ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 -                                                              - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37
ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 - kitchen vibe - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີ​​​ຕ່າງປະ​ເທດ ໄດ້ນໍາພາຄະ​ນະ​ຜູ້​ແທນລາວ​ເຂົ້າຮ່ວມກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນ, ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົ​ມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຄັ້ງ​ທີ 22 ແລະ ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 28 ແບບທາງໄກ ​ເຊິ່ງຈຸດປະສົງຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ​ໂດຍຈະມີຂຶ້ນໃນວັນທີ 12-15 ພະຈິກນີ້ ພາຍໃຕ້ການເປັນປະທານຂອງຫວຽດນາມ.

ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 - 18 300x202 - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 - Visit Laos Visit SALANA BOUTIQUE HOTEL - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດຂອງການເປັນປະທານອາຊຽນຂອງ ສ.ສ.ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ກອງປະຊຸມ ຍັງໄດ້ຢ້ຳຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕໍ່ການກະກຽມທັງທາງດ້ານ ເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນ ທີ່ກ່ຽວຂ້ອງ ລວມທັງໄດ້ຮັບຊາບຄວາມຄືບໜ້າຫລ້າສຸດຂອງການຮ່າງບັນດາເອກະສານຜົນຂອງກອງປະຊຸມ ທີ່ຈະນຳສະເໜີຕໍ່ກອງປະຊຸມສຸດຍອດທີ່ຈະມາເຖິງພິຈາລະນາຮັບຮອງເອົາ. ນອກນັ້ນ, ກອງປະຊຸມໄດ້ຮັບຊາບກ່ຽວກັບບັນຊີການລົງສະໝັກ​ຂອງບັນດາປະເທດສະມາຊິກອາຊຽນໃນຕໍາແໜ່ງຕ່າງໆ ປະຈຳອົງການສະຫະປະຊາຊາດ (ສປຊ)  ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນນີ້,​ ສປປ ລາວ ກໍໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ: ສປປ ລາວ ຈະສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ຫລື ECOSOC ໃນສົກ ປີ 2023-2025.

ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 - 17 300x177 - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໃນ 1 ປີຜ່ານມາ ແລະ ເຫັນດີເປັນເອກະພາບຕໍ່ຮ່າງບົດລາຍງານການທົບທວນຄືນກາງສະໄໝແຜນແມ່ບົດດັ່ງກ່າວ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃນວັນທີ 12 ພະຈິກນີ້ ພິຈາລະນາຮັບຮອງເອົາ. ພ້ອມນີ້, ໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນຳພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ. ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນປີ 2020 ຂອງ ສ.ສ ຫວຽດນາມ ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສະແດງອອກຢູ່ໃນບັນດາບົດລາຍງານທີ່ໄດ້ຮັບຮອງເອົາ ເປັນຕົ້ນບົດລາຍງານປະທານກອງປະຊຸມສະພາປະສານງານອາຊຽນ ກ່ຽວກັບບັນດາກິດຈະກຳ ແລະ ຂໍ້ລິເລີ່ມໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19; ບົດລາຍງານຂອງທ່ານເລຂາທິການໃຫຍ່ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານອາຊຽນ; ບົດລາຍງານຂອງປະທານຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ; ບົດລາຍງານຂອງປະທານຄະນະໜ່ວຍງານສະເພາະກິດຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ຫລື ໄອເອໄອ; ບົດລາຍງານຂອງຄະນະກຳມະການປະສານງານ ວ່າດ້ວຍການເຊື່ອມຈອດອາຊຽນ; ບົດລາຍງານປະຈຳປີກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ບົດລາຍງານຄວາມຄືບໜ້າຂອງໜ່ວຍງານວິຊາການສະພາປະສານງານອາຊຽນ ກ່ຽວກັບການພິຈາລະນາປະເທດຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນ.

ພາຍຫລັງສຳເລັດກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແລ້ວ, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ຮ່ວມພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສຽງໃຕ້ ຫລື TAC ເພື່ອຮັບເອົາໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວຕາມລໍາດັບ.

ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 - 3 - ອາຊຽນທົບທວນການຮ່ວມມື ແລະ ກະກຽມເນື້ອໃນ  ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!