ຕໍາຫລວດບໍລິຄໍາໄຊຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ

- kitchen vibe - ຕໍາຫລວດບໍລິຄໍາໄຊຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ
- DRUG 300x270 - ຕໍາຫລວດບໍລິຄໍາໄຊຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ
ຂ່າວ-ພາບ : ຫນັງສືພິມ ປກສ

ເມື່ອທ້າຍອາທິດຜ່ານມາ, ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍລິຄຳໄຊ, ໄດ້ຈັບຕົວທ້າວ ຜາຍ ອິນທະພອນ ອາຍຸ 49 ປີ ແລະ ນາງ ແສງ ອາຍຸ 50 ປີທັງສອງເປັນຜົວເມຍກັນຢູ່ບ້ານຈອມທອງ, ເມືອງຄຳ, ແຂວງຊຽງຂວາງ ມາດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຮ່ວມກັນຄ້າຂາຍຢາເສບຕິດ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຢາເສບຕິດຜ່ານແຂວງຂອງຕົນ, ກໍໄດ້ຕັ້ງດ່ານກວດກາຕາມເສັ້ນທາງຫລາຍຈຸດ ແລະ ພໍຮອດເວລາປະມານ 18:00 ໂມງຂອງວັນທີ 14 ມີນາ 2017 ກໍປະກົດເຫັນລົດເປົ້າໝາຍເປັນກະບະແດຮັນໝາຍເລກທະບຽນ ບຂ 5029 ກຳແພງນະຄອນ ແລ່ນມາຕາມເສັ້ນທາງບ້ານຜາໂປງ, ເມືອງທ່າພະບາດ ຈຶ່ງໄດ້ສະກັດໃຫ້ຢຸດລົດເພື່ອກວດກາ ແລະ ພົບເຫັນເຮໂຣອິນ 3 ແທ່ງ, ຢາບ້າ 2 ພັນເມັດ, ປືນ 1 ກະບອກ, ເງິນໂດລາປອມຈໍານວນ 60 ພັນໂດລາສະຫະລັດຊຸກເຊື່ອງໄວ້ໃນລົດ, ຈຶ່ງໄດ້ຈັບຕົວທັງສອງ ແລະ ຢຶດຂອງກາງເພື່ອເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ຜາຍ ຮັບສາລະພາບວ່າ: ເຮໂຣອິນ ແລະ ຢາບ້າເປັນຂອງຕົນແທ້, ຊຶ່ງຊື້ຈາກຂະບວນການຄ້າຢາເສບຕິດຢູ່ບ້ານທ່າກົກໄຮ, ເມືອງປາກງື່ມ ແລະ ປັດຈຸບັນ, ຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາ

ດໍາເນີນຄະດີຕາມລະບຽບກົດໝາຍ.

- 3 - ຕໍາຫລວດບໍລິຄໍາໄຊຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!