ປກສ ນະຄອນຫລວງບັນຈຸກໍາລັງເຂົ້າຮ່ວມປ້ອງກັນງານບຸນນະມັດສະການພຣະທາດຫລວງ ໃຫ້ມີຄວາມສະຫງົບ


ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 21 ຕຸລານີ້ວ່າ: ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນໄລຍະສະເຫລີມສະຫລອງງານບຸນນະມັດສະການພະທາດຫລວງວຽງຈັນທີ່ຈະຈັດຂຶ້ນລະຫວ່າງວັນທີ 29-31 ຕຸລານີ້.


ກໍາລັງປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນໄດ້ມີການກະກຽມ ແລະ ວາງແຜນບັນຈຸກໍາລັງເຂົ້າຮ່ວມປ້ອງກັນທັງໝົດຫລາຍກວ່າ 1.000 ສະຫາຍ, ໂດຍໄດ້ແບ່ງອອກເປັນພື້ນທີ່ ວົງນອກ- ວົງໃນ, ບັນດາເສັ້ນທາງ, ດ່ານ, ປະຕູເຂົ້າ-ອອກ, ໃນນັ້ນຈະມີທັງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ປ້ອງກັນເວນຍາມຢູ່ວົງນອກພື້ນທີ່ມີ 6 ຈຸດໃຫ່ຍ, 9 ປະຕູກວດຄົນເຂົ້າ-ອອກງານບຸນ, ວົງໃນງານ ບຸນມີ 9 ຈຸດໃຫຍ່ ແລະ ມີ 7 ດ່ານກວດກາຄົນ, ລົດເຂົ້າ-ອອກນະຄອນຫລວງວຽງຈັນ ແລະ ບັນດາເສັ້ນທາງອ້ອມຮອບພື້ນທີ່ຈັດງານບຸນຢ່າງເປັນລະບົບ ແລະ ມີກໍາລັງຕໍາຫລວດຈະລາຈອນເຮັດໜ້າທີ່ຄວບຄຸມ ລະບາຍການສັນຈອນໃຫ້ຄວາມສະດວກແກ່ມວນຊົນ, ນັກທ່ອງທ່ຽວ ມາຫລິ້ນບຸນ, ໂດຍມີການປະສານສົມທົບກັບອໍານາດການປົກຄອງ, ພະນັກງານກໍ່ສ້າງຮາກຖານເຮັດໜ້າທີ່ປ້ອງກັນງານບຸນໃຫ້ຮັບປະກັນໄດ້ບັນຍາກາດແຫ່ງຄວາມສະຫງົບປອດໄພຢ່າງຮອບດ້ານ.


ພ້ອມນັ້ນ, ກໍໄດ້ຈັດຕັ້ງໜ່ວຍໂຄສະນາສະກັດກັ້ນກຸ່ມຄົນບໍ່ດີຈະສວຍໂອກາດເຄື່ອນໄຫວລັກຊັບ, ຊີງຊັບ, ລ່ວງກະເປົາ, ແຫກກະເປົ້າ ແລະ ເຫດການບໍ່ດີອື່ນໆ ຖ້າມີເຫດການໃດເກີດຂຶ້ນໃຫ້ແຈ້ງຄວາມໄດ້ ທີ່ ສູນ ບັນຊາລວມ (ກອງພັນປ້ອງກັນເຄື່ອນທີ່) ຫລື ຢູ່ ຜາມກໍາມະການ (ຫ້ອງຄະນະກໍາມະການປ້ອງກັນ) ຫລື ກອງບັນຊາການ ປກສ ເມືອງ, ຕໍາຫລວດກຸ່ມ, ປກສ ບ້ານອໍານາດການປົກຄອງທຸກຂັ້ນ.