ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ

ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ - Add a subheading1 - ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ
ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ - kitchen vibe - ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ

​ແຫ​ລ່ງຂ່າວ​ແຂວງ​ສະຫວັນ​ນະ​ເຂດ​ລາຍ​ງານ​ວ່າ: ​ເຊົ້າວັນ​ທີ 22 ຕຸລາ​ນີ້ ລະດັບ​ນ້ຳ​ເຊບັ້ງຫຽງຍຶ່ງສູງ​ຂຶ້ນ​ເກືອບ 19 ​ແມັດ ​ເກີນ​ເຂດ​ອັນຕະລາຍ​ເຖິງ 3,88 ​ແມັດ ສົ່ງ​ຜົນ​ໃຫ້​ຫລາຍ​ບ້ານ​ຢູ່​ເມືອງ​ສອງ​ຄອນ ​ແຂວງ​ສະຫວັນ​ນະ​ເຂດ ປະສົບ​ກັບ​ສະພາບ​ນ້ຳຖ້ວມ​ຢ່າງ​ຮ້າຍ​ແຮງ ອັນ​ເນື່ອງ​ມາ​ຈາກ​ລະດັບ​ນ້ຳ​ເຊບັ້ງຫຽງມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ແລະ ຖ້າ​ມີ​ປະລິມານ​ຝົນ​ຍັງ​ສືບ​ຕໍ່ຕົກລົງ​ມາ ຍິ່ງ​ຈະ​ເຮັດ​ໃຫ້​ຫລາຍ​ພື້ນທີ່​ຂອງ​ເມືອງ​ສອງ​ຄອນ​ປະສົບ​ກັບ​ສະພາບ​ນ້ຳຖ້ວມ​ເຊັ່ນ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ເນື້ອທີ່​ນາ​ເຂົ້າທີ່​ພວມ​ຈະ​ໄດ້​​ເກັບ​ກ່ຽວ​ຈະ​ໄດ້​ຮັບ​ຜົນ​ກະທົບ ​ແລະ ​ເສຍ​ຫາຍ​ເປັນ​ຈຳນວນ​ຫລາຍ. ປັດຈຸບັນ​ມີ 21 ບ້ານ​ທີ່ຢູ່​ລຽບ​ສາຍ​ເຊບັ້ງຫຽງມີ 2.327 ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ນາ​ຂອງ​ປະຊາຊົນ​ຖືກ​ນ້ຳຖ້ວມ​ຫລາຍ​ກວ່າ 4.600 ​ເຮັກຕາ, ໜອງ​ປາ 289 ໜອງ, ສວນ 96 ​ເຮັກຕາ, ນ້ຳສ້າງ​ບາ​ດານ 44 ໜ່ວຍ, ຊົນລະປະທານ 9 ​ແຫ່ງ, ​ເສັ້ນທາງ​ຄົມມະນາຄົມ​ຖືກ​ນ້ຳຖ້ວມ​ຂັງ ຈຳນວນ 10 ​ເສັ້ນ ມີ​ຄວາມ​ຍາວຫລາຍ​ກິ​ໂລ​ແມັດ, ​ໂຮງຮຽນ 22 ​ແຫ່ງ​​ໄດ້​ຢຸດ​ການ​ຮຽນ​ການ​ສອນ​ຊົ່ວ​ຄາວ, ສາຍ​ໄຟຟ້າ 2 ຈຸດ​ຖືກ​ຕັດຂາດ​ຄື: ຈຸດ​ທີ​ໜຶ່ງ ​ແມ່ນ​ສາຍ​ຂ້າມ​ນ້ຳ​ເຊ​ບ້ານ​ຊະ​ແຍກ-ຫາ​ບ້ານ​ດ່ອນ​ມ່ວງ, ຈຸດ​ທີ 2 ​ແມ່ນ​ຢູ່​ເຂດ​ສາຍ​ຂ້າມ​ນ້ຳບ້ານ​ດົງ​ສະຫວ່າງ​ຫາ​ບ້ານ​ສິງ​ທ່າ ສົ່ງ​ຜົນ​ໃຫ້ 19 ບ້ານ​ບໍ່​ມີ​ໄຟຟ້າ​ໃຊ້, ​ເສັ້ນທາງ​ການ​ສັນຈອນ​ດ້ວຍ​ລົດ​ຖືກ​ຕັດຂາດ, ​ເຮືອນ​ຊານ​ຂອງ​ປະຊາຊົນ ຄື​ບ້ານ​ລະຫານ້ຳ, ທ່າ​ຂາມ​ລຽນ ​​ແມ່ນ​ຖືກ​ນ້ຳຖ້ວມ​ໝົດ​ແລ້ວ, ບາງ​ຫລັງ​ສູງ​ກາຍພື້ນ​ເຮືອນ, ບາງ​ຫລັງ​ນ້ຳ​ໄດ້​ຖ້ວມ​ຂັງ​ເກືອບ​ໜຶ່ງ​ອາທິດ​ແລ້ວ. ປັດຈຸບັນ ທາງ​ເມືອງ​ສອງ​ຄອນ​ໄດ້​ອົບ​ພະຍົບປະຊາຊົນ​ໄປ​ອາ​ໄສ​ຢູ່​ໃນ​ເຂດ​ທີ່​ທາງ​ເມືອງ​ຈັດ​ສັນ​ໄວ້ ​ແລະ ​ໄປ​ອາ​ໄສ​ຢູ່​ນຳ​ເຮືອນ​ພີ່ນ້ອງ, ສ່ວນ​ກຸ່ມ​ບ້ານ​ທີ 11 ຂອງ​ເມືອງ​ສອງ​ຄອນ ປັດຈຸບັນ​ນ້ຳ​ເຊບັ້ງຫຽງ​ໄດ້​ໄຫລ​ເຂົ້າຖ້ວມ​ເຮືອນ​ຊານ​ຂອງ​ປະຊາຊົນ ​ແລະ ​ເນື້ອທີ່​ນາ​ເປັນ​ບໍລິ​ເວນ​ກວ້າງ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບ້ານ​ສອງ​ຄອນ, ດົງ​ສະຫວ່າງ, ວິ​ໄຊ​ສົງ, ສິງ​ທ່າ ​ແລະ ບ້ານ​ໜອງ​ເດີ່ນ​ທົ່ງ ປະຊາຊົນ​ແມ່ນ​ໄດ້​ອົບ​ພະຍົບ​ໄປ​ອາ​ໄສ​ຢູ່​ນຳ​ພີ່ນ້ອງ ​ແລະ ບ່ອນ​ພັກ​ເຊົາ​ຊົ່ວຄາວ​ທີ່​ທາງ​ເມືອງ​ໄດ້​ຈັດ​ສັນ​ໄວ້, ສ່ວນ​ຢູ່​ກຸ່ມ​ບ້ານ​ທີ 10 ຈຸດ​ສຸມ​ຊະ​ແຍກ ລະດັບ​ນ້ຳ​ເຊບັ້ງຫຽງ​ໄດ້​ໄຫລ​ເຂົ້າຖ້ວມ​ເຮືອນ​ຊານ​ຂອງ​ປະຊາຊົນ​ເຊັ່ນ​ດຽວ​ກັນ, ​ໃນ​ນັ້ນ ມີ​ບ້ານ​ນາ​ທັງ, ບ້ານ​ພະ​ແລັງ, ຊະ​ແຍກ, ບ້ານ​ດອນ​ຂຽວ ​ແລະ ບ້ານ​ດອນ​ມ່ວງ ​ເຊິ່ງໜັກ​ກວ່າ​ໝູ່​ແມ່ນ​ບ້ານ​ນາ​ທັງ. ສຳລັບ​ຢູ່​ກຸ່ມ​ບ້ານ​ທີ 6 ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ​ຈາກ​ນ້ຳ​ເຊບັ້ງຫຽງ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບ້ານ​ແກ້ງ​ໂດນ ​ເຮືອນ​ຊານ​ຂອງ​ປະຊາຊົນ​ຖືກ​ນ້ຳຖ້ວມ​ເກືອບ​ທຸກ​ຫລັງຄາ​ເຮືອນ. ນອກ​ນີ້ ກໍ​ແມ່ນ​ບ້ານ​ຫົວ​ຫາດ ​ແລະ ບ້ານ​ໜອງ​ຄັນຍູ​ງ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ນ້ຳ​ເຊບັ້ງຫຽງ​ໄຫລ​ເຂົ້າຖ້ວມ​ເຊັ່ນ​ກັນ. ປັດຈຸບັນ ທາງ​ອຳນາດ​ການ​ປົກຄອງ​ກໍ​ໄດ້​ຮີບ​ຮ້ອນ​ລົງພື້ນທີ່​ຕິດຕາມ​ສະຖານະ​ການ​ຢ່າງ​ໃກ້ຊິດ, ພ້ອມ​ທັງ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ເປັນ​ການ​ຮີບ​ດ່ວນ ​ໂດຍ​ສະ​ເພາະ​ແມ່ນ​ນ້ຳດື່ມ, ໝີ່​ແຫ້ງ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ອື່ນໆ​ອີກ.

ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ - 4 - ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ
ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ - Visit Laos Visit SALANA BOUTIQUE HOTEL - ເມືອງສອງຄອນກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງຮ້າຍແຮງ ຫລາຍບ້ານໄດ້ຮັບຄວາມເດືອດຮ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!