ຊົມເຊີຍການລົງທຶນຂອງລັດຖະບານມີຈຸດສຸມ ແລະ ຈະແຈ້ງກ່ວາເກົ່າ


ໂດຍ: ລູກເມືອງພວນ
ຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ນັບມື້ຮຸນແຮງຂຶ້ນ ໂດຍສະເພາະແມ່ນໃນໄລຍະການລະບາດຂອງພະຍາດໂຄວິດ-19 ທີ່ແຜ່ລາມໄປທົ່ວໂລກຂະນະນີ້.
ເພື່ອຮັກສາສະພາບຄ່ອງທາງດ້ານການເງິນ ໃຫ້ແກ່ການພັດທະນາປະເທດຊາດແບບຍືນຍົງ ແລະ ມີຈຸດສຸມຫຼາຍຂຶ້ນ, ຢຸດຕິບັນຫາ “ຕາໃຫ່ຍກ່ວາທ້ອງ ” ໂດຍບໍ່ໄດ້ຮັບໝາກຜົນດີເທົ່າທີ່ຄວນໃນໄລຍະຫຼາຍປີຜ່ານມາ, ລັດຖະບານຈຶ່ງຈຳເປັນຕ້ອງຕັດງົບປະມານ ໂຄງການທີ່ລັດຖະບານລົງທຶນນັ້ນລົງ ເພື່ອຮັກສາສະພາບຄ່ອງດ້ານການເງິນ, ໂດຍລັດຖະບານ ຈະພິຈາລະນາພຽງແຕ່ໂຄງການທີ່ສຳຄັນ ແລະ ຈຳເປັນ ໃນການລົງທຶນເທົ່ານັ້ນ ເພື່ອຫຼີກລ້ຽງໜີ້ສິນທີ່ບໍ່ສາມາດຄຸ້ມຄອງໄດ້.
ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຕໍ່ບັນຫາທີ່ວ່າ: ເປັນຫຍັງລັດຖະບານຈຶ່ງບໍ່ໃຫ້ບຸລິມະສິດແກ່ບັນດາໂຄງການພັດທະນາ? ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງຕໍ່ສະພາວ່າ: ບັນດາໂຄງການຖືກຈຳກັດຫຼາຍກໍເພາະວ່າ: “ພວກເຮົາຕ້ອງຈຳກັດຈຳນວນໂຄງການໃໝ່ທີ່ບໍ່ຈຳເປັນ ເພື່ອປ້ອງກັນການສ້າງໜີ້ສິນຊຳເຮື້ອ ແລະ ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງທາງການເງິນທີ່ລັດຖະບານມີຢູ່”. ໂຄງການໃໝ່ທີ່ລັດຈະພິຈາລະນາມີ: ການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ, ການພັດທະນາສີມືແຮງງານ, ການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ແລະ ການພັດທະນາຜະລິດຕະພັນກະສິກຳ ເພື່ອການສົ່ງອອກ.
ໃນ5 ປີຕໍ່ໜ້າ ສຳລັບງົບປະມານທີ່ໄດ້ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບທຶນຈາກລັດ ຈະເພີ່ມຂຶ້ນພຽງແຕ່ 10-15% ເທົ່ານັ້ນ.
ນີ້ເປັນການຕັດສິນໃຈທີ່ຖືກຕ້ອງເຫັນໄດ້ບັນຫາ ແລະ ມີການປັບຕົວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ຊື່ງການລົງທຶນແບບ”ກະຈາຍ” ຫຼື ການລົງທຶນແບບ “ບໍ່ມີຈຸດສຸມ” ໃນໄລຍະຜ່ານມາແມ່ນບໍ່ມີປະສິດທິປົນເທົ່າທີ່ຄວນ. ການຮັດແຄບເຂົ້າທີ່ມີຈຸດສຸມແບບນີ້ ຈະເຮັດໃຫ້ການພັດທະນາຈະໄວຂຶ້ນ ຄຸ້ມຄ່າ ແລະ ມີຄວາມເປັນຈິງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.