ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ

- mSQWlZdCq5b6ZLkmwvGk9J6Ma83cQfmy - ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ
- kitchen vibe - ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ

- mSQWlZdCq5b6ZLkmwvGk9J6Ma83cQfmy 300x169 - ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ
ການແຂ່ງຂັນຊົກມວຍຊີງ ແຊ໊ມໂລກ ຮຸ່ນເວລເຕີເວດ ອົງ ການມວຍໂລກ (WBO) ທີ່ສັງ ວຽນຊັນຄອບ ໃນເມືອງບຣີສ ເບນ ປະເທດອອສເຕຣເລຍ ໃນ ວັນທີ 02 ກໍລະກົດ ແມນນີ ປາ ກຽວ ຍອດນັກມວຍຄົນ ຟິລິບປິນ ເຈົ້າຂອງສາຍແອລ ຂຶ້ນປ້ອງກັນ ແຊ໊ມໂລກກັບ ເຈຟ ຮອນ ຜູ້ທ້າຊີງ ເຈົ້າຖິ່ນ.
ຮູບເກມການຊົກເປັນໄປ ຢ່າງສູສີ ໂດຍ ຮອນ ອາໄສຮູບ ຮ່າງທີ່ໄດ້ປຽບບຸກເຂົ້າໃສ່ ຂະນະ ທີ່ໃນໄລຍະກາງຂອງການຊົກ ປາກຽວ ຖືກຫົວຕຳຈົນແຕກ 2 ບ່ອນ ທີ່ບໍລິເວນຂະມັບທັງດ້ານ ຊ້າຍ ແລະ ດ້ານຂວາ ແນວໃດກໍ ຕາມ ປາກຽວ ມາເລັ່ງເຄື່ອງໃນ ຍົກທີ 9 ບຸກຊົກຈົນ ຮອນ ອອກ ອາການ ໃນຍົກທີ່ເຫຼື່ອບໍ່ມີການ ນ໊ອກກັນເກີດຂຶ້ນ ຄົບ 12 ຍົກ ຕ້ອງລວມຄະແນນຕັດສິນ ຜົນປາ ກົດວ່າ ຮອນ ເປັນ ຝ່າຍເອົາຊະ ນະຄະແນນໄປຢ່າງເອກະພາບ 117-111, 115-113, 115-113. ຄວ້າແຊ໊ມ ໂລກໄປຄອງ.
ຈາກໄຊຊະນະຄັ້ງນີ້ ສົ່ງຜົນ ໃຫ້ ຮອນ ສ້າງສະຖິຕິຊະນະເພີ່ມ ເປັນ 17 ຄັ້ງ ໂດຍເປັນການຊະ ນະນ໊ອກ 11 ຄັ້ງ ແລະ ສະເໝີ 1 ຄັ້ງ ສ່ວນ ປາກຽວ ເສຍເປັນຄັ້ງທີ 7 ສ່ວນສະຖິຕິຂອງລາວຢູ່ເວລາ ນີ້ຊະນະ 59 ຄັ້ງ, ເສຍ 7 ຄັ້ງ ແລະ ສະເໝີ 2 ຄັ້ງ ໂດຍເປັນການ ຊະນະນ໊ອກ 38 ຄັ້ງ.
ຫຼັງການຊົກ ປາກຽວ ກ່າວວ່າ: “ຂ້ອຍເຄົາລົບໃນການ ຕັດສິນຂອງກຳມະການ ແນ່ນອນ ຂ້ອຍຢາກແກ້ມື ເຮົາມີເງື່ອນໄຂ ການຊົກແກ້ມືເອົາໄວ້ໃນສັນຍາຢູ່ແລ້ວ ດັ່ງນັ້ນມັນບໍ່ໜ້າຈະມີບັນຫາ ຫຍັງ”.

- 4 - ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ
- Visit Laos Visit SALANA BOUTIQUE HOTEL - ພິກລ໊ອກ, ຮອນ ຊະນະ ປາກຽວ ຄວ້າແຊ໊ມສາຍແອວໂລກ WBO ໄດ້ສຳເລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!