ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ

ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ - 555 23 - ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ
ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ - kitchen vibe - ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ

ໃນວັນທີ 11 ພະຈິກ 2020 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເຊິ່ງນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງແຂວງອັດຕະປື ແລະ ກະຊວງທີ່ກ່ຽວຂ້ອງ ລົງກວດກາຕິດຕາມການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພິ ບັດ ຢູ່ເຂດບ້ານຕະມໍຢອດ ແລະ ບ້ານດົງບາກໃໝ່ຫີນດຳ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອຕິດ ຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ເລັ່ງທວງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ໂດຍໄດ້ເນັ້ນໃສ່ສະເພາະການກໍ່ສ້າງເຮືອນຖາວອນ ຈຳນວນ 700 ຫລັງ ທີ່ໄດ້ຮັບທຶນຈາກ ບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ປະຊາຊົນພ້ອມຂຶ້ນຢູ່ ຈຳນວນ 500 ກວ່າຫລັງ ກ່ອນເດືອນເມສາ 2021 ນີ້. ຈຳນວນ 700 ຫລັງປະກອບ ມີ: ເຮືອນວິນລາ 80 ຫລັງ, ເຮືອນກໍ່ສອງຊັ້ນ 4 ຫລັງ, ເຮືອນເຄິ່ງກໍ່ເຄິ່ງໄມ້ 278 ຫລັງ ແລະ ເຮືອນມີກ້ອງຕາລ່າງ 338 ຫລັງ. ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ມີທັງໝົດ 811 ຫລັງ, ໃນນັ້ນ 45 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານໄທ ເຊິ່ງສຳເລັດແລ້ວ 44 ຫລັງ ແລະ ຍັງອີກພຽງ 1 ຫລັງ ທີ່ກຳລັງກໍ່ສ້າງ, ມີ 66 ຫລັງ ໄດ້ຮັບທຶນຊ່ວຍເຫລືອຈາກ ໂຄງການ UN-HABITAT ປະເທດຍີ່ປຸນ ເຊິ່ງສໍາເລັດທັງໝົດແລ້ວ ແລະ ສ່ວນທີ່ເຫລືອຄາດວ່າຈະໃຫ້ສໍາເລັດທັງໝົດໃນທ້າຍປີ 2021.

ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ - Visit Laos Visit SALANA BOUTIQUE HOTEL - ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ

ການກໍ່ສ້າງມີຄວາມຊັກຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ ມີຄວາມມັກບໍ່ຄືກັນ ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ, ລວມການຈັດສັນທີ່ດິນທີ່ຍັງບໍ່ທັນແທດເໝາະ ຫລື ຖືກກັບຄວາມຕ້ອງການຂອງປະຊາຊົນ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ.

ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ - 4 - ການກໍ່ສ້າງເຮືອນຖາວອນທົດແທນຄືນປະຊາຊົນຢູ່ສະໜາມໄຊ ຍັງມີຫລາຍປັດໄຈເຮັດໃຫ້ຊັກຊ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!