ເຢຍລະມັນທຸ້ມເງິນກ້ອນໃຫຍ່ອຸ້ມສາຍການບິນລຸບຮັນຊ່າ ພ້ອມເຂົ້າຖືຫຸ້ນ 20%


ລັດຖະບານເຢຍລະມັນຈົກເງິນ 9 ພັນລ້ານເອີໂຣ ເພື່ອກອບກູ້ສາຍການບິນລຸບຮັນຊ່າ (Lufthansa Airlines) ບໍ່ໃຫ້ລົ້ມລະລາຍຈາກຜົນກະທົບການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ – 19) ທີ່ເຮັດໃຫ້ຕົ້ນທຶນຕໍ່າດັ່ງ ເຢຍລະມັນວິງ ຍຸຕິກິດຈະການໄປເມື່ອເດືອນເມສາ 2020 ທີ່ຜ່ານມາ.
ພາຍໃຕ້ແຜນການຊ່ວຍເຫລືອດັ່ງກ່າວ ລັດຖະບານເຢຍລະມັນຈະເຂົ້າຖືຫຸ້ນໃນສາຍການບິນລຸບຮັນຊ່າເປັນອັດຕາສ່ວນ 20% ໂດຍມີແຜນຈະຂາຍຫຸ້ນຈຳນວນນີ້ອອກໄປພາຍໃນທ້າຍປີ 2023. ແນວໃດກໍຕາມ, ແຜນດັ່ງກ່າວຍັງຈຳເປັນຕ້ອງໄດ້ຮັບການອະນຸມັດຈາກກຸ່ມຜູ້ຖືຫຸ້ນຂອງສາຍການບິນ ລວມທັງຄະນະກຳມາທິການເອີຣົບ. ນອກຈາກນີ້, ລັດຖະບານເຢຍລະມັນຍັງຕ້ອງອັດສີດເງິນປະມານ 5,7 ພັນລ້ານເອີໂຣ ໃນພາກສ່ວນຫຸ້ນທີ່ບໍ່ມີສິດທິອອກຄະແນນສຽງ. ແນວໃດກໍຕາມ ສ່ວນໜຶ່ງຂອງເງິນດັ່ງກ່າວສາມາດປ່ຽນສະພາບເປັນການຖືຫຸ້ນເພີ່ມຕື່ມໄດ້ອີກ 5% ເຊິ່ງຈະເຮັດໃຫ້ລັດຖະບານສາມາດຄັນຄ້ານການຖືຫຸ້ນຢ່າງບໍ່ເປັນມິດ (hostile takeover) ທີ່ອາດຈະເກີດຂຶ້ນໃນອະນາຄົດໄດ້.


ພາຍຫລັງມີການລາຍງານຂ່າວດັ່ງກ່າວ ຕະຫລາດຫຸ້ນໃນເອີຣົບລ້ວນແຕ່ຂານຮັບດ້ວຍການປັບໂຕເພີ່ມຂຶ້ນ ໂດຍລາຄາຫຸ້ນຂອງສາຍການບິນລຸບຮັນຊ່າເມື່ອປິດຕະຫລາດກໍເພີ່ມຂຶ້ນ 7,5% ໃນຂະນະທີ່ດັດຊະນີ Dax ຂອງເຢຍລະມັນປັບໂຕເພີ່ມຂຶ້ນ 2%. ສ່ວນດັດຊະນີຕະຫລາດຫຸ້ນໃນນະຄອນແຟຣັງເຟີດເຮັດສະຖິຕິສູງສຸດນັບຕັ້ງແຕ່ວັນທີ 6 ມີນາ 2020 ທີ່ຜ່ານມາ. ສ່ວນ Cac 40 ໃນຝຣັ່ງກໍປັບໂຕເພີ່ມຂຶ້ນ 1,5%. ຂະນະທີ່ດັດຊະນີ European Euro Stoxx 50 ກໍປັບໂຕເພີ່ມຂຶ້ນ 1.1%.
ສະມາຄົມຂົນສົ່ງທາງອາກາດລະຫ່ວາງປະເທດ (ໄອອະຕາ) ຄາດການວ່າລາຍໄດ້ຈາກຜູ້ໂດຍສານຂອງສາຍການບິນຕ່າງໆທົ່ວໂລກຈະຫລຸດລົງຫລາຍກ່ວາ 40% ໃນປີນີ້ ພ້ອມກັບອອກຄຳເຕືອນວ່າ ແຮງງານໃນອຸດສາຫະກຳການບິນ ລວມທັງທຸລະກິດທີ່ກ່ຽວຂ້ອງຫລາຍກ່ວາ 25 ລ້ານຄົນ ຕົກຢູ່ໃນຄວາມສ່ຽງ.
ທ່ານ ໂອລາຟ ໂຊລ ລັດຖະມົນຕີວ່າການກະຊວງການເງິນຂອງເຢຍລະມັນ ກ່າວໃນລະຫ່ວາງການຖະແຫລງຂ່າວວ່າ ມາດຕະການສະໜັບສະໜູນດັ່ງກ່າວຈະມີໄລຍະເວລາຈຳກັດ ເມື່ອສາຍການບິນກັບມາມີຜົນປະກອບການທີ່ດີຂຶ້ນຄືເກົ່າ, ລັດຖະບານຄາດຫວັງວ່າຈະຂາຍຫຸ້ນດ້ວຍກຳໄລບໍ່ຫລາຍປານໃດເພື່ອທີ່ຈະເຮັດໃຫ້ສະຖານະທາງການເງິນຂອງກະຊວງການເງິນຂອງປະເທດສາມາດຊ່ວຍເຫລືອກິດຈະການອື່ນໆທີ່ຕ້ອງການຄວາມຊ່ວຍເຫລືອ ບໍ່ແມ່ນພຽງແຕ່ສາຍການບິນເທົ່ານັ້ນ.


ການເຈລະຈາລະຫ່ວາງສາຍການບິນລຸບຮັນຊ່າ ແລະ ລັດຖະບານເຢຍລະມັນໃຊ້ເວລາຫລາຍອາທິດ ໂດຍມີເປົ້າໝາຍຄື ການໃຫ້ເງິນອຸດໝູນສາຍການບິນ ລວມທັງສາມາດຮັກສາຕຳແໜ່ງງານຫລາຍກ່ວາ 10.000 ຕຳແໜ່ງທີ່ຄາດວ່າຈະສ່ຽງຕໍ່ການວ່າງງານ ເພາະຜົນກະທົບຈາກການປິດເມືອງທົ່ວໂລກຫລັງຈາກການແຜ່ລະບາດຂອງພະຍາດໂຄວິດ – 19.
ນອກຈາກຄວາມຊ່ວຍເຫລືອສາຍການບິນນີ້ແລ້ວ ທາງການເຢຍລະມັນຍັງຕັ້ງງົບປະມານຫລາຍກ່ວາ 1 ແສນລານເອີໂຣ ເພື່ອຊ່ວຍເຫລືອບໍລິສັດຕ່າງໆທີ່ຕ້ອງພະເຊີນສະພາບຢຸດສະງັກໃນໄລຍະວິກິດໂຄວິດ – 19. ຫາກພິຈາລະນາສະຖານະພາບທາງການເງິນຂອງສາຍການບິນລຸບຮັນຊ່າແລ້ວ ກ່ອນໜ້າທີ່ຈະມີວິກິດໂຄວິດ – 19 ເຊິ່ງສົ່ງຜົນກະທົບຕໍ່ອຸດສາຫະກຳການບິນທົ່ວໂລກ ສາຍການບິນນີ້ຖືວ່າເຮັດກຳໄລ ແລະ ມີທິດທາງການບໍລິຫານທຸລະກິດທີ່ດີ, ແຕ່ໃນເດືອນເມສາ 2020 ທີ່ຜ່ານມາ ລຸບຮັນຊ່າຕ້ອງປົດປະຈຳການເຮືອບິນຫລາຍກ່ວາ 40 ລຳ ພ້ອມລະບຸວ່າຈະພິຈາລະນາເອົາເຮືອບິນອອກຈາກໜ່ວຍທຸລະກິດອື່ນໆພາຍໃຕ້ກຸ່ມສາຍການບິນຂອງລຸບຮັນຊ່າ ເຊັ່ນ : ສາຍການບິນອອສຕຣຽນ ແອລາຍ, ສາຍການບິນ ສະວິສ ອິນເຕີເນຊັນແນລ ແອລາຍ ແລະ ສາຍການບິນເອີໂຣວິງ.
ນັກວິເຄາະຈາກ the Centre for Aviation ບອກວ່າ : ສາຍການບິນລຸບຮັນຊ່າ ຖືວ່າເປັນສາຍການບິນທີ່ໃຫ້ບໍລິການຜູ້ໂດຍສານຈຳນວນຫລາຍທີ່ສຸດໃນເອີຣົບ ຕາມມາດ້ວຍສາຍການບິນແອຟຣານ-ເຄແອລເອັມ. ລຸບຮັນຊ່າບໍ່ແມ່ນສາຍການບິນແຫ່ງຊາດເຈົ້າດຽວໃນເອີຣົບທີ່ຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫລືອຈາກລັດຖະບານ ເຊິ່ງໃນໄລຍະເວລາດຽວກັນ ລັດຖະບານຝຣັ່ງ ແລະ ເນເທີແລນ ກໍສັນຍາວ່າຈະປ່ອຍເງິນກູ້ມູນຄ່າກ່ວາ 1,1 ໝື່ນລ້ານເອີໂຣ ພ້ອມກັບການຮັບປະກັນວ່າຈະໃຫ້ການສະໜັບສະໜູນສາຍການບິນແອຟຣານ – ເຄແອລເອັມ.