ຄວາມທຸກຍາກ ຂອງລາວຫຼຸດລົງແທ້ບໍ່?
ໂດຍ:ມຶກບໍ່ແຫ້ງ
ການຫລຸດຜ່ອນຄວາມທຸກຍາກ ແມ່ນບູລິມະສິດ ອັນດັບຕົ້ນຕໍຂອງລັດຖະບານ, ເມື່ອບໍ່ດົນຜ່ານມາ ພວກເຮົາພູມໃຈ ທີ່ໄດ້ຍິນຂ່າວວ່າ ຄວາມທຸກຍາກຫຼຸດລົງ ແຕ່ຫຼາຍຄົນຍັງສົງໄສວ່າ ຄວາມທຸກຍາກຫຼຸດລົງ ທີ່ວ່ານີ້ແມ່ນຄວາມຈິງ ຫຼືບໍ່?
ເມື່ອບໍ່ດົນຜ່ານມາ ບົດລາຍງານຂອງທະນາຄານໂລກ ໄດ້ປະກາດວ່າ ຄວາມທຸກຍາກຂອງ ສປປ ລາວ ຫຼຸດລົງ ຈາກ 24.6% ໃນສົກປີ 2012/2013 ມາເປັນ 18.3% ໃນສົກປີ 2018-2019. ໃນບົດລາຍງານ ດັ່ງກ່າວນັ້ນ ຍັງ ໄດ້ດ່າວຕື່ມວ່າ ຄວາມທຸກຍາກ ໃນເຂດຊົນນະບົດ ຫຼຸດລົງໄວຫຼາຍກວ່າ ໃນເມືອງ ແຕ່ກໍຍັງມີຄວາມທຸກຍາກຫຼາຍ ໃນເຂດຊົນນະບົດ.
ພ້ອມນັ້ນ ເພິ່ນກໍເວົ້າວ່າ ການຂະຫຍາຍຕົວທາງດ້ານເສດຖະກິດ ມີອັດຕາໄວກວ່າ ການຫຼຸດລົງຂອງຄວາມຍາກ ນັ້ນກໍສະແດງວ່າ ອັດຕາການເຕີບທາງດ້ານເສດຖະກິດ ທີ່ໄວວານັ້ນ ບໍ່ໄດ້ຕອບສະໜອງ ກັບຄວາມປາຖະໜາ ຂອງພວກເຮົາ ນັ້ນກໍຄື ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໄດ້ຢ່າງຂາດຕົວ.
ໃນສະພາບທີ່ພວກເຮົາຄິດໄລ່ ເອົາ ລາຍໄດ້ລວມ ມາສະເລ່ຍໃສ່ຫົວຄົນນັ້ນ ແມ່ນຊັດເຈນແລ້ວວ່າ ບໍ່ສາມາດວັດແທກ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນໄດ້ ຍ້ອນລາຍໄດ້ລວມດັ່ງກ່າວ ລວມເອົາ ບັນດາທຶນຮອນ ທີ່ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນລາວ, ທຶນຮອນຂອງໂຄງການຕ່າງໆ ທີ່ຫຼາຍຄັ້ງຄາວ ມີຜົນກະທົບດ້ານດີ ຕໍ່ການຫຼຸດຜ່ອນຄວາມທຸກຍາກໜ້ອຍ ຫຼື ບາງກໍລະນີຮ້າຍແຮງ ຍິ່ງເຮັດໃຫ້ ປະຊາຊົນທຸກຍາກລົງຕື່ມ ໂດຍສະເພາະ ຕິດພັນກັບເລື່ອງທີ່ດິນ ແລະ ຊັບພະຍາກອນທຳມະຊາດອື່ນໆ.
ການເປີດເຜີຍຕົວເລກຂອງການຫຼຸດລົງຂອງຄວາມທຸກຍາກ ດັ່ງກ່າວນັ້ນ ແມ່ນມີຂຶ້ນ ໃນທ່າມກາງ ທີ່ປະຊາຊົນ ໃນປະເທດ ກຳລັງ ໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍສິບພັນຄົນ ໃນປະເທດ ບໍ່ວຽກເຮັດງານທຳ, ບັນດາຫົວໜ່ວຍທຸລະກິດ ນ້ອຍໃຫຍ່ ໄດ້ຮັບຜົນກະທົບ ບວກກັບ ໄພທຳມະຊາດ ທີ່ນໍ້າຖວທາງໃຕ້ ໄພແຫ້ງແລ້ງທາງເໜືອ ເຊິ່ງກໍໃຫ້ເກີດຄຳຖາມວ່າ ຄວາມທຸກຍາກຂອງປະຊາຊົນ ນັ້ນໄດ້ຫຼຸດລົງ ແທ້ບໍ່?
ແນ່ນອນ ການເບິ່ງຄວາມທຸກຍາກ ຈາກຕົວເລກທີ່ຄິດໄລ່ກວມລວມ ແມ່ນຫ່າງເຫີນຈາກຄວາມເປັນຈິງ ຂອງທ້ອງຖິ່ນຢ່າງຫຼວງຫຼາຍ, ແລ້ວແມ່ນຫຍັງ ເປັນຕົວຊີ້ວັດ ທີ່ສຳຄັນຂອງຄວາມທຸກຍາກ? ພວກເຮົານຶກເຫັນວ່າ ປະຊາຊົນ ມີ ແລະ ເຂົ້າເຖິງປັດໄຈພື້ນຖານ ເຊັ່ນ ອາຫານທີ່ພຽງພໍຕະຫຼອດປີ ແລະ ມີໂພຊະນາການ, ມີເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສທີ່ແໜ້ນໜາຖາວອນ, ເຂົ້າເຖິງ ການບໍລິການ ທາງດ້ານສຸຂະພາບ ທີ່ມີຄຸນນະພາບ, ມີໄຟຟ້າຊົມໃຊ້ ໃນລາຄາ ທີ່ສົມເຫດສົມຜົນ, ມີນໍ້າສະອາດ ດື່ມ ແລະ ໃຊ້, ເຂົ້າເຖິງເສັ້ນທາງ, ການສຶກສາ ແລະ ມີລະບົບປົກປ້ອງທາງສັງຄົມ ທີ່ປະຊາຊົນ ເພິ່ງພາໄດ້ ດັ່ງນີ້ ເປັນຕົ້ນ.
ໃນສະພາບປັດຈຸບັນ ເຖິງວ່າລັດຖະບານເຮົາ ໄດ້ລົງທຶນ ແລະ ມີຄວາມພະຍາຍາມ ໃນການພັດທະນາຊົນນະບົດ ຢ່າງຫຼວງຫຼາຍ ແຕ່ຍັງເຫັນວ່າ ຄວາມທຸກຍາກຂາດເຂີນຂອງປະຊາຊົນ ແມ່ນຍັງເປັນເລື່ອງທີ່ໜ້າກັງວົນທີ່ສຸດ, ຫຼາຍເຂດຫຼາຍທ້ອງຖິ່ນຍັງບໍ່ສາມາດ ເຂົ້າເຖິງປັດໄຈພື້ນຖານທີ່ວ່າມາຂ້າງເຖິງ ໂດຍສະເພາະ ບໍ່ມີອາຫານທີ່ພຽງພໍ ແລະ ມີໂພຊະນາການຕະຫຼອດປີ. ພ້ອມນັ້ນ ໃນຕົວເມືອງພັດພົບພໍ້ບັນຫາຄ່າຄອງຊີບແພງ ຄ່າແຮງງານ ພັດຕໍ່າ ອັນໄດ້ເຮັດໃຫ້ ຊີວິດຟືດເຄືອງ ບໍ່ແມ່ນງ່າຍ.
ເມື່ອເປັນເຊັ່ນນັ້ນ, ຈຶ່ງເປັນໂຈດໃຫ້ ພວກເຮົາວ່າ ການຫຼຸດຜ່ອນຄວາມທຸກຍາກນັ້ນ ບໍ່ສາມາດໄລ່ກວມລວມ ອີງຕາມ ລາຍໄດ້ລວມຂອງປະເທດອີກແລ້ວ, ຜູ້ວາງນະໂຍບາຍທຸກຂັ້ນຕ້ອງແທດເຖິງ ແລະ ເຂົ້າໃຈສະພາບ ຄວາມເປັນຈິງໃນແຕ່ລະທ້ອງຖິ່ນ ເພື່ອແກ້ໄຂ ເຮັດແນວໃດໃຫ້ ການຫຼຸດພົ້ນຈາກຄວາມທຸກຍາກຂອງລາວ ໝາຍເຖິງຄວາມຢູ່ດີ ມີຄວາມສຸກຂອງປະຊາຊົນ ຢ່າງແທ້ຈິງ.