ຈັດຕັ້ງຜັນຂະຫຍາຍ ຄຳເວົ້າຂອງນາຍົກລັດຖະມົນຕີຮອດໃສແລ້ວ, ເປັນຈິງແລ້ວ ຫຼື ຍັງ ?
ໂດຍ: ລູກເມືອງພວນ
ຕໍ່ກັບການແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນໃນໝູ່ພະນັກງານລັດ ທີ່ກິນເງິນພາສີຂອງປະຊາຊົນ. ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ນະໂຍບາຍ ແລະ ແນວທາງແກ້ໄຂໄວ້ວ່າ: “ເກີດຢູ່ບ່ອນໃດ ບ່ອນນັ້ນແກ້, ບ່ອນໃດແກ້ບໍ່ໄດ້ຕ້ອງໃຫ້ຂັ້ນເທິງລົງໄປແກ້. ຜູ້ໃດບໍ່ຢາກແກ້ຕ້ອງແກ້ຜູ້ບໍ່ແກ້”
ຕໍ່ບັນຫາດັ່ງກ່າວຄວນຜັນຂະຫຍາຍໃຫ້ເປັນຂະບວນການທົ່ວສັງຄົມ. ທັງນີ້ກໍເພື່ອເປັນການຕ້ານ ແລະ ສະກັດກັ້ນບັນຫາ ຄວາມບໍ່ຊອບມາພາຄວນ ແລະ ປາກົດການຫຍໍ້ທໍ້ເກີດຂຶ້ນຢູ່ໃນສັງຄົມລາວໃຫ້ຫຼຸດໜ້ອຍຖອຍລົງ.
ຄຳເວົ້າດັ່ງກ່າວຂອງທ່ານ ທັງເປັນນະໂຍບາຍ ທັງເປັນແນວທາງທີ່ດີ ໃນການແກ້ບັນຫາປາກົດການຫຍໍ້ທໍ້ໃນສັງຄົມຂອງພວກເຮົາ. ແຕ່ປາກົດວ່າຄຳເວົ້າດັ່ງກ່າວຍັງບໍ່ທັນໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຈິງຈັງໃນທົ່ວສັງຄົມ, ຍັງປາກົດວ່າ ເວົ້າແລ້ວ ກໍແລ້ວໄປ ບໍ່ມີໃຜສົນໃຈຈະນຳເອົາໄປຈັດຕັ້ງປະຕິບັດເຮັດຕົວຈິງ. ບໍ່ທັນເຫັນພາກສ່ວນໃດນຳເອົາໄປຈັດຕັ້ງ ໃຫ້ເຫັນຜົນຕົວຈິງເພື່ອເປັນແບບຢ່າງ. ເສຍດາຍຄຳເວົ້າດັ່ງກ່າວຈະຖືກລືມ ແລະ ເສຍຄຸນຄ່າຂອງມັນໄປ.
ຢູ່ໃນກອງປະຊຸມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8 ກໍເຫັນບົດລາຍງານການກວດສອບ ແລະ ກວດກາແຫ່ງລັດລາຍງານຜົນເສຍຫາຍຈາກໂຄງການລົງທຶນ, ການເຊົ່າທີ່ດິນ ຈາກບຸກຄົນ ແລະ ນີຕິບຸຄົນ ນັບທັງພະນັກງານລັດ…ຫຼາຍພັນຕື້ກີບທີ່ບໍ່ເຂົາງົບປະມານແຫ່ງລັດແລະ ພ້ອມດຽວກັນນັ້ນກໍຍັງເຫັນການລາຍງານຂອງພາກສ່ວນໄອຍະການ, ສານລາຍງານວ່າ ພົບເຫັນພະນັກງານ ໃນອົງການດັ່ງກ່າວຈຳນວນໜື່ງຍັງລະເມີດຈັນຍາບັນ ແລະ ອື່ນໆ.
ໃນຄວາມເປັນຈິງແລ້ວ ບໍ່ຄວນຈະເອົາມາເລົ່າສູ່ກັນຟັງວ່າມີພະນັກງານຈຳນວນໜຶ່ງຍັງສໍ້ລາດບັງຫຼວງ ແຕ່ຫາກຢາກໄດ້ຍິນວ່າ ໄດ້ປະຕິບັດວີໄນໃສ່ໂທດພະນັກງານລັດ, ບຸກຄົນ ແລະ ນິຕິບຸກຄົນ ເຫຼົ່ານັ້ນແນວໃດ? ຈັກຄົນ? ພະນັກງານລະດັບໃດ? ຂະແໜງການໃດຫຼາຍກ່ວາໝູ່? ປະຕິບັດລະບຽບໜັກເບົາສໍ່າໃດ? ອັນນີ້ແມ່ນສິ່ງທີ່ສັງຄົມຢາກຮູ້ ແຕ່ຫາກບໍ່ແມ່ນເອົາມາເລົ່າສູ່ກັນຟັງ, ຢາກຮູ້ວ່າຈັດຕັ້ງປະຕິບັດຄຳເວົ້າຂອງທ່ານນາຍົກໄດ້ດີຢູ່ບ່ອນໃດແດ່ແລ້ວ? ຈັດຕັ້ງປະຕິບັດກັນຢູ່ໃນຂະແໜງການໃດແດ່? ອັນນີ້ຈຶ່ງສະແດງໃຫ້ເຫັນວ່າ ມັນແມ່ນການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ແນວທາງແກ້ໄຂຂອງທ່ານນາຍົກແທ້.
ເມື່ອຄຳເວົ້າ ການເປັນນະໂຍບາຍ, ກາຍເປັນແນວທາງແລ້ວ ຢາກໃຫ້ນຳໄປຈັດຕັ້ງປະຕິບັດ ບໍ່ແມ່ນເວົ້າເພື່ອເວົ້າ. ຄຳເວົ້າດັ່ງກ່າວມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ.
ຄຳເວົ້າທີ່ວ່າ “ເກີດຢູ່ບ່ອນໃດບ່ອນນັ້ນແກ້”: ອັນນີ້ແມ່ນມີຄວາມຊັດເຈນແລ້ວ, ບັນຫາເກີດຢູ່ບ່ອນໃດ, ຢູ່ພາກສ່ວນໃດ, ຂະແໜງການໃດ, ຂັ້ນໃດ ກໍຕ້ອງແມ່ນບ່ອນນັ້ນເປັນຜູ້ແກ້ເອົາເອງ ບໍ່ແມ່ນໃຫ້ພາກສ່ວນອື່ນໄປແກ້ໃຫ້ ເພາະຢູ່ບ່ອນໃດກໍມີການຈັດຕັ້ງຢູ່ບ່ອນນັ້ນ “ເຮືອນໂຕເອງຮົກກໍຕ້ອງປັດກວາດເອົາເອງ”, ບ່ອນໃດແກ້ບໍ່ໄດ້ຈຶ່ງໃຫ້ຂັ້ນເທິງລົງໄປແກ້ໃຫ້
“ຜູ້ໃດບໍ່ຢາກແກ້ ຕ້ອງແກ້ຜູ້ບໍ່ແກ້”: ມີຄວາມໝາຍວ່າ ຜູ້ໃດບໍ່ຢາກແກ້ ກໍຕ້ອງແກ້ກະໂຕຜູ້ບໍ່ຢາກແກ້ນັ້ນກ່ອນໝູ່, ບໍ່ຄວນຈະປະໄວ້ ເພາະມັນເປັນຕົວອັນຕະລາຍໃຫ້ແກ່ສັງຄົມ, ແມ່ນຜູ້ນັ້ນເປັນຄົນດື້ດ້ານຫົວແຂງ ຍັງຈະສືບຕໍ່ເປັນໜອນເຈາະໄສ້ ໃຫ້ປະເທດຊາດຈິບຫານວາຍວອດຕໍ່ໄປ. ຜູ້ທີ່ບໍ່ຢາກແກ້ ຕ້ອງໃຊ້ມາດຕະການຕາມລະບຽບກົດໝາຍຢ່າງເຄັ່ງຄັດ ກຳຈັດປັດເປົ່າມັນອອກໄປ. ຖ້າເປັນຄົນລັດ ກໍໃຫ້ອອກການ, ຖ້າເປັນບຸກຄົນ, ນິຕິບຸກຄົນ ກໍຕ້ອງປະຕິບັດກົດໝາຍຢ່າງເໝາະສົມ ບໍ່ສົມຄວນຈະຍັງໃຫ້ເຫຼືອຢູ່.
“ຜູ້ບໍ່ຢາກແກ້” ມັນກໍບົ່ງບອກໃຫ້ຮູ້ແລ້ວວ່າ ມັນແມ່ນຄົນບໍ່ດີ ແມ່ນຄົນຫວັງກິນບ້ານກິນເມືອງ, ແມ່ນຜູ້ບໍ່ຫວັງດີຕໍ່ປະເທດຊາດບ້ານເມືອງ. ຜູ້ຄືແນວນີ້ ຕ້ອງກຳຈັດປັດເປົ່ໃຫ້ໄວ ບໍ່ຕ້ອງເກງກົວວ່າຢູ່ໃນລະດັບໃດ. ຢູ່ລະດັບໃດພັກ-ລັດກໍເຮັດໄດ້ ຖ້າຫາກມີຄວາມຈິງໃຈ ເວັ້ນເສຍຢ້ານແຕ່ບໍ່ຈິງໃຈ. ຄົນລາວປັດຈຸບັນຜູ້ຮູ້ ຜູ້ເກັ່ງມີຫຼາຍ ບໍ່ຕ້ອງຢ້ານວ່າໄລ່ບຸກຄົນນັ້ນອອກແລ້ວ ຢ້ານປະເທດຊາດຫຼົ້ມຈົມ.