ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ

ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ - n3 2 - ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ
ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ - kitchen vibe - ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ

ໂດຍ: ລູກເມືອງພວນ

ບໍ່ສະເພາະແຕ່ລາວເຮົາ, ໃນທົ່ວໂລກກໍຕົກຢູ່ໃນຊະຕາກຳອັນດຽວກັນ ພາຍໃຕ້ການຂົ່ມຂູ່ ຂອງພະຍາດໂຄວິດ-19. ທຸກປະເທດລ້ວນແຕ່ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວດຳລົງຊີວິດ ແລະ ດຳເນີນທຸລະກິດການຄ້າຂາຍຮ່ວມກັນ, ສ່ວນຫຼາຍແມ່ນ ລ໊ອກດາວພໍໃຜພໍລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາ, ຊຶ່ງເປັນຕົ້ນເຫດໃຫ້ການດຳລົງຊີວິດຝືດເຄືອງ, ເສດຖະກິດຕົກຕໍ່າ, ຄົນວ່າງງານ… ໂດຍສະເພາະແມ່ນບັນດາປະເທດດ້ອຍພັດທະນາເຊັ່ນປະເທດພວກເຮົາຍິ່ງມີຄວາຫຍຸ້ງຍາກຫຼາຍເທົ່າ ເມື່ອທຽບໃສ່ປະເທດທີ່ຈະເລີນແລ້ວ.

ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ - Visit Laos Visit SALANA BOUTIQUE HOTEL - ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ

ເຖິງຢ່າງໃດກໍຕາມ, ເພື່ອໃຫ້ປະຊາຊົນມີຢູ່ມີກິນ ພ້ອມທັງມີຄວາມປອດໄພຈາກໂຄວິດ-19, ລັດຖະບານແຕ່ລະປະເທດກໍຫາຊ່ອງທາງເອົາຕົວລອດພໍໃຜພໍລາວ ໂດຍອີງໃສ່ເງື່ອນໄຂ ແລະ ທ່າແຮງພາຍໃນປະເທດເປັນຕົ້ນຕໍ, ສົ່ງເສີມເສດຖະກິດພາຍໃນໃຫ້ເຂັ້ມແຂງ ດ້ວຍການຈັບຈ່າຍໃຊ້ສອຍຜະລິດຕະພັນພາຍໃນຂອງປະເທດຕົນເອງ, ທ່ອງທ່ຽວໃນປະເທດຕົນເອງ, ສ້າງວຽກເຮັດງານທຳພາຍໃນປະເທດຕົນເອງ, ຈັດຕັ້ງໂຄງສ້າງການຜະລິດພາຍໃນໃຫ້ເຂັ້ມແຂງ…

ເພື່ອຕອບສະໜອງທິດທາງດັ່ງກ່າວ ລັດຖະບານລາວໄດ້ຊຸກຍູ້ສົ່ງເສີມໃຫ້ມີການຜະລິດສິນຄ້າພາຍໃນໃຫ້ຫຼາຍໆ ເພື່ອກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຢຶດຖືການຜະລິດກະສິກຳເປັນຕົ້ນຕໍ ແຕ່ຕ້ອງສ້າງໃຫ້ເປັນຂະໜາດໃຫ່ຍເຊັ່ນ: ເປັນນິຄົມ, ເປັນຟາມ, ເປັນສະຫະກອນ  ໂດຍລວມໝູ່ ແລະ ເອກະຊົນ, ສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການຕໍ່າຫູກຖໍໄໝ, ຫັດຖະກຳ, ອຸດສາຫຳກຳຂະໜາດນ້ອຍ, ຂະໜາດກາງ, ເຄື່ອງໃຊ້ສອຍທີ່ຈຳເປັນ… ຮຽກຮ້ອງໃຫ້ພາກທຸລະກິດເອກະຊົນສ້າງວຽກເຮັດງານທຳໃຫ້ຄົນລາວດ້ວຍກັນ, ສົ່ງເສີມແຮງງານລາວ, ຮັກສາອາຊີບທີ່ຈຳເປັນໄວ້ໃຫ້ຄົນລາວ…

ນອກຈາກນີ້, ລັດຖະບານຍັງມີນະໂຍບາຍ “ລາວທ່ຽວລາວ” ກໍເປັນວິທີການໜຶ່ງທີ່ສາມາດກະຕຸ້ນເສດຖະກິດມະຫາພາກໄດ້ສ່ວນໃດສ່ວນໜຶ່ງ, ຮັກສາໄວ້ໃຫ້ເງິນກີບລາວໝູນວຽນຢູ່ພາຍໃນໃຫ້ຫຼາຍຂຶ້ນ, ກຳຈັດເງິນຫຼັ່ງໄຫຼອອກໄປຕ່າງປະເທດ. ໂດຍປະຕິບັດຄຳຂວັນທີ່ວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ” ນີ້ເປັນຄຳຂວັນສົ່ງເສີມເສດຖະກິດພາຍໃນທີ່ດີທີ່ສຸດ.

ເຖີງຈະແມ່ນໄລຍະໂຄວິດ ຫຼື ບໍ່ແມ່ນໄລຍະໂຄວິດ ກໍຕາມ, ຄົນລາວພວກເຮົາຈົ່ງພ້ອມກັນເຊີດຊູຈີດໃຈຊາດໃຫ້ສູງສົ່ງ, ພ້ອມກັນສົ່ງເສີມຜະລິດຕະພັນຂອງລາວເອງ ພ້ອມທັງຈຳກັດສິນຄ້າຕ່າງປະເທດເຂົ້າມາແກ້ງແຍ້ງ ສິນຄ້າທີ່ລາວເຮົາຜະລິດໄດ້, ນຳເຂົ້າສິ່ງທີ່ຈຳເປັນ ແລະ ລາວເຮົາຜະລິດບໍ່ໄດ້ ແມ່ນຈະເປັນການດີທີ່ສຸດ. ພວກເຮົາທຸກຄົນຈົ່ງພ້ອມໃຈກັນກັບລັດຖະບານ ເພື່ອສ້າງເສດຖະກິດພາຍໃນໃຫ້ເຂັ້ມແຂງ ບໍ່ປະໃຫ້ປະຊາຊົນຕົກຢູ່ໃນສະພາບທຸກຍາກຂາດເຂີນໃນໄລຍະໂຄວິດນີ້. ພ້ອມກັນເຊີດຊູຈິດໃຈທີ່ວ່າ “ລາວເຮັດ ລາວໃຊ້ ລາວໄດ້ລາວຈະເລີນ” ແລະ “ໃຊ້ຂອງລາວ, ລາວທ່ຽວລາວ”.

ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ - 3 - ໃນສະພາບໂຄວິດ ພວກເຮົາຈົ່ງພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດ ຜະລິດຕະພັນ, ສິນຄ້າຂອງລາວ ໃຫ້ເຂັ້ມແຂງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!