ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9%

ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9% -                                                                                                  - ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9%
ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9% - kitchen vibe - ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9%

ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ຈີນ​ເພີ່ມ​ຂຶ້ນ 2 ​ໄຕ​ມາດ​ຕິດ​ຕໍ່​ກັນ ຫລັງ​ຄວບ​ຄຸມ​ການລະບາດ​ຂອງ​ໂຄ​ວິດ-19 ​ໄດ້​ດີ ​ແລະ ການ​ໃຊ້​ຈ່າຍ​ໃນ​ປະ​ເທດ​ກັບ​ສູ່​ສະພາບ​ປົກກະຕິ.

ວັນທີ 19 ຕຸລາ​ນີ້, ຂໍ້​ມູນ​ຈາກ​ທາງ​ການ​ລະບຸ​ວ່າ: ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ປະຈຳ​ໄຕ​ມາດ​ທີ 3 ຂອງ​ຈີນ ມີ​ອັດຕາ​ການ​ເຕີບ​ໃຫຍ່​ໃນ​ລະດັບ 4,9% ຖື​ເປັນ​ສັນຍານ​ວ່າ​ເສດຖະກິດ​ຍັງຟື້ນຕົວຢ່າງ​ຕໍ່​ເນື່ອງ ຫລັງ​ໄດ້​ຮັບຜົນ​ກະທົບ​ຈາກການລະບາດ​ຂອງ​ໂຄ​ວິດ-19 ຢ່າງ​ໜັກ​ໃນ​ຊ່ວງ​ຕົ້ນປີ.

ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9% - Visit Laos Visit SALANA BOUTIQUE HOTEL - ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9%

ຕົວ​ເລກ GDP ຂອງ​ເດືອນ​ກໍລະກົດ-ກັນຍາ ​ເປັນ​ການ​ເຕີບ​ໃຫຍ່​ຕໍ່​ເນື່ອງ​ຈາກ​ໄຕ​ມາດ 2 ທີ່​ຂະຫຍາຍຕົວ 3,2% ​ໂດຍ​ນັກວິ​ເຄາະ​ເຊື່ອ​ວ່າ​ເປັນ​ຜົນ​ມາ​ຈາກ​ການ​ລົງທຶນ​ໃນ​ສາທາລະ​ນູປະ​ໂພ​ກ ​ແລະ ອະສັງຫາລິມະ​ຊັບ ລວມທັງ​ການ​ສົ່ງ​ອອກ​ອຸປະກອນ​ເອ​ເລັກ​ໂຕຣນິກ ​ແລະ ອຸປະກອນ​ປ້ອງ​ກັນ​ຕົວ​ຈາກ​ເຊື້ອ​ໄວຣັສ ທີ່​ມີ​ຄວາມ​ຕ້ອງການ​ສູງ​ໃນ​ໄລຍະ​ຜ່ານ​ມາ.

​ເຖິງ​ວ່າການ​ເພີ່ມ​ຂຶ້ນ 4,9% ຂອງ GDP ຈະ​ໜ້ອຍ​ກວ່າ​ຕົວ​ເລກ​ທີ່​ສຳນັກ​ຕ່າງໆ​ຄາດ​ການ​ໄວ້​ກ່ອນ​ໜ້າ​ນີ້​ໃນ​ລະດັບ 5,2-5,3% ​ແຕ່​ບໍ່​ໄດ້​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ໝັ້ນ​ ​ເນື່ອງ​ຈາກ​ມີ​ປັດ​ໄຈ​ຫລາຍ​ດ້ານ​ທີ່​ຍາກ​ຕໍ່​ກາ​ນຄາດ​ຄະ​ເນ.

ຂະນະ​ທີ່​ຫລາຍ​ປະ​ເທດ​ທົ່ວ​ໂລກ​ກຳລັງ​ຜະ​ເຊີນ​ກັບ​ບັນຫາ​ໃນ​ການ​ຄວບ​ຄຸມ​ການລະບາດ​ຂອງ​ເຊື້ອ​ໄວຣັສ, ຈີນ​ທີ່​ມີ​ລາຍ​ງານ​ການ​ຕິດ​ເຊື້ອຄົນ​ທຳ​ອິດສາ​ມາດ​ຄວບ​ຄຸມ​ການລະບາດ​ໄດ້​ດີ​ໃນ​ໄລຍະ​ຫລາຍ​ເດືອນ​ຜ່ານ​ມາ ​ເຮັດ​ໃຫ້ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ກັບ​ສູ່​ສະພາບ​ປົກກະຕິ​ອີກ ​ໂດຍ​ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຂອງ​ຈີນ​ເປີດ​ເຜີຍ​ວ່າ: ທຸລະ​ກິດ​ຂາຍຍ່ອຍ​ຂອງ​ຈີນ​ມີ​ຍອດ​ຂາຍ​ເພີ່ມ​ຂຶ້ນ 3,3% ​ໃນ​ເດືອນ​ກັນຍາ​ຜ່ານ​ມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

​ໃນ​ໄລຍະ​ເດືອນ​ຕຸລາ ມີ​ລາຍ​ງານ​ວ່າ​ປະຊາຊົນ​ຈີນ 425 ລ້ານ​ກວ່າ​ຄົນ ​ໄດ້​ເດີນທາງ​ອອກ​ໄປ​ທ່ອງ​ທ່ຽວ​ໃນ​ມື້ພັກ​ຍາວ ຫລັງ​ຈາກ​ຜ່ານ​ມາ 2 ອາທິດ ຍັງ​ບໍ່​ມີ​ລາ​ຍງານ​ການ​ຕິດ​ເຊື້ອຈາກ​ກິດຈະກຳ​ດັ່ງກ່າວ.

ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9% - 3 - ເສດຖະກິດຈີນຍັງເຕີບໃຫຍ່ສວນກະແສໂລກ GDP ໄຕມາດ 3 ຂະຫຍາຍຕົວ 4,9%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!