ຜູ້ເສຍຊີວິດຈາກພະຍາດຖອກທ້ອງຢູ່ເຢເມນເກີນ 1.500 ຄົນ


ຈຳນວນຜູ້ເສຍຊີວິດຈາກພະຍາດຖອກທ້ອງຢູ່ເຢເມນພາຍໃນຮອບ 2 ເດືອນຜ່ານມາ ມີບໍ່ຕໍ່າກວ່າ 1.500 ຄົນ ແລະ ຜູ້ຕິດເຊື້ອອາດເພີ່ມຂຶ້ນເປັນ 300.000 ຄົນພາຍໃນເດືອນກັນຍານີ້.
+ ສະຖານະການອະຫິວາຢູ່ເຢເມນ ຮຸນແຮງທີ່ສຸດເປັນປະຫວັດສາດ
+ ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເຈນີວາ ປະເທດສະວິດ ໃນວັນທີ 2 ກໍລະກົດນີ້ວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການໃນວັນທີ 1 ກໍລະກົດວ່າ: ຈຳນວນຜູ້ເສຍຊີວິດຈາກພະຍາດຖອກທ້ອງຢູ່ເຢເມນ ນັບແຕ່ທ້າຍເດືອນເມສາເປັນຕົ້ນມາ ເພີ່ມເປັນຢ່າງໜ້ອຍ 1.500 ຄົນ ແລະ ຈຳນວນຄົນເຈັບສະສົມມີປະມານ 246.000 ຄົນ, ແຕ່ມີທ່າອ່ຽງເພີ່ມເປັນ 300.000 ຄົນພາຍໃນເດືອນກັນຍານີ້ ໂດຍປັດຈຸບັນພົບການແຜ່ລະບາດໃນ 21 ຈາກ 22 ແຂວງ ເຊິ່ງຖືເປັນສະຖິຕິທີ່ເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກຈຳນວນຜູ້ເສຍຊີວິດເມື່ອ 2 ອາທິດຜ່ານມາມີຢ່າງໜ້ອຍ 1.300 ຄົນ ບົ່ງບອກເຖິງສະຖານະການທີ່ເກີດຂຶ້ນວ່າຍັງຢູ່ໃນລະດັບວິກິດ. ຂະນະທີ່ WHO ແລະ ອົງການພັນທະມິດທະຍອຍສົ່ງວັກແຊງປ້ອງກັນພະຍາດຖອກທ້ອງຈຳນວນ 1 ລ້ານຂະໜານໃຫ້ແກ່ເຢເມນ.


ທັງນີ້, ເຢເມນຜະເຊີນກັບສົງຄາມກາງເມືອງມາແຕ່ເດືອນກັນຍາ 2014 ເມື່ອກຸ່ມກະບົດຮູຕີບຸກເຂົ້າຢຶດຄອງນະຄອນຫລວງຊານາ ແລະ ສະຖານະການຮຸນແຮງຍິ່ງຂຶ້ນ ເມື່ອອາຣັບບີ ຊາອຸດິດ ແລະ ກຸ່ມພັນທະມິດອ່າວອາຣັບເຂົ້າມາປະຕິບັດການທາງທະຫານຕໍ່ຕ້ານກຸ່ມຮູຕີໃນເດືອນມີນາ 2015 ໂດຍການສູ້ຮົບຍັງຍືດເຍື້ອຈົນຮອດປັດຈຸບັນ ມີຜູ້ເສຍຊີວິດຫລາຍກວ່າ 10.000 ຄົນ ແລະ ປະຊາຊົນຫລາຍກວ່າ 3 ລ້ານຄົນຕ້ອງກາຍເປັນຜູ້ລີ້ໄພ. ຂະນະທີ່ກຸ່ມຮູຕີຍັງຢຶດຄອງນະຄອນຫລວງຊານາເອົາໄວ້ໄດ້ຢ່າງໜຽວແໜ້ນ, ສ່ວນລັດຖະບານຍ້າຍມາຕັ້ງລັດຖະບານພັດຖິ່ນຢູ່ເມືອງເອເດນ ເຊິ່ງຢູ່ທາງຕອນໃຕ້ ແຄມທະເລແດງ.