ປີນີ້ລາວຈະສົ່ງເຂົ້າຂາຍໄປຈີນ 20 ພັນໂຕນ
March 20, 2017 - 7:12 PM


ທ່ານຫົວໜ້າກົມສົ່ງເສີມການຄ້າລາວ ເວົ້າວ່າ: ເພື່ອຕອບສະໜອງຄວາມຕ້ອງການຜະລິດເປັນສີນຄ້າດັ່ງກ່າວ, ຂະແໜງກ່ຽວຂ້ອງຈະຕ້ອງໄດ້ເພີ່ມທະວີກະຕຸກຊຸກຍູ້ການຜະລິດເຂົ້າຂອງປະຊາຊົນເຮົາໃຫ້ກວ້າງຂວາງ ແລະ ມີປະສິດທິຜົນດີຂຶ້ນ, ເຖິງວ່າປັດຈຸບັນລັດຖະບານໄດ້ມີນະໂຍບາຍສົ່ງເສີມໃຫ້ປະຊາຊົນໃນເຂດມີເງື່ອນໄຂປູກເຂົ້າໃຫ້ກາຍເປັນສີນຄ້າສົ່ງອອກຫລາຍຂຶ້ນເພື່ອສາມາດສ້າງລາຍຮັບມາສູ່ຕົນເອງ ແລະ ນໍາມາພັດທະນາຊີວິດການເປັນຢູ່ດີຂຶ້ນ, ບົນຈິດໃຈປະຕິບັດນະໂຍບາຍຄໍ້າປະກັນສະບຽງອາຫານຂອງປະເທດບັນລຸຜົນຕາມລະດັບຄາດໝາຍວາງໄວ້.