ຜູ້ຕິດເຊື້ອໃນສະຫະລັດພຸ່ງຂຶ້ນຢ່າງໄວວາໃນຫຼາຍວັນທີ່ຜ່ານມາຢ່າງຕໍ່ເນື່ອງ
November 11, 2020 - 12:25 PM


ສຳນັກຂ່າວ AP ລາຍງານເມື່ອວັນທີ 11 ພະຈິກວ່າ ຂະນະນີ້ມີຜູ້ຕິດເຊື້ອພຸ່ງຂຶ້ນຢ່າງໄວວາໃນສະຫະລັດ ນັບຕັ້ງແຕ່ມື້ທຳອິດທີ່ປະກາດການຕິດເຊື້ອໃນລັດ ວໍຊິງຕັນ ຫ່າງຈາກນີ້ 294 ວັນເປັນຕົ້ນມາ.
ໃນໜຶ່ງອາທິດທີ່ຈົບລົງໃນວັນທີ 10 ພະຈິກ ມີຜູ້ຕິດເຊື້ອໃໝ່ຫຼາຍກ່ວາ 770.000 ຄົນ, ເພີ່ມ 34% ທຽບໃສ່ 7 ວັນຄືນຫຼັງ. ມາເຖິງຂະນະນີ້ ໃນສະຫະລັດມີຜູ້ຕິດເຊື້ອສະສົມແລ້ວ 10,13 ລ້ານຄົນ. ຈຳນວນຜູ້ເສຍຊີວິເພີ່ມ 15% ພາຍໃນໜຶ່ງອາທິດທີ່ຜ່ານມາຊຶ່ງຫຼາຍກ່ວາ 6.000 ສົບ ທຽບໃສ່ອາທິດທີ່ຜ່ານມາ. ນີ້ເປັນການເສຍຊີວິດທີ່ສູງສຸດພາຍໃນໜຶ່ງອາທິດນັບຕັ້ງແຕ່ກາງເດືອນສິງຫາເປັນຕົ້ນມາ. ເຮັດໃຫ້ຕົວເລກຜູ້ເສຍຊີວິດສະສົມໃນສະຫະລັດຂຶ້ນເປັນ 238.000 ສົບແລ້ວ.