ທ່ານນາງ ປັກກຸນເຮ ອາດຈະຖືກຕັດອິດສະລະພາບຕະຫລອດຊີວິດ
March 20, 2017 - 6:38 PM


ນອກນີ້, ໜ່ວຍງານໄອຍະການທີ່ເປັນອິດສະລະທີ່ຮັບຜິດ ຊອບເຫດການດັ່ງກ່າວໄດ້ດຳເນີນການສືບສວນກຸ່ມ SK ທີ່ກ່ຽວພັນຄະດີນັ້ນຢ່າງເປັນທາງການມໍ່ໆມານີ້ ໂດຍສື່ມວນຊົນ ສ.ເກົາຫຼີ ລາຍງານວ່າ: ໜ່ວຍງານໄອຍະການໄດ້ ຮຽກສືບຖາມປະທານກຸ່ມ SK ໃນວັນເສົາຜ່ານມາ ເພື່ອສືບສວນຄະດີສໍ້ລາດບັງຫຼວງທີ່ກ່ຽວພັນກັບທ່ານນາງ ປັກກຸນເຮ.
ຂ່າວແຈ້ງວ່າ: ອີງຕາມກົດໝາຍຂອງ ສ.ເກົາຫຼີ, ບໍ່ວ່າຈະເປັນບຸກຄົນໃດ ຖ້າກິນສິນບົນ 100 ລ້ານໂດລາ ກໍຈະຖືກຕັດອິດສະລະພາບ 10 ປີເປັນຢ່າງໜ້ອຍ ແລະ ໜັກກວ່ານັ້ນຄືຖືກຕັດອິດສະລະພາບຕະຫຼອດຊີວິດ.