ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້

ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້ - 988 - ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້
ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້ - kitchen vibe - ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້

ປັດຈຸບັນການໂຄສະນາຂາຍສິນຄ້າ ແລະ ບໍລິການຕ່າງໆຜ່ານສື່ສັງຄົມອອນລາຍມີນັບມື້ຫລາຍຂຶ້ນເລື້ອຍໆ, ເຊິ່ງການໂຄສະນາຮູບແບບດັ່ງກ່າວມີທັງສິ່ງເປັນໜ້າເຊື່ອຖື ແລະ ຕົວະຍົວະຫລອກລວງຜູ້ບໍລິໂພກກໍມີຫລາຍ ແລະ ຫລາຍຄົນກໍເຄີຍຕົກເປັນເຫຍື່ອໃຫ້ແກ່ກຸ່ມໂຄສະນາດັ່ງກ່າວມາແລ້ວຄື: ອາຫານເສີມເພື່ອສຸຂະພາບ ແລະ ຄວາມງາມ, ຄີມທາໜ້າ ແລະ ເຄື່ອງສຳອາງອື່ນໆ.

ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້ - DSC06671 300x169 - ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້

ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້ - Visit Laos Visit SALANA BOUTIQUE HOTEL - ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຜູ້ຮັບຜິດຊອບວຽກງານປົກປ້ອງຜູ້ຊົມໃຊ້ ໄດ້ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ວ່າ: ບັນຫາການໂຄສະນາຂາຍສິນຄ້າ ແລະ ບໍລິການຕ່າງໆຜ່ານສື່ສັງຄົມອອນລາຍ, ເປັນຕົ້ນ ແມ່ນ ເຟສບຸກ ເປັນສິ່ງທ້າທາຍຫລາຍຕໍ່ການຮ້ອງຟ້ອງ ແລະ ແກ້ໄຂບັນຫາ ເນື່ອງຈາກວ່າຍັງບໍ່ມີນິຕິກຳໃດໃນການຄຸ້ມຄອງ ແລະ ເອົາໂທດຕໍ່ຜູ້ໂຄສະນາດັ່ງກ່າວ.

ຮອງຫົວໜ້າກົມການຄ້າພາຍໃນ ໃຫ້ຮູ້ວ່າ: ສຳລັບທິດທາງແກ້ໄຂວຽກງານຄຳສະເໜີຮ້ອງທຸກ ຫລື ແຈ້ງຂໍ້ມູນຈາກຜູ້ຊົມໃຊ້ນັ້ນພວກເຮົາພຽງແຕ່ຈະເພີ່ມທະວີການໂຄສະນາເຜີຍແຜ່ວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ກວ້າງຂວາງເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈກ່ຽວກັບສິດຂອງຜູ້ຊົມໃຊ້ ແລະ ຮູ້ວິທີກວດສອບຄຸນນະພາບສິນຄ້າກ່ອນຈະຕັດສິນໃຈຊື້ມານຳໃຊ້ ແລະ ເພື່ອອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານດັ່ງກ່າວກຳໄດ້ດ້ານລະບຽບກົດໝາຍທີ່ ເພື່ອຮັບປະກັນສິດສະເໝີພາບຂອງຜູ້ສະໜອງສິນຄ້າ-ການບໍລິການ ແລະ ຜູ້ຊົມໃຊ້, ປັບປຸງກົນໄກຮັບຄຳຮ້ອງທຸກ ແລະ ການນຳສົ່ງຂະບວນການຍຸຕິທຳ, ສ້າງຄູ່ມືກົນໄກການແກ້ໄຂໃຫ້ເປັນລະບົບຂຶ້ນກວ່າເກົ່າ ແລະ ປັບປຸງຂອດການປະສານງານລະຫວ່າງຂະແໜງການກ່ຽວຂ້ອງໃຫ້ມີປະສິດທິຜົນຕື່ມອີກ.

ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້ - 5 - ການໂຄສະນາສິນຄ້າ ແລະ ການບໍລິການຜ່ານສື່ສັງຄົມອອນລາຍຍັງເປັນສິ່ງທ້າທາຍຂອງວຽກງານປົກປ້ອງຜູ້ຊົມໃຊ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!