ໜ້າເປັນຫ່ວງສະພາບໄຂ້ຍຸງລາຍທົ່ວປະເທດມີຜູ້ຕິດເຊື້ອຫລາຍກວ່າ 7.450 ຄົນ


ໃນວັນທີ 26 ຕຸລານີ້, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ສິບເດືອນຜ່ານມາທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວຫລາຍກວ່າ 7.450 ຄົນແລ້ວ ໃນນັ້ນຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີ 1.700 ກວ່າຄົນ, ຮອງລົງມາແມ່ນ ແຂວງບໍລິຄຳໄຊ 867 ຄົນ, ບໍ່ແກ້ວ 706 ຄົນ ແລະ ວຽງຈັນ 695 ຄົນ. ມີຜູ້ເສຍຊີວິດແລ້ວ12 ຄົນ ໃນນັ້ນສະເພາະຢູ່ນະຄອນຫລວງ ມີ 4 ຄົນ, ບໍລິຄຳໄຊ ແລະ ຄຳມ່ວນ ແຂວງລະ 2 ຄົນ, ໄຊຍະບູລີ , ຊຽງຂວາງ , ສະຫວັນນະເຂດ ແລະ ຜົ້ງສາລີ ແຂວງລະ 1 ຄົນ.
ຮອງຫົວໜ້າກົມດັ່ງກ່າວເຕືອນວ່າ: ຕໍ່ສະພາບດັ່ງກ່າວຈຶ່ງຂໍຮຽກ ຮ້ອງມາຍັງ ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈກັນປະຕິບັດຫລັກການ 5 ປ ໃຫ້ເຄັ່ງຄັດ ແລະ ເປັນປະຈຳຄື:
1/. ປິດ= ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່;
2/. ປ່ຽນ= ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;
3/. ປ່ອຍ= ປາຫາງນົກຍຸງເພື່ອກິນໜອນນ້ຳ;
4/. ປັບປຸງ= ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ;
5/. ປະຕິບັດ= ໃຫ້ເປັນນິໄສ ປະຈຳທຸກໆອາທິດ.
ຖ້າຫາກເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວທັນການ.