ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

- 96765062 d2beac67 d500 4ca7 90b9 186f793902c5 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ
- kitchen vibe - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

- 96765063 b8a62b49 6a14 4a78 9408 ba1f648e5b07 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

ກາ​ນາ​ດາ​ຈັດ​ງານ​ຢ່າງ​ຍິ່ງ​ໃຫຍ່​ສະ​ເຫຼີ​ມສະຫຼອງ​ເນື່ອງ​ໃນ​ຄົບ​ຮອບ 150 ປີ​ການ​ສະຖາປະນາ​ປະ​ເທດ.

- Visit Laos Visit SALANA BOUTIQUE HOTEL - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ອອດ​ຕາ​ວາ ປະ​ເທດ​ກາ​ນາ​ດາ ​ໃນ​ວັນ​ທີ 1 ກໍລະກົດ​ວ່າ: ນາຍົກລັດຖະມົນຕີ ຈັດ​ສຕິນ ທຣູ​ໂດ ​ເປີດ​ງານ​ວັນຊາດ​ກາ​ນາ​ດາ ຫລື “ວັນ​ກາ​ນາ​ດາ” ຢູ່​ອາຄານ​ລັດຖະສະພາ ​ໃນ​ນະຄອນຫລວງ​ອອດ​ຕາ​ວາ ​ໃນ​ວັນ​ທີ 1 ກໍລະກົດ​ນີ້ ​ເຊິ່ງການສະ​ເຫຼີ​ມສະຫຼອງ​ໃນ​ປີ​ນີ້​ມີ​ຄວາມ​ຍິ່ງ​ໃຫຍ່ ​ແລະ ສຳຄັນ​ຫລາຍ​ກວ່າ​ປີຜ່ານມາ ​ເນື່ອງ​ຈາກ​ກົງ​ກັບ​ວາລະ​ຄົບຮອບ 150 ປີ​ແຫ່ງ​ການ​ສະຖາປະນາ​ປະ​ເທດ ​ເຊິ່ງຜູ້ນຳ​ອາຍຸ 45 ປີ ກ່າວ​ປາ​ໄສ​ວ່າ: ວັນຊາດ​​ເປັນ​ໂອກາດ​ອັນ​ດີ​ທີ່​ທຸກ​ຄົນ​ຈະ​ໄດ້​ລະນຶກ​ເຖິງ​ອະດີດ ລວມທັງ​ປຸກ​ໃຈ​​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ກັບ​ປັດຈຸບັນ ​ແລະ ​ເນັ້ນກັບ​ຕົນ​ເອງ​ອີກ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ໃນ​ພັນທະ​ກິດ​ສູ່​ອະນາຄົດ.

- 96765092 040361354 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດຈຸບັນ​ນີ້​ກາ​ນາ​ດາ​ຈະ​ໄດ້​ຮັບ​ການ​ຍອມຮັບ​ຫຼາຍ​ຂຶ້ນ​ໃນ​ເວທີ​ໂລກ, ​ແຕ່​ໃນ​ວາລະ​ການ​ສ້າງຕັ້ງປະ​ເທດ​ຄົບ 150 ປີ​ນີ້, ກາ​ນາ​ດາ​ຍັງ​ມີ​ບັນຫາ​ພາຍ​ໃນ​ທີ່​ຈະ​ຕ້ອງ​ແກ້​ໄຂ​ອີກ​ຫຼາຍ​ບັນຫາ ລວມທັງ​ບັນຫາ​ໃຫຍ່​ຄື​ການ​ປອງ​ດອງ​ກັບ​ຊົນ​​ເຜົ່າ​ພື້ນ​ເມືອງ ​ເຊິ່ງບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ​ທັງ​ເລື່ອງ​ສິດທິ​ຖື​ຄອງ​ທີ່​ດິນ, ການ​ເປັນ​ຢູ່​ທາງ​ເສດຖະກິດ ​ແລະ ບັນຫາ​ທາງ​ສັງຄົມ​ອື່ນໆ​ມາ​ເປັນ​ເວລາ​ດົນ​ນານ ​ໂດຍ​ລັດຖະບານ​ກາ​ນາ​ດາ​ພາຍ​ໃຕ້​ການ​ນຳ​ຂອງ​ນາຍົກລັດຖະມົນຕີ ທຣູ​ໂດ ​ໃຫ້​ຄຳ​ໝັ້ນວ່າ: ຈະ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໄດ້​ໂດຍ​ໄວ.

- 96765065 gettyimages 805346634 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

- 96765094 gettyimages 805347348 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ

- 3 - ການາດາສະຫຼອງວັນຊາດ ສ້າງຕັ້ງປະເທດຄົບຮອບ 150 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!