຄົນຕ່າງໄດ້ຮັບຄຳແນະນຳໃຫ້ໃຊ້ຊີວິດແບບເວັ້ນໄລຍະຫ່າງທາງສັງຄົມ ແລະ ເລືອກໃຊ້ການຈ່າຍເງິນແບບບໍ່ຕ້ອງສຳຜັດ ຕະຫລອດຈົນຫລີກລ່ຽງຈະສຳຜັດກັບຜູ້ທີ່ມາສົ່ງອາຫານແບບເດລິເວີຣີ. ເລື່ອງນີ້ສ້າງຄວາມທ້າທາຍຫລາຍຕໍ່ບັນດາຮ້ານອາຫານຕ່າງໆ.
ສໍາລັບ KFC ຢູ່ຈີນ ເບິ່ງຄືວ່າຈະເລີ່ມຫາທາງອອກໄດ້ຮຽບຮ້ອຍແລ້ວ ເພາະຊາວຈີນຫລາຍຄົນໄດ້ພົບ “ລົດບໍ່ມີຄົນຂັບ” ຄວບຄຸມດ້ວຍ 5G ເຊິ່ງຊ່ວຍໃຫ້ລູກຄ້າສາມາດຊື້ອາຫານໄດ້ໂດຍບໍ່ຕ້ອງມີການສຳຜັດກັບມະນຸດ.
ຈາກຮູບຖ່າຍຂອງຜູ້ໃຊ້ Twitter ຊື່ @shanghaineko ຈະພົບວ່າ: ລູກຄ້າສາມາດສັ່ງຊື້ຈາກແທັບເລັດ ແລະ ຈ່າຍເງິນຜ່ານ QR Code ຫລັງຈາກຈ່າຍເງິນແລ້ວ ປະຕູຈະເປີດໃຫ້ຮັບສິນຄ້າ ເຊິ່ງປັດຈຸບັນຍັງບໍ່ມີລາຍງານວ່າໃຊ້ວິທີໃດໃນການປ້ອງກັນບໍ່ໃຫ້ລູກຄ້າຈັບເອົາສິນຄ້າເກີນກວ່າການຈ່າຍເງິນ.
ທັງນີ້ ມີການເປີດເຜີຍວ່າ: ລົດບໍ່ມີລົດຂັບດັ່ງກ່າວເປັນການຮ່ວມມືຂອງບໍລິສັດຈີນ ຄື Neolix ແລະ Yum Brands ເຊິ່ງມີການຕົກລົງກັບ KFC ໃນການທົດລອງໃຫ້ບໍລິການສັ່ງໄກ່ຈາກລົດບໍ່ມີຄົນຂັບ.
ສໍາລັບລົດບໍ່ມີຄົນຂັບ ມີການລະບຸວ່າ: ຮອງຮັບການຂັບຂີ່ອັດຕະໂນມັດ 4 ລະດັບ ແລະ ມີເຊັນເຊີສຳລັບກວດຈັບ ແລະ ຫລີກລ່ຽງສິ່ງກີດຂວາງໄດ້ ໂດຍແລ່ນໄດ້ໃນໄລຍະທາງ 100 ກິໂລແມັດຕໍ່ການຊາກແບັດໜຶ່ງຄັ້ງ, ຈຳກັດຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ.