ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ?

ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ? - bring your family to germany - ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ?
ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ? - kitchen vibe - ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ?

ໂດຍ: ລູກເມືອງພວນ

ເມື່ອເວົ້າເຖິງຄົນລາວຍຸກນີ້ໃຫ້ກຳເນີດລູກໜ້ອຍຄົນ ຫຼື  ເອົາລູກໜ້ອຍຄົນ. ຫຼາຍຄົນຄົງຈະຕັ້ງຄຳຖາມວ່າ: ຍ້ອນຫຍັງ? ດັ່ງທີ່ພວກເຮົາຮູ້ດີແລ້ວວ່າ: ປະເທດລາວເປັນປະເທດນ້ອຍດ້ອຍພັດທະນາ, ເສດຖະກິດທຳມະຊາດກະແຈກກະຈາຍ, ພໍກຸ້ມຢູ່ກຸ້ມກິນພາຍໃນຄອບຄົວຂອງໃຜລາວ. ບໍ່ທັນມີການຜະລິດເປັນສິນຄ້າຄືປັດຈຸບັນ. ປະເທດລາວແມ່ນປະເທດກະສິກຳມາແຕ່ດຶກດຳບັນ. ດັ່ງນັ້ນ, ເພື່ອອອກແຮງງານ ທຳການຜະລິດຜົນ ໃຫ້ກຸ້ມຢູ່ກຸ້ມກິນໃນຄອບຄົວ, ຈຳເປັນຕ້ອງມີກຳລັງແຮງງານ ເພື່ອທຳການຜະລິດ. ໃນເມື່ອຕ້ອງການມີແຮງງານໃນການຜະລິດ ຄົນຮຸ່ນປູ່ຍ່າຕາຍາຍຂອງພວກເຮົາຈຶ່ງຈຳເປັນຕ້ອງກຳເນີດລູກຫຼາຍຄົນ ເພາະຍຸສະໃໝນັ້ນແມ່ນໃຊ້ແຮງງານຄົນເປັນຕົ້ນຕໍ.

ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ? - Visit Laos Visit SALANA BOUTIQUE HOTEL - ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ?

ມີລູກຫຼາຍຄົນໃນຂະນະນັ້ນ, ໃນຍຸກນັ້ນ ການລ້ຽງດູກໍບໍ່ແມ່ນເລື່ອງທີ່ຫຍຸ້ງຍາກປານໃດ ເພາະຫາກິນຕາມທຳມະຊາດ ໂດຍບໍ່ໄດ້ໃຊ້ເງິນຄຳເພື່ອຊື້ຢູ່ຊື້ກິນ, ຊຶ່ງທຳມະຊາດໃນຂະນະນັ້ນກໍຍັງອຸດົມສົມບູນ. ອັນນັ້ນອາດຈະເປັນທີ່ມາຂອງການກຳເນີດລູກຫຼາຍຄົນໃນຄອບຄົວລາວໃນເມື່ອກ່ອນໜ້ານີ້ 5-6 ສິບປີຄືນຫຼັງ.

ແຕ່ຕົກມາຍຸກນີ້ ໄລຍະນີ້ ຈະສັງເກດເຫັນວ່າ ຄອບຄົວລາວນັບມື້ເອົາລູກໜ້ອຍຄົນເຂົ້າຊັກໃຊ້. ຫຼາຍຄົນອາດຕັ້ງຄຳຖາມວ່າ: ຍ້ອນຫຍັງ? ພວກເຮົາຮູ້ແລ້ວວ່າຍຸກນີ້ ສະໄໝນີ້ ມັນແຕກຕ່າງກັນຫຼາຍກັບຍຸກກ່ອນໜ້ານີ້ 50 ປີຄືນຫຼັງ. ຍຸກນີ້ບໍ່ແມ່ນຍຸກຫາກິນຕາມທຳມະຊາດອີກແລ້ວ, ບໍ່ແມ່ນຍຸກອອກແຮງງານດ້ວຍຕີນ-ມື ຫຼື ໃຊ້ແຮງງານຄົນຄືແຕ່ກ່ອນອີກແລ້ວ ແມ່ນແຕ່ຢູ່ບ້ານນອກກໍໃຊ້ລົດໄຖນາ, ຟາດເຂົ້າດ້ວຍເຄື່ອງຈັກ, ຂົນເຂົ້າຂຶ້ນເລົ້າດ້ວຍລົດ ບໍ່ໄດ້ແບກຫາບຄືແຕ່ກ່ອນ, ສີເຂົ້າມາກິນກໍດ້ວຍເຄື່ອງຈັກ, ຫຸງເຂົ້າກິນກໍດ້ວຍໝໍ້ໄຟຟ້າ…. ຢູ່ສັງຄົມເມືອງໃຫ່ຍກໍຍິ່ງມີການໃຊ້ຈ່າຍຫຼາຍເປັນຕົ້ນ: ຄ່ານໍ້າ, ຄ່າໄຟ, ຄ່າລູກຮຽນໜັງສື, ຄ່າເຊົ່າເຮືອນ, ຄ່ານໍ້າມັນລົດຂີ່ແຕ່ລະວັນ, ພັນທະສັງຄົມ, ເສຍພາສີ, ຄ່າຄອງຊີບແຕ່ລະວັນ, ເຄື່ອງນຸ່ງຫົ່ມຕາມຍຸກຕາມສະໃໝ, ຄ່າຄອງຊີບ…ທຸກສິ່ງທຸກຢ່າງລ້ວນແຕ່ໃຊ້ເງິນ. ທັງໝົດສິ່ງດັ່ງກ່າວ ຈຶ່ງສົ່ງຜົນຕໍ່ການກຳເນີດລູກໜ້ອຍຄົນ. ໂດຍສະເພາະແມ່ນຄອບຄົວທີ່ເຂົ້າຂາດແລງ, ແກງຂາດໝໍ້ ກໍຍິ່ງບໍ່ກ້າເອົາລູກຫຼາຍຄົນ ເພາະເຂົາເກີດມາກໍຈະຈົນ. ດ້ານໜຶ່ງອີກ, ຄົນຍຸກນີ້ມີລະດັບການສຶກສາສູງ, ເຫັນໄດ້ຄຸນຄ່າ ແລະ ຄຸນນະພາບຂອງການລ້ຽງລູກ ເພື່ອສັງຄົມ ເພື່ອອະນາຄົດຂ້າງໜ້າ, ເຫັນໄດ້ຄຸນນະພາບຊີວິດທີ່ແທ້ຈິງຂອງລູກຫຼານໃນອະນາຄົດ, ເພື່ອຄວາມກ້າວໜ້າ ແລະ ຢູ່ດີກິນດີ…ການມີລູກຫຼາຍບໍ່ແມ່ນຄວາມມ່ວນຊື່ນ, ຈຶ່ງບໍ່ເອົາລູກຫຼາຍຄົນ.

ເຖິງຢ່າງໃດກໍດີ ຖ້າມີພົນລະເມືອງໜ້ອຍ ກໍສົ່ງຜົນກະທົບຕໍ່ການສ້າງສາພັດທະນາປະເທດຊາດ, ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມອາດສາມາດແກ້ງແຍ່ງແຂ່ງຂັນທາງດ້ານເສດຖະກິດມີຄວາມຫຍຸ້ງ

ຍາກ, ການປ້ອງກັນຊາດອາດມີຄວາມສ່ຽງ…ເຫັນໄດ້ຈາກຜົນກະທົບດັ່ງກ່າວ ລັດຖະບານລາວຈຶ່ງໄດ້ວາງແຜນຍຸດທະສາດແຫ່ງຊາດເພື່ອພັດທະນາພົນລະເມືອງລາວຈາກປັດຈຸບັນ 6,9 ລ້ານ ຄົນ (ສະຖິຕິປີ 2015 ການສຳຫຼວດປະຊາກອນຄັ້ງຫຼ້າສຸດ) ຂຶ້ນເປັນ 8.1 ລ້ານຄົນໃນປີ 2030 (ຂໍ້ມູນຈາກເວບໄຊ ຂອງກະຊວງພາຍໃນ)

ການເພີ່ມພົນລະເມືອງ ບໍ່ແມ່ນເພີ່ມເທົ່າໃດກໍເພີ່ມ ແຕ່ຕ້ອງບົນຫຼັກການຄິດໄລ່ ກຳລັງແຮງງານສັງຄົມໃຫ້ພຽງພໍ ເພື່ອປ່ຽນແທນການຫັນເປັນສັງຄົມຄົນເຖົ້າ, ໄລ່ສະເລ່ຍໃສ່ພື້ນທີ່ອາໄສ ແລະ ດິນທຳການຜະລິດໃຫ້ເໝາະສົມ, ຄວາມສົມດຸນລະຫວ່າງເຂດແຄວ້ນ ແລະ ຈັ່ງຫວະການພັດທະນາເສດຖະກິດ-ສັງຄົມ…ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການດຳລົງຊີວິດທີ່ມີປະສິດທິພາບ, ເພື່ອຄວາສົມບູນພູນສຸກຂອງປະຊາຊົນລາວ. ມີກຳລັງແຮງງານພຽງພໍໃນການພັດທະນາເສດຖະກິດສັງຄົມຢ່າງສະໝໍ່າສະເໝີ.

ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ? - 5 - ຍ້ອນຫຍັງ? ຄອບຄົວຄົນລາວຍຸກນີ້ຈຶ່ງໃຫ້ກຳເນີດລູກໜ້ອຍຄົນ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!