ຫຼາຍໝື່ນຄົນ ແຫ່ກັນອອກຈາກ ປາຣີ ເພື່ອຫຼີກການລັອກດາວ


ຄ້າຍແລງຂອງວັນທີ 29 ຕຸລານີ້ ມີຫຼາຍໝື່ນຄົນ ແຫ່ກັນອອກຈາກກຸງ ປາຣີ ເພື່ອຫຼີກການປະກາດລັອກດາວຂອງລັດຖະບານ ກ່ອນທີ່ຈະມີຜົນບັງຄັບໃຊ້, ອັນເຮັດໃຫ້ການຈະລາຈອນຕ້ອງຕິດຂັດ.
ສຳນັກຂ່າວ ເດລີເມລ ເປີດເຜີຍຄິບວີດີໂອ ໃນເຄືອຂ່າຍສັງຄົມ ທະວິດເຕີ ໃຫ້ເຫັນພາບຜູ້ຄົນຊຸກແຍ່ແຫ່ກັນອອກຈາກ ກຸງປາຣີ ເພື່ອຫຼີກໜີການລັອກດາວຂອງລັດຖະບານກ່ອນຈະມີຜົນບັງຄັບໃຊ້ໃນເວລາ 9 ໂມງກາງຄືນ ແລະ ການປະກາດລັອກດາວຮອບ 2 ນັບແຕ່ທ່ຽງຄືນເປັນຕົ້ນໄປ.
ພາບໃນຄິບວີດີໂອ ຍັງໃຫ້ເຫັນຄວາມສັບສົນວຸ້ນວາຍ ບົນທ້ອງຖະໜົນທີ່ເຕັມໄປດ້ວຍຜູ້ຄົນ ແລະ ສຽງແກລົດຝົດສະໜັ່ນຫວັ່ນໄຫວ ແລະ ລົດຕິດຫຼາຍຮ້ອຍກິໂລແມດ ເພື່ອຍາດຊີງກັນອອກໄປ ຢູ່ໃນເຂດຊານເມືອງ ແລະ ຊົນນະບົດ.
ຈຳພວກທີ່ມັກມ່ວນ ກໍຮີບຟ້າວຫຼີ້ນກິນ ມ່ວນຊື່ນຊໍ້າໃຫ້ໝົດຄໍ່າຄືນດັ່ງກ່າວ ເພາະຮ້ານອາຫານ ຮ້ານບັນເທີງຈະໄດ້ປິດປະຕູ ຕາມມາດຕະການລັອກດາວຂອງລັດຖະບານ.
ພ້ອມດຽວກັນນັ້ນ, ກໍຍັງໄດ້ແກ້ງແຍ່ງຍາດຊີງກັນ ຊື້ເຄື່ອງຂອງສີນຄ້າ ອາຫານການກິນຢູ່ຕາມຫ້າງຮ້ານຕ່າງໆ ເພື່ອໄວໄວ້ພາຍໃນ 1 ເດືອນທີ່ຈະບໍ່ໄດ້ອອກໄປໃສ.
ທາງດ້ານ ກະຊວງສາທາລະນະສຸກຂອງ ຝຣັ່ງ ກ່າວເຕືອນ ເມື່ອວັນທີ 29 ຕຸລານີ້ວ່າ ຈະມີປະມານ 1 ລ້ານຄົນຕິດເຊື້ອໄວຣັດ, ໃນນັ້ນ ປະທານາທິບໍດີ ມາຄຣອງ ປະກາດວ່າຈະມີປະມານ 400.000 ຄົນເສຍຊີວິດ ຖ້າຫາກບໍ່ປະຕິບັດມາດຕະການທີ່ເຄັ່ງຂັດ.