ຍທຂ ນະຄອນຫລວງ ຊີ້ແຈງການສ້າງຕັ້ງກອງທຶນທາງ


ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ເດດສົງຄາມ ທໍາມະວົງ ໄດ້ຊີ້ແຈງກ່ຽວກັບຈຸດປະສົງການສ້າງກອງທຶນທາງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫລວງຊຸດທີ 1 ເມື່ອທ້າຍອາທິດຜ່ານມາວ່າ: ປັດຈຸບັນເຫັນວ່າເສັ້ນທາງໃນນະຄອນຫລວງວຽງຈັນ ນັບທັງໃນຕົວເມືອງ ແລະ ຊານເມືອງແມ່ນມີສະພາບຊຸດໂຊມ, ເປ່ເພ ຍ້ອນໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ພາຫະນະມີຈໍານວນເພີ່ມຂຶ້ນ, ຮ່ອງລະບາຍນໍ້າອຸດຕັນ, ມີນໍ້າອັ່ງຂັງຕາມຖະໜົນຫົນທາງເຮັດໃຫ້ເສັ້ນທາງເປ່ເພໄວ. ຂະນະດຽວກັນການບູລະນະສ້ອມແປງເສັ້ນທາງກໍປະຕິບັດໄດ້ໜ້ອຍ, ຍ້ອນງົບປະມານມີຈໍາກັດ, ດັ່ງນັ້ນຈຶ່ງໄດ້ຊອກວິທີຫາແຫລ່ງທຶນເພື່ອມານໍາໃຊ້ເຂົ້າໃນວຽກງານປັບປຸງສ້ອມແປງເສັ້ນທາງໃນນະຄອນຫລວງໃຫ້ມີມາດຕະຖານ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນຂອງປະຊາຊົນໄດ້ດີຂຶ້ນ, ຈຶ່ງໄດ້ສ້າງຕັ້ງກອງທຶນທາງນະຄອນຫລວງຂຶ້ນມາ ເພື່ອລະດົມຂົນຂວາຍທຶນຈາກທຸກພາກສ່ວນສັງຄົມນໍາໃຊ້ເຂົ້າໃນວຽກງານກໍ່ສ້າງ ແລະ ປັບປຸງສ້ອມແປງເສັ້ນທາງດັ່ງກ່າວໃຫ້ໄດ້ມາດຕະຖານດີຂຶ້ນ, ຮັບະກັນຄວາມປອດໄພ, ໃນການໃຊ້ລົດໃຊ້ຖະໜົນຂອງສັງຄົມ.
ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ວິທີການເກັບເງິນເຂົ້າກອງທຶນດັ່ງກ່າວແມ່ນຈະເກັບເພີ່ມໃນຂອດບໍລິການມາດຕະຖານເຕັກນິກພາຫະນະທຸກປະເພດທີ່ຂຶ້ນທະບຽນໃນນະຄອນຫລວງ ຫລື ຕ່າງແຂວງແຕ່ມານໍາໃຊ້ຢູ່ນະຄອນຫລວງ ຄື: ລົດບັນທຸກ 18 ລໍ້ຂຶ້ນໄປແມ່ນ 1 ລ້ານກີບ, ລົດບັນທຸກ 12 ລໍ້ 8 ແສນກີບ, ລົດບັນທຸກ 10 ລໍ້ 6 ແສນກີບ, ລົດບັນທຸກ 6 ລໍ້ 5 ແສນກີບ, ລົດເມ 45 ບ່ອນນັ່ງຂື້ນໄປ 5 ແສນກີບ, ລົດເມ 25 ບ່ອນນັ່ງ 4 ແສນກີບ, ລົດຕູ້ໂດຍສານ, ລົດແທກຊີ, ລົດສອງແຖວ 3 ແສນກີບ, ສອງແຖວນ້ອຍ 2 ແສນກີບ, ລົດສ່ວນຕົວຄວາມແຮງຈັກສູງກວ່າ 3.000 ຊີຊີ ຂຶ້ນໄປ 6 ແສນກີບ, ຄວາມແຮງຕໍ່າກວ່າ 2.999 ຊີຊີ ລົງມາແມ່ນ 5 ແສນກີບ, ລົດເກງ, ລົດຈິບ ທີ່ມີຄວາມແຮງຈັກ 3.000 ຊີຊີ ຂຶ້ນໄປ 8 ແສນກີບ, ຄວາມແຮງຕໍ່າກວ່າ 2.999 ຊີຊີ ລົງມາແມ່ນ 5 ແສນກີບ, ລົດສາມລໍ້, ຕຸກໆ-ຈໍາໂບ້ 120.000 ກີບ, ລົດຈັກຄວາມແຮງ 110 ຊີຊີ ຂຶ້ນໄປ 120.000 ກີບ ແລະ ຄວາມແຮງຕໍ່າກວ່າ 109 ລົງມາແມ່ນ 50 ພັນກີບຕໍ່ຄັນຕໍ່ປີ, ຊຶ່ງຈະເລີ່ມທົດລອງຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມັງກອນ 2018 ໄປເຖິງວັນທີ 31 ທັນວາ 2020, ຖ້າໄດ້ຮັບຜົນດີກໍຈະສືບຕໍ່ປະຕິບັດໄປຕື່ມອີກ, ໂດຍແມ່ນສູນກວດກາເຕັກນິກທຸກແຫ່ງ ແລະ ຫ້ອງການ 9 ຕົວເມືອງຈະເປັນໜ່ວຍງານຈັດຕັ້ງປະຕິບັດໃນການຈັດເກັບລາຍຮັບດັ່ງກ່າວ.