ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ

ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ -                                                        - ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ
ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ - kitchen vibe - ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ

ອິນ​ໂດ​ເນ​ເຊຍ​ກຳລັງ​ຜະ​ເຊີນ​ສະພາບ​ເສດຖະກິດ​ຫລຸດ​ຖອຍ​ເປັນຄັ້ງທຳ​ອິດ​ໃນ​ຮອບ 20 ກວ່າ​ປີ ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້. ຂະນະ​ທີ່​ປະຊາຊົນ​ຫລາຍ​ລ້ານ​ຄົນ​ຕົກ​ງານ​ໃນ​ໄລຍະ​ປີ​ຜ່ານ​ມາ ທ່າມກາງ​ການລະບາດ​ຂອງ​ພະຍາດ​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາ 2019 ຫລື ​ໂຄ​ວິດ-19.

ກົມ​ສະຖິຕິ​ອິນ​ໂດ​ເນ​ເຊຍ ລາຍ​ງານ​ວ່າ: ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ​ໃນ​ໄຕ​ມາດ​ທີ 3 ຫລຸດ​ລົງ 3,49% ​ເຊັ່ນ​ດຽວ​ກັບ​ການ​ບໍລິ​ໂພ​ກພາກ​ຄົວ​ເຮືອນ ​ແລະ ການ​ລົງທຶນ. ກ່ອນ​ໜ້າ​ນີ້, ບັນດາ​ນັກ​ເສດຖະສາດ​ຄາດ​ວ່າ: GDP ຈະ​ຫລຸດ​ລົງ 3% ຫລັງ​ຈາກ​ຫລຸດ​ລົງ​ເຖິງ 5,32% ​ໃນ​ໄຕ​ມາດ​ທີ​ສອງ. ຂະນະ​ດຽວ​ກັນ​ມີ​ລາຍ​ງານ​ວ່າ: ​ໃນ​ໄລຍະ​ຕົ້ນປີ​ຈົນ​ຮອດ​ເດືອນ​ສິງຫາ​ຜ່ານ​ມາ ມີ​ປະຊາຊົນ​ຕົກ​ງານ​ເນື່ອງ​ຈາກ​ໂຄ​ວິດ-19 ​ເຖິງ 2,67 ລ້ານ​ຄົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ເສດຖະສາດ​ໄດ້​ອອກ​ມາ​ຮຽກຮ້ອງ​ໃຫ້​ລັດຖະບານ​ອອກ​ມາດ​ຕະການ​ເພື່ອ​ຊ່ວຍ​ກະ​ຕຸ້ນ​ເສດຖະກິດ​ເປັນ​ການ​ເພີ່ມ​ຕື່ມ.

ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ - Visit Laos Visit SALANA BOUTIQUE HOTEL - ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ

ລາຍ​ງານ​ລະບຸ​ວ່າ: ການ​ບໍລິ​ໂພ​ກພາກ​ຄົວ​ເຮືອນ ​ເຊິ່ງ​ເປັນ​ຕົວ​ຫລັກ​ໃນ​ການ​ຂັບ​ເຄື່ອນ​ການ​ເຕີບ​ໃຫຍ່​ທາງ​ເສດຖະກິດ ປັບ​ຫລຸດ​ລົງ 4% ​ແລະ ການ​ລົງທຶນ​ຫລຸດ​ລົງ 6,5%. ຂະນະ​ທີ່​ການ​ສົ່ງ​ອອກ​ຕົກລົງ​ເຖິງ 10,8% ​ເນື່ອງ​ຈາກ​ອຸປະ​ສົງ​ຍັງ​ເສີຍ​ຊາ ​ເນື່ອງ​ຈາກ​ການລະບາດ​ຂອງ​ໂຄ​ວິດ-19.

ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ - 3 - ເສດຖະກິດອິນໂດເນເຊຍຫລຸດຖອຍເປັນຄັ້ງທຳອິດໃນຮອບ 20 ກວ່າປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!