ຕໍາຫຼວດດູໄບກຽມໃຊ້ລົດຕໍາຫຼວດຫຸ່ນຍົນບໍ່​ມີຄົນຂັບທ້າຍປີນີ້

- kitchen vibe - ຕໍາຫຼວດດູໄບກຽມໃຊ້ລົດຕໍາຫຼວດຫຸ່ນຍົນບໍ່​ມີຄົນຂັບທ້າຍປີນີ້

-                                                            - ຕໍາຫຼວດດູໄບກຽມໃຊ້ລົດຕໍາຫຼວດຫຸ່ນຍົນບໍ່​ມີຄົນຂັບທ້າຍປີນີ້

            Gulf News ລາຍງານວ່າ: ຕໍາຫຼວດປະເທດດູໄບກຽມຈະນໍາໃຊ້ລົດຫຸ່ນຍົນບໍ່​ມີຄົນຂັບມາເຮັດໜ້າທີ່ເປັນໜ່ວຍເຝົ້າລະວັງເຄື່ອນທີ່ຂອງຕໍາຫຼວດ ​ເຊິ່ງມີຂະໜາດນ້ອຍກວ່າລົດຍົນປົກກະຕິຫຼາຍ ໂດຍມີກ້ອງ 360 ອົງສາ ສໍາລັບກວດຫາຄົນຮ້າຍດ້ວຍເຕັກໂນໂລຊີກວດຈັບໃບໜ້າ ແລະ ມີກ້ອງຖ່າຍມຸມສູງສໍາລັບກວດຫາຄົນຮ້າຍທີ່ແລ່ນອອກນອກເສັ້ນທາງ.

- Visit Laos Visit SALANA BOUTIQUE HOTEL - ຕໍາຫຼວດດູໄບກຽມໃຊ້ລົດຕໍາຫຼວດຫຸ່ນຍົນບໍ່​ມີຄົນຂັບທ້າຍປີນີ້

ຫຸ່ນຍົນບໍ່​ມີຄົນຂັບນີ້ມີຊື່ວ່າ O-R3 ​ເຊິ່ງເປັນຜົນງານການຜະລິດຂອງບໍລິສັດ OTSAW Diginal ຈາກປະເທດສິງກະໂປ.

ບໍລິສັດ OTSAW ກ່າວວ່າ: ດູໄບເປັນປະເທດທໍາອິດໃນໂລກທີ່ຈະນໍາ O-R3 ມາໃຊ້ໃນການກວດກາຕາມຖະໜົນເປັນປະຈໍາທຸກມື້ ໂດຍຈະເລີ່ມໃຊ້ໃນພື້ນທີ່ແຫຼ່ງທ່ອງທ່ຽວກ່ອນ, ແຕ່ເຖິງຢ່າງ​ໃດ O-R3 ກໍຍັງບໍ່ສາມາດທົດແທນເຈົ້າໜ້າທີ່ຕໍາຫຼວດທີ່ເປັນມະນຸດໄດ້ຢ່າງສົມບູນແບບ.

ປະເທດດູໄບຕັ້ງເປົ້າໃນການເພີ່ມຈໍານວນຕໍາຫຼວດຫຸ່ນຍົນໃຫ້ຫຼາຍຂຶ້ນເປັນ 25% ຂອງກອງກໍາລັງທັງໝົດພາຍໃນປີ 2030.

 

- 3 - ຕໍາຫຼວດດູໄບກຽມໃຊ້ລົດຕໍາຫຼວດຫຸ່ນຍົນບໍ່​ມີຄົນຂັບທ້າຍປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!