ການແຂ່ງຂັນເຕະບານ ຟີ ຟາ ຄອນເຟເດີເຣຊັນ ຄັບ 2017 ທີ່ປະເທດຣັດເຊຍ ໃນຮອບຮອງ ຊະນະເລີດ ຄູ່ທຳອິດລະຫວ່າງ ທີມຊາດໂປຣຕຸເກດ ທີມແຊ໊ມ ບານເຕະເອີໂຣ 2016 ພົບກັບ ທີມຊາດຊີລີ ທີມແຊ໊ມໂກປາ ອາ ເມຣິກາ 2015 ຜົນປາກົດວ່າ: ທັງສອງທີມບໍ່ສາມາດຍິງປະຕູ ກັນໄດ້ໃນເວລາປົກກະຕີ 90 ນາ ທີ ຕ້ອງຕໍ່ເວລາພິເສດອອກໄປອີກ 30 ນາທີ ແຕ່ກໍຍັງຍິງປະຕູກັນບໍ່ ໄດ້ ເຮັດໃຫ້ຕ້ອງຕັດສິນຫາຜູ້ຊະ ນະດ້ວຍການຍິງຈຸດໂທດ ແລະ ເຄລາດິໂອ ບຣາໂວ ຜູ້ຮັກປະຕູ ທີມຊາດຊີລີ ທີ່ສະແດງຜົນງານ ຊຸບເປີເຊຟປ້ອງກັນຈຸດໂທດໄດ້ 3 ລູກ ສົ່ງຜົນໃຫ້ ໂປຣຕຸເກດ ຍິງບໍ່ ເຂົ້າເລີຍຈັກຄົນ ຂະນະທີ່ ຊີລີ 3 ຄົນທຳອິດຍິງເຂົ້າໝົດ ເຮັດໃຫ້ ຊີລີ ເອົາຊະນະຈຸດໂທດ ໂປຣຕຸ ເກດ 3-0 ຜ່ານເຂົ້າຮອບຊີງຊະ ນະເລີດໄປຢືນລໍຖ້າພົບຜູ້ຊະນະ ລະຫວ່າງ ເຢຍລະມັນ ກັບ ເມັກ ຊິໂກ.