Johnson & Johnson ໂຈະການທົດລອງວັກຊີນໂຄວິດ-19 ໄລຍະທີ 3 ແລ້ວ ຫລັງອາສາສະໝັກມີອາການບໍ່ສະບາຍ


ຄວາມຫວັງຂອງການພັດທະນາວັກຊີນປິ່ນປົວພະຍາດໂຄວິດ-19 ເບິ່ງຈະຍິ່ງຫ່າງໄກອອກໄປ ເມື່ອຫລ້າສຸດສຳນັກຂ່າວຕ່າງປະເທດລາຍງານວ່າ: Johnson & Johnson ບໍລິສັດຜູ້ພັດທະນາຢາ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອຸປະກອນທາງການແພດຈາກອາເມລິກາ ໄດ້ຕັດສິນໃຈໂຈະການທົດສອບວັກຊີນໂຄວິດ-19 ລົງຊົ່ວຄາວແລ້ວ ຫລັງພົບວ່າອາສາສະໝັກທີ່ເຂົ້າຮ່ວມການທົດລອງວັກຊີນມີອາການບໍ່ສະບາຍ.
ລາຍງານໃນຖະແຫລງການຂອງບໍລິສັດ Johnson & Johnson ລະບຸວ່າ: “ພວກເຮົາໄດ້ຢຸດການນຳໃຊ້ວັກຊີນໂຄວິດ-19 ໃນການທົດສອບທາງຄລີນິກຂອງພວກເຮົາລົງຊົ່ວຄາວທັງໝົດ ລວມທັງການທົດສອບໃນໄລຍະທີ 3 ຫລັງກຸ່ມຕົວຢ່າງທີ່ເຂົ້າຮ່ວມການທົດສອບໄດ້ເກີດອາການບໍ່ສະບາຍ ໂດຍບໍ່ສາມາດອະທິບາຍເຖິງສາເຫດ”.
ເຖິງຢ່າງໃດກໍດີ, Johnson & Johnson ບໍ່ໄດ້ເປີດເຜີຍຂໍ້ມູນທາງເລິກ ແລະ ລາຍລະອຽດເພີ່ມຕື່ມຂອງອາການກຸ່ມຕົວຢ່າງແຕ່ຢ່າງໃດ ໂດຍໃຫ້ເຫດຜົນວ່າ ເພື່ອຄວາມເປັນ “ສ່ວນຕົວ” ຂອງອາສາສະໝັກທີ່ເຂົ້າຮັບການທົດສອບວັກຊີນ.
ເມື່ອການທົດສອບໂຄວິດ-19 ໃນຄັ້ງນີ້ຖືກໂຈະຊົ່ວຄາວ ໝາຍຄວາມວ່າ: ການທົດສອບວັກຊີນໃນໄລຍະທີ 3 ຂອງ Johnson & Johnson ເຊິ່ງຕັ້ງເປົ້າເອົາໄວ້ວ່າຈະຕ້ອງດຳເນີນການທົດສອບທາງຄລີນິກກັບກຸ່ມຕົວຢ່າງປະມານ 60.000 ຄົນຢູ່ອາເມລິກາ ແລະ ອີກຫລາຍປະເທດທົ່ວໂລກ ໄດ້ແກ່ ບຣາຊິລ, ອາເຈນຕິນາ, ໂຄລອມເບຍ, ຊິລີ, ເມັກຊິໂກ, ເປຣູ ແລະ ອາຟຣິກາໃຕ້ ກໍມີອັນຕ້ອງຢຸດສະງັກລົງໄປນຳ.
ທັງນີ້ Johnson & Johnson ຖືເປັນບໍລິສັດຜູ້ພັດທະນາວັກຊີນໂຄວິດ-19 ລາຍທີສິບຂອງໂລກ ແລະ ລາຍທີສີ່ຂອງອາເມລິກາທີ່ເຂົ້າສູ່ຂະບວນການທົດລອງໃນໄລຍະທີ 3 ໂດຍພວກເຂົາໄດ້ຮັບເງິນທຶນຈາກລັດຖະບານປະມານ 1,45 ພັນລ້ານໂດລາ ເພື່ອເລັ່ງຂະບວນການພັດທະນາວັກຊີນໃຫ້ໄວຂຶ້ນ.