ຊົມວັດນິງບິງເຂດຮ່ອງຮອຍປະຫວັດສາດ ສສ ຫວຽດນາມ


ແຂວງນິງບິງ ສສ. ຫວຽດນາມເປັນແຂວງທີ່ກວ້າງໃຫຍ່ ແລະ ອຸດົມສົມບູນໄປດ້ວຍທຳມະຊາດມີພູຜາປ່າໄມ້ອັນກວ້າງ ໃຫຍ່, ມີແມ່ນ້ຳລຳທານຫລາຍສາຍໄຫລຜ່ານ, ມີສາຍພູທີ່ ສູງຊັນ ແລະ ຍາວຢຽດອ້ອມຮອບບໍລິເວນ ແລະ ອຸດົມສົມບູນໄປ ດ້ວຍສະຖານທີ່ທ່ຽວຊົມຫລາຍ ແຫ່ງ ແລະ ໂດດເດັ່ນກວ່າໝູ່ກໍແມ່ນສະຖານທີ່ທ່ອງ ທ່ຽວຮ່ອງຮອຍປະຫວັດສາດ.
– ວັດນິງບິງທູໂດຣວາລື ນິງບິງຖືກສ້າງຂຶ້ນໂດຍເຈົ້າຊີວິດເລ້ ແລະ ເຈົ້າຊີວິດດິງໃນປີ ຄສ 968 ໂດຍມີນາຍທະຫານ ຄົນໜຶ່ງຊື່ວ່າດິງໂບລິງຂຶ້ນມາຄອບຄອງວັດແຫ່ງນີ້ ແລະ ໄດ້ໃສ່ນາມມະຍົດທະຫານຄົນນີ້ວ່າຕຽນຮວາງເດໃສ່ຊື່ປະເທດ ຫວຽດນາມວ່າ: ດາຍໂກຫວຽດ (ຫວຽດໃຫຍ່). ເປັນເຂດຮ່ອງຮອຍປະຫວັດສາດຂອງ ສສ ຫວຽດນາມ ເຊິ່ງມີເນື້ອ ທີ່ທັງໝົດ 300 ເຮັກຕາ, ມີກຳແພງຫີນອ້ອມບໍລິເວນວັດໄວ້ຢ່າງແໜ້ນໜາ, ມີປະຕູເຂົ້າ-ອອກຫລາຍ ດ້ານທີ່ມີຂະໜາດໃຫຍ່ສູງ 7-8 ແມັດ, ກວ້າງປະມານ 20 ແມັດ.


ວັດນິງບິງຕັ້ງຢູ່ເຂດເມືອງອຽນແທ໋ງ, ຕາແສງເຈືອງອຽນ, ແຂວງນິງບິງຫ່າງຈາກນະຄອນຫລວງຮ່າໂນຍໄປທາງທິດຕາ ເວັນຕົກສຽງໃຕ້ປະມານ 100 ກິໂລແມັດ ເຊິ່ງມີເສັ້ນທາງໄປ- ມາສະດວກສະບາຍໃຊ້ເວລາໃນການເດີນທາງດ້ວຍລົດໄປປະ ມານ 2 ຊົ່ວໂມງກໍຈະຮອດວັດ ແຫ່ງນີ້ຢູ່ທາງດ້ານໃນຂອງວັດຈະມີກຸຕິທີ່ສວຍສົດງົດງາມອີກຫລາຍຫລັງທີ່ຖືກສ້າງຂຶ້ນ ພ້ອມໆ ກັນກ່ອນນີ້ 1.000 ກວ່າ ປີມາ ແລ້ວເຊັ່ນ: ວັດເງິນຊ່ຽນຕັ້ງຢູ່ ໃກ້ໆກັບຕີນພູໝາອ່ຽນ ແລະ ວັດເຍິດຈຸສ້າງເສົາວັດດ້ວຍຫີນອ່ອນເປັນຮູບ 8 ລ່ຽມ, ສູງ 4,16 ແມັດ, ວັດເຫລົ່ານີ້ຕັ້ງຢູ່ຫ່າງຈາກຫໍເຈົ້າຊີວິດດິງ ແລະ ເຈົ້າຊີ ວິດເລ້ ປະມານ 500 ແມັດ ເປັນເຂດທີ່ມີທຳມະຊາດປ່າໄມ້ອັນ ດົກໜາຂຽວງາມອຸ່ມທຸ່ມປົກຄຸມຫຸ້ມຫໍ່ໄປທົ່ວບໍລິເວນວັດທີ່ມີ ສາຍພູສູງຊັນ ແລະ ຍາວຢຽດເຮັດໃຫ້ອາກາດເຂດນີ້ ປອດໂປ່ງສົດຊື່ນດີມີສາຍລົມເຢັນພັດຜ່ານຕະຫລອດເວລາ, ມີໝູ່ນົກນາໆພັນບິນຜ່ານໄປມາ ແລະ ມີສາຍນ້ຳໄຫລຜ່ານເຫັນແລ້ວໜ້າຈັບໃຈ.


– ທາດລະຄັງແມ່ນໜ່ວຍລະຄັງທີ່ໃຫຍ່ທີ່ສຸດໃນຫວຽດນາມໂດຍໄດ້ຄວັດລິງ ລາຍທີ່ເປັນຮູບດອກໄມ້ໃສ່ຢ່າງງົດງາມ ແລະ ຄວັດແຕ້ມເປັນຕົວໜັງສືພາສາຫວຽດນາມບູ ຮານໃສ່ອີກ, ເສັ້ນທາງຂຶ້ນໄປກໍຈະເຫັນຮູບປັ້ນວິລາຫານຈຳນວນ 500 ອົງ ເຊິ່ງປັ້ນດ້ວຍຫີນຂຽວ (ຫີນມໍລະກົດ) ຈາກສີມືຢ່າງປານີດຂອງຊ່າງປັ້ນໄດ້ປະດິດສະຖານລຽນເປັນແຖວຂຶ້ນໄປຢ່າງເປັນລະບຽບຮຽບຮ້ອຍດີ.


– ວັດບາຍດິງຕັ້ງຢູ່ເທິງ ຈອມພູສູງປະກອບມີ 13 ຊັ້ນ ເຊິ່ງແຕ່ລະຊັ້ນຖືກປະດັບປະດາໄປດ້ວຍພະພຸດທະຮູບເປັນສີ ຄຳທີ່ໄດ້ປະກາຍແສງອອກມາເຫລື້ອລະຍິບລະຍັບ, ຢູ່ຊັ້ນທີໜຶ່ງກໍມີພະພຸດທະຮູບສີຄຳອົງໃຫຍ່ປະດິດສະຖານໄວ້ໃຫ້ຜູ້ຄົນທີ່ມາທ່ຽວຊົມກາບໄຫ້ວ ແລະ ຂໍພອນ, ຢູ່ຕາມຝາຜະໜັງກໍຈະສັງເກດ ເຫັນຮູບລວດລາຍຕ່າງໆທີ່ຄວັດໄວ້ດ້ວຍສີມືທີ່ປານີດ, ມີພະພຸດ ທະຮູບອົງນ້ອຍສີຄຳເປັນພັນໆ ອົງທີ່ຖືກຈັດລຽງໄວ້ຕາມຝາ ຜະໜັງຢ່າງເປັນລະບຽບຮຽບຮ້ອຍດີ. ຢູ່ເທິງເພດານທີ່ເປັນສີ ຄຳກໍຈະສັງເກດເຫັນຮູບພະພຸດທະຮູບສີຄຳຫລາຍອົງທີ່ຖືກສະຫລັກເປັນຮູບແຕ້ມໄວ້ຢ່າງງົດງາມ. ວັດບາຍດິງນອກຈາກ ຈະເປັນສະຖານທີ່ທ່ອງທ່ຽວ ແລ້ວຍັງເປັນບ່ອນປະຕິບັດທຳ ຂອງປະຊາຊົນຫວຽດນາມທີ່ຖື ສາສະໜາພຸດອີກດ້ວຍ.
ທ່ານ ໃດທີ່ຍັງບໍ່ທັນມີໂອກາດໄດ້ໄປທ່ຽວ ສສ ຫວຽດ ນາມກໍຢ່າລືມຫາໂອກາດໄປ ທ່ຽວຊົມໃຫ້ໄດ້ເພື່ອຈະໄດ້ມາ ເຫັນສະຖານທີ່ທ່ອງທ່ຽວຫລາຍໆແຫ່ງ, ເຊິ່ງແຕ່ລະບ່ອນ ກໍລ້ວນແລ້ວແຕ່ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມ ດ້ວຍຫລາຍຮູບແບບທີ່ແຕກຕ່າງກັນໄປແຕ່ສິ່ງທີ່ຄືກັນ ແລະ ບໍ່ສາມາດແບ່ງແຍກແຕກຫັກ ອອກຈາກກັນໄດ້ນັ້ນກໍຄືມູນ ເຊື້ອສາຍພົວພັນມິດຕະພາບ ແບບພິເສດ ແລະ ການຮ່ວມ ມືລະຫວ່າງສອງຊາດ ລາວ- ຫວຽດນາມອັນໄດ້ກາຍເປັນ ມູນມໍລະດົກອັນລຳຄ່າຂອງສອງຊາດພວກເຮົາ.