ໂຮງຮຽນສິລະປະແຫ່ງຊາດຈັດການແຂ່ງຂັນພອນສະຫວັນຂອງນັກຮຽນ


ອາທິດຜ່ານມານີ້, ໂຮງ ຮຽນສິລະປະແຫ່ງຊາດຮ່ວມ ກັບສະໂມສອນ ບານເຕະລວມ ສິລະປິນລາວຄ້າຍເພງທີເຄ ຊາວລາວ, ໄດ້ຈັດກິດຈະກຳແຂ່ງ ຂັນພອນສະຫວັນດ້ານສິລະປະ ຂອງນັກຮຽນຄື: ການຮ້ອງເພງ, ຟ້ອນ, ຫລີ້ນດົນຕີສາກົນ ແລະ ພື້ນເມືອງລາວ ຂຶ້ນທີໂຮງຮຽນ ດັ່ງກ່າວ, ໂດຍການເຂົ້າຮ່ວມ ຂອງທ່ານຜູ້ອຳນວຍການໂຮງ ຮຽນ, ມີຫົວໜ້າຄ້າຍເພງທີ ເຄ ຊາວລາວ, ພ້ອມດ້ວຍຄູ-ອາ ຈານ, ສິລະປິນຈາກຄ້າຍເພງ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນ ຈຳນວນຫລາຍ.


+ ມອບລາງວັນຜູ້ຊະນະເລີດການແຂ່ງຂັນຄວາມສາມາດດ້ານການນໍາໃຊ້ ໄມໂຄຣຊອບອອບຟິສ ລະດັບປະເທດ
+ ແຂວງສະຫວັນນະເຂດຈັດການປະກວດສິລະປະວັນນະຄະດີນັກຮຽນມັດທະຍົມທົ່ວແຂວງເປັນຄັ້ງທຳອິດ
ຜູ້ອຳນວຍການໂຮງ ຮຽນ ສິລະປະແຫ່ງຊາດ ກ່າວວ່າ: ກິດ ຈະກຳດັ່ງກ່າວແມ່ນໄດ້ຈັດຂຶ້ນ ທຸກປີ ເພື່ອຊຸກຍູ້ສົ່ງເສີມຫົວຄິດ ປະດິດສ້າງ, ການປະດິດແຕ່ງ ຂອງຄູ-ອາຈານ, ສົ່ງເສີມພອນ ສະຫວັນ ແລະ ຄວາມຮູ້ຄວາມ ສາມາດຂອງນ້ອງນັກຮຽນ, ທັງ ສ້າງທັກສະກ້າສະແດງອອກລະ ຫວ່າງການຮຽນຮູ້ທິດສະດີ ແລະ ພຶດຕິກຳຕົວຈິງໃນເວທີການສະ ແດງຫລາຍ ຂຶ້ນ ແລະ ສົ່ງເສີມ ໃຫ້ເຂົາເຈົ້າມີປະສົບການເມື່ອ ຈົບໄປກໍຈະສາມາດປະກອບ ສ່ວນເຂົ້າໃນວຽກງານຕ່າງໆໄດ້ ເປັນຢ່າງດີ, ພິເສດ ໃນປີນີ້ ມີ ຄ້າຍເພງທີເຄຊາວລາວໃຫ້ ການ ຮ່ວມມືໃນການຈັດກິດຈະກຳ ດັ່ງກ່າວ ແລະ ຫວັງວ່າ ໃນປີ ຕໍ່ໆໄປສັງຄົມຈະໃຫ້ຄວາມສົນ ໃຈ ແລະ ໃຫ້ການສະໜັບສະ ໜູນຫລາຍຂຶ້ນ.