ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ

ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - 124280274 193145059016412 3741556973650657646 n - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ
ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - kitchen vibe - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ

ວັນ​ທີ 13 ພະ​ຈິກ​ນີ້, ສື່​ມວນ​ຊົນ​ລາຍ​ງານ​ວ່າ: ພາຍຸ​ວາ​ມກໍ​ຖິ້ມຮ່ອງຮອຍ​ຄວາມ​ເສຍ​ຫາຍ ຫລັງ​ພັດ​ຖະຫລົ່ມ​ເກາະ​ລູຊອນ​ຂອງ​ຟີ​ລິບ​ປິນ ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ໜັກ​ຢູ່​ນະຄອນຫລວງ​ມະນິລາ ​ແລະ ອີກ​ຫລາຍ​ແຂວງ, ໜ່ວຍ​ງານ​ບັນ​ເທົາ​ສາທາລະນະ​ໄພ​ລະດົມ​ເຈົ້າໜ້າ​ທີ່​ເຂົ້າຊ່ວຍ​ເຫລືອ ​ແລະ ອົບ​ພະຍົບປະຊາຊົນ​ທີ່​ຕົກ​ຄ້າງ​ຢູ່​ຕາມ​ເຮືອນ​ໃນ​ຈຸດ​ນ້ຳຖ້ວມ​ສູງ. ນອກຈາກ​ນີ້ ຝົນ​ທີ່​ຕົກ​ໜັກ​ຍັງ​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ ​ແລະ ນ້ຳຖ້ວມ​ຖະໜົນ​ຫລາຍ​ເສັ້ນຈົນ​ຕັດຂາດ​ການ​ສັນຈອນ.

ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - 124721735 193145065683078 2431338194448089174 o 300x225 - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ

ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - Visit Laos Visit SALANA BOUTIQUE HOTEL - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ

ທາງ​ການ​ຟີ​ລິບ​ປິນ​ເປີດ​ເຜີຍ​ຕົວ​ເລກ​ຜູ້​ເສຍ​ຊີວິດຈາກ​ພາຍຸ​ວາ​ມກໍ ຫລ້າ​ສຸດ​ເພີ່ມ​ເປັນ 7 ຄົນ ​ແລະ ສູນຫາຍ​ອີກ 10 ຄົນ. ຂະນະ​ທີ່​ປະຊາຊົນ​ປະມານ 180.000 ຄົນ​ອົບພະຍົບ​ໄປ​ອາ​ໄສ​ຢູ່​ສູນອາ​ໄສ​ຊົ່ວຄາວ​ຫລາຍ​ແຫ່ງ​ເພື່ອ​ຄວາມ​ປອດ​ໄພ.

ຂະນະ​ທີ່​ເຈົ້າໜ້າ​ທີ່​ຂອງ​ສູນ​ປ້ອງ​ກັນ​ພົນລະ​ເຮືອນ ​ເຕືອນ​ວ່າ: ສະຖານະ​ການ​ນ້ຳຖ້ວມ​ອາດ​ຍິ່ງ​ຮຸນ​ແຮງ ​ເນື່ອງ​ຈາກ​ປະລິມານ​ນ້ຳທີ່​ໄຫລ​ມາ​ຈາກ​ພູ​ຈະ​ມາ​​ເພີ່ມ​ໃສ່​​ແມ່ນ້ຳສາຍ​ຕ່າງໆ ​ເຊິ່ງປັດຈຸບັນ​ລົ້ນຕາ​ຝັ່ງ​ແລ້ວ ​ແລະ ມີ​ລາຍ​ງານ​ວ່າ: ​ເຈົ້າໜ້າ​ທີ່​ໄດ້​ເລີ່​ມປ່ອຍ​ນ້ຳອອກ​ຈາກ​ເຂື່ອນ​ບາງ​ແຫ່ງ ​ເພື່ອ​ປ້ອງ​ກັນ​ເຂື່ອນ​ແຕກ.

ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - 124371873 193145372349714 4471156469367901108 o 300x225 - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ

ທ່ານ ​ໂຣດຣິ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ ນັ່ງ​ເຮ​ລິ​ກົບ​ແຕບິນ​ສຳ​ຫລວດ​ຄວາມ​ເສຍ​ຫາຍ​ຈາກ​ນ້ຳຖ້ວມ ກ່ອນ​ກ່າວ​ຕໍ່​ປະຊາຊົນ​ທາງ​ໂທລະພາບ​ວ່າ: ​ໄດ້​ສັ່ງ​ໃຫ້​ໜ່ວຍ​ງານ​ຂອງ​ລັດ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ວາ​ມກໍ​ແລ້ວ.

ສໍາລັບ​ພາຍຸ​ວາ​ມກໍ ​ເປັນ​ພາຍຸ​ຫົວທີ 8 ທີ່​ພັດ​ຖະຫລົ່ມ​ຟີ​ລິບ​ປິນ​ໃນ​ໄລຍະ 2 ​ເດືອນ​ຜ່ານ​ມາ ​ໂດຍ​ພັດ​ຖະຫລົ່ມ​ເກາະ​ລູຊອນ ຊ້ຳຕື່ມ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ​ໂຄ​ນີທີ່​ພັດ​ຖະຫລົ່ມ​ຟີ​ລິບ​ປິນ​ໃນຕົ້ນ​ເດືອນ​ພະຈິກ​ຜ່ານ​ມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 25 ຄົນ, ​ເຮືອນ​ເປ່​ເພ​ເສຍ​ຫາຍ​ຫລາຍ​ພັນ​ຫລັງ.

ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ - 4 - ພາຍຸວາມກໍພັດຖະຫລົ່ມຟີລິບປິນ ເຮັດໃຫ້ນ້ຳຖ້ວມໜັກ ມີເສຍຊີວິດແລ້ວ 7 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!