ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ

ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ - Time fo an Adventure 11 - ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ
ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ - kitchen vibe - ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ

ໂດຍ: ລູກເມືອງພວນ

ຍັງອີກບໍ່ດົນເທົ່າໃດມື້ ກໍຈະຮອດວັນບຸນນະມັດສະການ ພະທາດຫຼວງແລ້ວ. ການຫຼີ້ນບຸນນະມັດສະການພະທາດຫຼວງປີນີ ແມ່ນຢູ່ໃນທ່າມກາງການລະບາດຂອງເຊື້ອໄວຣັດ ໂຄວິດ-19 ຢ່າງໜັກໜ່ວງໃນທົ່ວໂລກ. ດັ່ງນັ້ນ, ການຫຼີ້ນບຸນປິນີ້ ເຮັດແນວໃດເພື່ອໃຫ້ມີຄວາມປອດໄພ ຈາກເຊື້ອໄວຣັດຕົວຮ້າຍກາດດັ່ງກ່າວ, ທັງຮັບປະກັນໃຫ້ໄດ້ຮີດຄອງປະເພນີອັນດີງາມທີ່ສືບສານກັນມາແຕ່ບູຮານນະການ, ທັງມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ.

ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ - Visit Laos Visit SALANA BOUTIQUE HOTEL - ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ

ຢາກເຮັດໄດ້ຄືແນວນັ້ນ, ມັນກໍບໍ່ນອກເໜືອຢູ່ນຳພວກເຮົາໝົດທຸກຄົນ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດມາດຕະການປ້ອງກັນໂຄວີດ-19 ຂອງລັດຖະບານວາງອອກ, ໂດຍສະເພາະແມ່ນມາດຕະການທີ່ຈຳເປັນ ແລະ ພື້ນຖານທີ່ສຸດ ແລະ ທີ່ສຳຄັນຜູ້ທີ່ເຂົ້າໄປທ່ຽວໃນງານບຸນຕ້ອງເປັນເຈົ້າການໃນການປ້ອງກັນຕົວເອງໄວ້ກ່ອນເຊັ່ນ ໃສ່ຜ້າອັດປາກເປັນປະຈຳ ແລະ ປະຕິບັດໄລຍະຫ່າງທາງສັງຄົມຢ່າງເຄັ່ງຄັດ, ບໍ່ບຸ ບໍ່ຊີງກັນ… ພ້ອມດຽວກັນນັ້ນກໍຕ້ອງຖືເຈວ, ເຫຼົ້າ 70 ຕິດຖົງໄປນຳ ເພື່ອທຳຄວາມສະອາດໃນກໍລະນີຈຳເປັນ. ນອກຈາກນີ້, ທາງລັດຖະການກໍຄວນມີທິມແພດໝໍຄອຍເຝົ້າລະວັງ ກວດວັດອຸນຫະພູມ ກ່ອນຈະເຂົ້າໄປໃນງານບຸນ.

ດ້ານໜຶ່ງອີກ, ເພື່ອເປັນການກະຕຸ້ນທາງດ້ານເສດຖະກິດ, ທາງພາກລັດ ຄວນຊຸກຍູ້ສົ່ງເສີມຫ້າງຮ້ານຂາຍສິນຄ້າໃຫ້ຫຼາຍຂຶ້ນ ແລະ ມີຫຼາຍປະເທດສິນຄ້າ ນັບທັງສິນຄ້າອຸດສາຫະກຳ ແລະ ກະສິກຳ… ພ້ອມດຽວກັນ ກໍຄວນກຳນົດລາຄາຂາຍໃຫ້ເໝາະສົມ ເພື່ອໃຫ້ປະຊາຊົນສາມາດຊື້-ຂາຍໄດ້. ຈຳກັດສິນຄ້າຕ່າງປະເທດ ເຂົ້າມາແຊກແຊງສິນຄ້າຜະລິດຢູ່ພາຍໃນ, ຍົກເວັ້ນສິນຄ້າທີ່ລາວບໍ່ທັນສາມາດຜະລິດໄດ້ ແຕ່ກໍໃຫ້ມີຈຳນວນຈຳກັດ.

ການຈັດບ່ອນໃສ່ບາດກໍຄວນຈັດໃຫ້ເປັນຫຼາຍໆຈຸດ ເພື່ອບໍ່ໃຫ້ຄົນອີບກັນເວລາໃສ່ບາດ, ການແຂ່ງຂັນຕີຄີ ກໍຄວນຫຼຸດຈຳນວນຄົນລົງ ແລະ ກໍບໍ່ໃຫ້ຍາດຊີງກັນເກີນໄປ, ການວຽນທຽນກໍຄວນຈັດໃຫ້ເປັນຫຼາຍຊຸດ ເພື່ອຫຼຸດຜ່ອນຄວາມແອອັດ.

ເຖິງຢ່າງໃດກໍດີ, ມາດຕະການຈະເຂັ້ມງວດ, ທາງລັດຖະການຈະເຂັ້ມແຂງປານໃດກໍຕາມ ແຕ່ຖ້າທຸກຄົນຫາກບໍ່ມີສະຕິ ແລະ ບໍ່ເປັນເຈົ້າການນຳກັນ ກໍຄົງເປັນໄປບໍ່ໄດ້ທີ່ຈະໃຫ້ມີຄວາມປອດໄພໃນທຸກດ້ານ ໃນງານບຸນນະມັດສະການ ພະທາດຫຼວງປີນີ້.

ຫວັງຢ່າງຍິ່ງວ່າ ການຫຼີ້ນບຸນນະມັດສະການ ພະທາດຫຼວງປີນີ້ ຄົງຈະມີຄວາມປອດໄພດີ, ມີບັນຍາກາດທີ່ເບິກບານມ່ວນຊື່ນ ປາສະຈາກໂລກໄພໄຂ້ເຈັບ, ເສດຖະກິດມີການຂະຫຍາຍຕົວ, ຮີດຄອງປະເພນີ ຍັງສາມາດຮັກສາໄດ້ ບໍ່ໃຫ້ເສົ້າໝອງ.

 

ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ - 3 - ຫຼີ້ນບຸນນະມັດສະການ ພະທາດຫຼວງແນວໃດໃຫ້ປອດໄພ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ສືບສານກັນມາແຕ່ດົນນານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!