ລາວທ່ຽວລາວຕ້ອງສ້າງປັດໄຈໃຫ້ລັດ ແລະ ບຸກຄົນຖົງຕື່ງ


ໂດຍ: ທິດກໍ່າ
ໃນເງື່ອນໄຂທີ່ພະຍາດໂຄວິດ-19 ຍັງລະບາດບຸກລຸກທຳລາຍຊີວິດອິນຊີ, ຄວາມຢູ່ດີກິນດີຂອງມວນມະນຸດ ແລະ ຍັງບໍ່ທັນຮູ້ວ່າອີກດົນປານໃດມັນຈຶ່ງຈະມະຫັບມະຫາຍໄປຈາກໂລກໃບນີ້ຢ່າງສິ້ນເຊີງ. ແຕ່ວ່າແນວໃດກໍຕາມ, ສິ່ງທີ່ປາດຖະໜາຂອງມວນມະນຸດໃນທົ່ວໂລກກໍຫວັງຢ່າງຍິ່ງວ່າ: ເຊື້ອພະຍາດດັ່ງກ່າວ ຈະຕ້ອງຖືກຈຳກັດ ແລະ ມະນຸດເຮົາຕ້ອງສາມາດຕ້ານທານກັບມັນໄດ້ໃນທີ່ສຸດ, ແຕ່ວ່າກວ່າຈະໄປເຖິງຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍປາຍທາງ ມັນກໍຕ້ອງໄດ້ຜ່ານໄລຍະໃດໜຶ່ງ ຫລື ມີເວລາໃນການຄົ້ນຄວ້າທົດລອງຢຸກຢາທານັງມາຢັບຢັ້ງ ເໝືອນດັ່ງໂຣກຮ້າຍຊະນິດອື່ນໆທີ່ໄດ້ກຳເນີດເກີດມາຄວບຄູ່ກັບການດຳລົງຊີວິດຂອງມວນມະນຸດໃນທົ່ວໂລກ.
ສຳລັບ ສປປ ລາວ ພວກເຮົານັບແຕ່ວັນທີ 1 ພະຈິກ ຫາວັນທີ 31 ທັນວາ 2020 ລັດຖະບານໄດ້ອອກແຈ້ງການສະບັບເລກທີ 1202/ຫສນຍ, ລົງວັນທີ 31/10/2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ບັນດາມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ຕໍ່ໄປອີກຈົນກວ່າໝົດປີນີ້. ແຕ່ອັນທີ່ມີການອະນຸຍາດຜ່ອນຜັນເພີ່ມຕື່ມກໍແມ່ນເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາຣາໂອເກະ ເພື່ອຫລຸດຜ່ອນຜົນກະທົບທາງດ້ານທຸລະກິດ. ນອກຈາກນັ້ນ ກໍເຫັນດີໃຫ້ປຶກສາຫາລືນະໂຍບາຍຜ່ອນຜັນຕື່ມໃນການເດີນທາງເຂົ້າ-ອອກປະເທດ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ, ສປປ ລາວ ກັບ ຍີ່ປຸ່ນ ແລະ ບັນດາປະເທດອາຊຽນ ທີ່ໄດ້ສະເໜີເຂົ້າມາໃໝ່. ສ່ວນການປິດ-ເປີດດ່ານຊາຍແດນ ນັບທັງດ່ານສາກົນ ແລະ ດ່ານປະເພນີນັ້ນ ກໍແມ່ນໄດ້ເປີດບາງດ່ານທີ່ຈຳເປັນ ທັງໃຫ້ປະຕິບັດຕາມມາດຕະການຜ່ອນຜັນ ທັງຄົນ ແລະ ພາຫະນະທີ່ຂົນສົ່ງສິນຄ້າເຂົ້າ-ອອກ.
ກໍດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ, ນັບແຕ່ມີເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ມາທຳລາຍເຜົາຜານຊີວິດອິນຊີຂອງມວນມະນຸດໃນທົ່ວໂລກ ໄດ້ເຮັດໃຫ້ພົນລະເມືອງຂອງໂລກຕາຍໄປນັບລ້ານກວ່າຄົນແລ້ວ. ນອກນັ້ນ ທາງດ້ານເສດຖະກິດ-ສັງຄົມຂອງໂລກກໍມີການທົດຖອຍໄປຕາມໆກັນ; ການພົວພັນເຂົ້າ-ອອກໄປມາຄ້າຂາຍຂອງແຕ່ລະປະເທດອາດເວົ້າໄດ້ວ່າປິດທັງພາຍນອກພາຍໃນຢູ່ຫລາຍປະເທດ ໂດຍສະເພາະແມ່ນປະເທດທີ່ມີການລະບາດໜັກ. ສິ່ງທີ່ໜ້າຄິດ ແລະ ເປັນຫ່ວງນັ້ນ ມາຮອດປັດຈຸບັນເຊື້ອພະຍາດໂຄວິດ-19 ມັນຍັງບໍ່ທັນມີທ່າທີຫລຸດຜ່ອນ, ເບິ່ງຢ່າງໜຶ່ງຄືວ່າມັນບໍ່ອະນຸຍາດໃຫ້ມະນຸດໃນໂລກນີ້ມີການພົວພັນ, ເຊື່ອມໂຍງໄປມາຫາສູ່ກັນ, ສະແດງອອກຄືໃນເມື່ອຕ້ານ ແລະ ປາບປາມສະຫງົບລົງແລ້ວ ມັນພັດກັບມາເກີດຄືນອີກ. ອີກປະການໜຶ່ງ ສິ່ງທີ່ໜ້າຢ້ານກົວ ແລະ ວິຕົກກັງວົນທີ່ສຸດ ກໍແມ່ນມາຮອດປັດຈຸບັນຍັງບໍ່ທັນມີຢາວັກຊິນຊະນິດໃດທີ່ຈະມາປິ່ນປົວຢັບຢັ້ງມັນລົງໄດ້ຢ່າງທັນການ, ເຖິງວ່າມີຫລາຍປະເທດຄົ້ນຄວ້າຜະລິດຢາວັກຊິນໄດ້ ແຕ່ກໍຍັງຢູ່ໃນຂັ້ນທົດລອງຈົນກວ່າເວລາອັນສົມຄວນຈຶ່ງສາມາດເອົາອອກມານຳໃຊ້ກັບຄົນເຮົາໄດ້ຢ່າງສົມບູນ.
ສະເພາະ ສປປ ລາວ ຂອງພວກເຮົາ ນັບແຕ່ມີໂຄວິດເຂົ້າມາອາລະວາດ ໄດ້ເຮັດໃຫ້ເສດຖະກິດຂອງປະເທດທົດຖອຍຈາກ 6% ລົງມາເຫລືອພຽງ 3% ຫລື ອາດຈະຫລາຍກວ່ານີ້ພາຍຫລັງໝົດປີ 2020. ຕົວຢ່າງສະເພາະຄວາມເສຍຫາຍທາງດ້ານລາຍຮັບຈາກການທ່ອງທ່ຽວແມ່ນມີປະມານ 800 ລ້ານ ຫາ 1 ຕື້ໂດລາສະຫະລັດ ໂດຍປະມານນັບແຕ່ທ້າຍປີ 2019 ຫາໝົດປີ 2020 ຫລື ໄປຮອດຕົ້ນປີ 2021. ນອກຈາກນັ້ນ ກໍຍັງມີຜົນກະທົບໃນດ້ານອື່ນໆອີກຢ່າງຫລວງຫລາຍພາຍມາກ.
ແຕ່ວ່າແນວໃດກໍຕາມ, ສຳລັບບັນຫາການທ່ອງທ່ຽວມາຮອດໄລຍະປັດຈຸບັນ ອີງໃສ່ສະພາບຄວາມເປັນຈິງທີ່ໄດ້ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມຈຳເປັນວາງນະໂຍບາຍຫັນທິດໃສ່ການທ່ອງທ່ຽວພາຍໃນເປັນຈຸດໜັກ. ໝາຍວ່າ ປະຕິບັດຄຳຂວັນ “ລາວທ່ຽວລາວ” ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ການທ່ອງທ່ຽວພາຍໃນປະເທດໄດ້ເຕີບໃຫຍ່ຄຶກຄັກແຂງແຮງ ແລະ ຖືເອົາຊ່ວງຕ້ານໂຄວິດ-19 ເປັນທາງອອກໃນການທ່ອງທ່ຽວຕິດພັນກັບການຜະລິດແບບຍືນຍົງ, ສີຂຽວ, ສະອາດຢູ່ພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ, ສາມາດຮັກສາຄວາມເຕີບໃຫຍ່ ແລະ ດຸ່ນດ່ຽງທາງດ້ານລາຍຮັບຈາກການທ່ອງທ່ຽວ ຫລື ເສດຖະກິດ-ສັງຄົມຂອງປະເທດ.
ເຖິງຢ່າງໃດກໍດີ, ເພື່ອໃຫ້ພາລະກິດການທ່ອງທ່ຽວຢູ່ພາຍໃນປະເທດມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂຶ້ນຢ່າງເຫັນໄດ້ຊັດ ບໍ່ວ່າໃນໄລຍະປັດຈຸບັນ ກໍຄືອະນາຄົດ ອັນສຳຄັນກວ່າໝູ່ໝົດຕ້ອງໄດ້ສ້າງປັດໄຈຫລາຍຢ່າງທີ່ເອື້ອອຳນວຍເພື່ອກະຕຸກຊຸກຍູ້ຂົງເຂດດັ່ງກ່າວໃຫ້ເປັນໄປຕາມຈຸດປະສົງ ແລະ ເປົ້າໝາຍ ເປັນຕົ້ນບັນຫາເສັ້ນທາງຄົມມະນາຄົມຕ້ອງໄປມາສະດວກສະບາຍ, ໂລ່ງລ່ຽນ. ພ້ອມກັນນັ້ນ ແຫລ່ງທ່ອງທ່ຽວແຕ່ລະແຫ່ງຕ້ອງໄດ້ປັບປຸງພື້ນຖານໂຄງລ່າງໃຫ້ດີ ແລະ ຮັບປະກັນ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວທຳມະຊາດ. ນອກຈາກນັ້ນ ກໍປັບປຸງການບໍລິການໃຫ້ເປັນທີ່ພໍໃຈຂອງນັກທ່ອງທ່ຽວທີ່ໄດ້ໄປສຳຜັດ.
ປະເທດລາວຂອງພວກເຮົາເປັນປະເທດທີ່ອຸດົມສົມບູນໄປດ້ວຍດ້ານທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນມີພູຜາປ່າໄມ້ທີ່ຂຽວສົດງົດງາມ ນັບທັງມີພື້ນຖານວັດທະນະທຳ-ສັງຄົມ, ສະຖາປັດຕະຍະ ກຳທີ່ມີເອກະລັກສະເພາະ, ມີມູນເຊື້ອຕໍ່ສູ້ຢ່າງພິລະອາດຫານໃນປະຫວັດສາດແຕ່ລະຍຸກ, ແຕ່ລະສະໄໝມາຢ່າງຍາວນານ. ນອກນັ້ນ ຍັງມີຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າຊົນທີ່ຈະດູດດຶງເອົານັກທ່ອງທ່ຽວທັງໃກ້ ແລະ ໄກໄດ້ໄປສຳຜັດກັບຄວາມເປັນທຳມະຊາດຂອງແຕ່ລະທ້ອງຖິ່ນ. ແນ່ນອນຖ້າຫາກໂຄງການຕາມຄຳຂວັນ “ລາວທ່ຽວລາວ” ເປັນໄປຕາມຄວາມຫວັງ ບໍ່ວ່າພາກລັດ ແລະ ບຸກຄົນຈະຕ້ອງພາກັນຖົງຕຶ່ງໃນອະນາຄົດ ຖ້າພວກເຮົາພ້ອມກັນເຮັດສຸດກົກສຸດປາຍ.