ທ່ອງທ່ຽວລາວ ແລະ ແຂວງເຫງະອານຕົກລົງຮ່ວມພັດທະນາການທ່ອງທ່ຽວ


ໃນລະຫວ່າງວັນທີ 22-25 ມິຖຸນານີ້ຄະນະຜູ້ແທນນັກທຸລະ ກິດທ່ອງທ່ຽວລາວຮ່ວມກັບນັກທຸລະກິດທ່ອງທ່ຽວແຂວງ ເຫງະອານໄດ້ຈັດກອງປະຊຸມພົບປະຮ່ວມພັດທະນາການທ່ອງ ທ່ຽວບັນດາແຂວງຂອງລາວ ແລະແຂວງເຫງະອານຂຶ້ນທີ່ ໂຮງແຮມເມືອງແທງເມືອງວິງ ແຂວງເຫງະອານ, ໂດຍມີນັກທຸລະກິດທ່ອງທ່ຽວລາວ 21 ບໍລິສັດ ແລະ ນັກທຸລະກິດທ່ອງທ່ຽວ ແຂວງເຫງະອານ 51 ບໍລິສັດ, ໃນນັ້ນມີ 20 ບໍລິສັດ ໃນລະດັບສາກົນເຂົ້າຮ່ວມການພົບປະຄັ້ງ ນີ້. ໃນນີ້ມີ 3 ບໍລິສັດຂອງລາວຄື: ບໍລິສັດລາວທອບທ່ອງທ່ຽວ, ບໍລິສັດວຽງຈຳປາທ່ອງທ່ຽວ ແລະ ບໍລິສັດ ຈັນສະດາ ທ່ອງທ່ຽວໄດ້ເຊັນສັນຍາກັບບໍລິສັດ ເອບີຊີທ່ອງທ່ຽວຂອງແຂວງເຫງະອານເພື່ອການຮ່ວມມື ດ້ານການທ່ອງທ່ຽວນຳກັນໃນອະນາຄົດກອງປະຊຸມດັ່ງກ່າວ, ຍັງເປັນການສ້າງໂອກາດໃຫ້ນັກທຸລະກິດສອງຝ່າຍໄດ້ຈັບຄູ່ ທຸລະກິດນຳກັນໂດຍສະເພາະ ແມ່ນນັກທຸລະກິດທ່ອງທ່ຽວນະຄອນຫລວງວຽງຈັນແລະ ແຂວງເຫງະອານໄດ້ພົບປະ ແລກປ່ຽນບົດຮຽນ ແລະ ຮ່ວມມືກ່ຽວກັບທຸລະກິດທ່ອງທ່ຽວ ໃຫ້ຫລາຍຂຶ້ນເນື່ອງຈາກແຂວງ ເຫງະອານມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫລາຍບ່ອນເປັນຕົ້ນພິພິທະພັນໂຮ່ຈິມິງ, ທະເລເກືອລໍ ແລະ ອື່ນໆ.
+ ການປ່ຽນແປງໂລໂກຂອງ ບໍລິສັດທີ່ມີຊື່ສຽງລະດັບໂລກຈາກແຕ່ກ່ອນ ເຖິງປະຈຸບັນ
ນອກຈາກນີ້,ຍັງເປັນແຂວງທີ່ມີຊາຍແດນຕິດຈອດກັບ 3 ແຂວງ ຂອງລາວຄື: ແຂວງຊຽງຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ, ຊຶ່ງການເດີນທາງໄປມາມີຄວາມສະດວກສະບາຍ ໂດຍຜ່ານດ່ານຊາຍແດນນ້ຳພາວ- ເກົາແຈວ. ໃນຂະນະດຽວກັນ,ກໍເພື່ອຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດທ່ອງທ່ຽວສອງປະເທດໄດ້ເປັນຕົວແທນໃນການໂຄສະນາເຜີຍແຜ່ໃຫ້ນັກທ່ອງທ່ຽວ ລາວ-ຫວຽດນາມ ແລະ ນັກທ່ອງທ່ຽວປະເທດທີສາມໄດ້ ໄປທ່ອງທ່ຽວປະເທດຂອງຕົນ ນັບມື້ຫລາຍເພີ່ມຂຶ້ນ.