ຈາກສາວໂຮງງານທຳມະດາ ກາຍເປັນເສດຖີລະດັບໂລກ


ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ຄໍາໆນີ້ເປັນຄໍາເວົ້າທີ່ຫຼາຍຄົນອາດຈະເຄີຍໄດ້ຍິນແລະ ຮູ້ຈັກກັນດີ ເຊິ່ງມື້ນີ້ພວກເຮົາຈະຂໍຍົກເອົາເລື່ອງລາວຂອງແມ່ຍິງຄົນໜຶ່ງທີ່ມີຊີວິດດັ່ງຄໍາທີ່ວ່າ ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ມາໃຫ້ທຸກຄົນໄດ້ຮູ້ຈັກນໍາກັນ. ເລື່ອງຂອງລາວຈະໜ້າສົນໃຈແນວໃດ ມາຕິດຕາມພ້ອມກັນເລີຍ.
ແມ່ຍິງຄົນນີ້ຊື່ວ່າ Zhou Qunfei ເປັນ CEO ຂອງ Lens Technology ເປັນບໍລິສັດຜະລິດແວ່ນຕາ ໃຫ້ກັບແບຣນດັງລະດັບໂລກ ບໍ່ວ່າຈະເປັນ Tesla, Microsoft, Apple, Samsung ແລະ LG. ປັດຈຸບັນ ນາງ Zhou ອາຍຸ 50 ປີ ໂດຍໃນປີ 2017 ໄດ້ຮັບການຈັດອັນດັບຈາກ Forbes ວ່າເປັນແມ່ຍິງທີ່ຮັ່ງມີດ້ວຍຕົນເອງ ທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີຊັບສິນທັງໝົດ 84.000 ລ້ານໂດລາ. ແນວໃດກໍຕາມ ກ່ອນທີ່ແມ່ຍິງຄົນນີ້ຈະມາຮອດຈຸດນີ້ ເສັ້ນທາງຊີວິດຂອງລາວບໍ່ໄດ້ໂຮຍດ້ວຍກີບດອກກຸຫລາບຢ່າງງົດງາມຄືດັ່ງທີ່ຫຼາຍຄົນຄິດໄວ້.
ອຸປະສັກໃນຊີວິດຂອງ Zhou Qunfei ເລີ່ມຂຶ້ນຕັ້ງແຕ່ກ່ອນທີ່ຈະມືນຕາມາເບິ່ງໂລກ ຍ້ອນຕອນທີ່ແມ່ຖືພານາງຢູ່ ພໍ່ຂອງນາງທີ່ເຄີຍເປັນພະນັກງານຢູ່ໃນໂຮງງານ ກໍເກີດອຸປະຕິເຫດ ເຮັດໃຫ້ພິການທາງສາຍຕາ ແລະ ເສຍນິ້ວມືໄປ.
ຕໍ່ມາເມື່ອອາຍຸໄດ້ 5 ປີ ກໍສູນເສຍແມ່ໄປ. ສະນັ້ນ ຈຶ່ງເຮັດໃຫ້ຄອບຄົວລໍາບາກຫຼາຍ ສິ່ງທີ່ເກີດຂຶ້ນຢູ່ໃນຫົວຂອງ Zhou Qunfei ຕະຫຼອດເວລາໃນຕອນນັ້ນກໍຄື ຈະເຮັດແນວໃດຈຶ່ງຈະຢູ່ຫຼອດໃນມື້ຕໍ່ໄປ. ຕອນທີ່ Zhou ອາຍຸ 16 ປີ ລາວໄດ້ລາອອກຈາກໂຮງຮຽນ ແລະ ມາເຮັດວຽກພິເສດ ເປັນພະນັກງານປະກອບເລນໂມງ ພ້ອມທັງເລືອກທີ່ຈະຮຽນບັນຊີເສີມພາກຄໍ່າ ດ້ວຍຄວາມຝັນທີ່ມີວ່າມື້ໜຶ່ງຢາກຈະເປັນເຈົ້າຂອງທຸລະກິດສ່ວນຕົວ.
ແມ່ຍິງຄົນນີ້ໃຊ້ເວລາເກັບເງິນເປັນເວລາຫຼາຍປີ ຈົນມາຮອດປີ 1993 ກໍສາມາດເກັບເງິນໄດ້ກ້ອນໜຶ່ງປະມານ 20 ກວ່າລ້ານກີບ ຈຶ່ງມາລົງທຶນເປີດໂຮງງານທໍາອິດເປັນຂອງຕົນເອງ ຜະລິດສິ່ງທີ່ລາວມີປະສົບການຢູ່ແລ້ວນັ້ນກໍຄືເລນໂມງ ເລີ່ມຕົ້ນຈາກໂຮງງານທີ່ມີພະນັກງານບໍ່ຮອດ 10 ຄົນ ແລະ ພະນັກງານທັງໝົດນັ້ນກໍພີ່ນ້ອງຂອງລາວ ເຊິ່ງກໍໃຊ້ເວລາຫຼາຍປີໃນການຂະຫຍາຍທຸລະກິດ ຈົນກາຍເປັນໂຮງງານທີ່ມີພະນັກງານຫຼັກພັນຄົນ ໃນປີ 2003 ໂຮງງານຂອງ Zhou ກໍສາມາດເຊັນສັນຍາກັບ Motorola ໄດ້ສໍາເລັດ.
ໃນປີ 2015 ບໍລິສັດ Lens Technology ຂອງ Zhou ກໍສາມາດຈົດທະບຽນໃນຕະຫຼາດຫຼັກຊັບ ຈົນມາຮອດປັດຈຸບັນ ບໍລິສັດນີ້ມີມູນຄ່າສູງປະມານ 340.000 ລ້ານໂດລາ, ມີພະນັກງານ 200.000 ຄົນ ແລະ ຍອດຂາຍປີ 2019 ຫຼາຍກວ່າ 130.000 ລ້ານໂດລາ ເຊິ່ງເຕີບໃຫຍ່ຢ່າງຕໍ່ເນື່ອງໃນໄລຍະຫຼາຍປີທີ່ຜ່ານມາຖ້າເຮົາເບິ່ງຮູບພາບ Zhou ໃນມື້ນີ້ ເຮົາອາດຈະເຫັນວ່າເປັນພຽງແມ່ຍິງເກັ່ງທີ່ປະສົບຜົນສໍາເລັດຄົນໜຶ່ງ ເຊິ່ງກໍມີຫຼາຍຄົນທີ່ປະສົບຄວາມສໍາເລັດໃນປັດຈຸບັນ ແຕ່ຄວາມຈິງແລ້ວ ກ່ອນນາງຈະມາຮອດຈຸດໆນີ້ໄດ້ ຊີວິດຕ້ອງໄດ້ຜ່ານບົດທົດສອບຫຼາຍຢ່າງ ແລະ ຄວາມອົດທົນພະຍາຍາມເປັນສິ່ງທີ່ເຮັດໃຫ້ Zhou ຜ່ານທຸກເລື່ອງລາວມາໄດ້.
ໂດຍສະເພາະໃນຊ່ວງທີ່ຍາກລໍາບາກ ໂດຍນາງໄດ້ກ່າວເປັນໃຈຄວາມໄວ້ວ່າ: ຖ້າເຮົາຍ່າງມາໄດ້ເຄິ່ງທາງແລ້ວ ເຮົາຈະບໍ່ກ້າທີ່ຈະກັບໄປເລີ່ມຕົ້ນໃໝ່ອີກຄັ້ງ. ດັ່ງນັ້ນ ຖ້າພົບອຸປະສັກຈົ່ງອົດທົນ ແລະ ສູ້ຕໍ່ໄປ ແລະ ຄວາມອົດທົນນີ້ຈະນໍາພາເຮົາໄປສູ່ຄວາມສໍາເລັດໄດ້ໃນທີ່ສຸດ.