U-15 ລາວ ເອົາຊະນະ ໜອງບົວ ພິດຊະຍາ 2-1 ເຕະບານອຸ່ນເຄື່ອງກ່ອນລຸຍ ເອເອັຟເອັຟ 2017
June 29, 2017 - 4:10 PM




ໃນວັນທີ 23 ມິຖຸນາຜ່ານ ມາ ທີ່ສະໜາມກິລາແຂວງໜອງ ບົວລຳພູ ປະເທດໄທ ທີມຊາດ ລາວ ຮຸ່ນ U-15 ໄດ້ສືບຕໍ່ອອກ ເດີນທາງຂ້າມແມ່ນ້ຳຂອງ ໄປ ອຸ່ນເຄື່ອງນັດທີ 4 ກັບ ເຍົາວະຊົນ U-15 ປີ ຂອງສະໂມສອນ ໜອງ ບົວ ພິດຊະຍາ ເອັຟຊີ ຜ່ານການ ແຂ່ງຂັນຜົນປາກົດວ່າ: ທີມຊາດ ລາວ ສາມາດບຸກເອົາຊະນະ ໜອງບົວ ພິດຊະຍາ ເອັຟຊີ ໄປ ແບບຫວຸດຫວິດ 2-1 ໂດຍໄດ້ປະ ຕູຈາກ ສູບັນ ແກ້ວເພັດ ແລະ ໂຈ ນີ ແຫວນປະເສີດ.
ສຳລັບການແຂ່ງຂັນບານ ເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ຊີງ ແຊ໊ມອາຊຽນ ປະຈຳປີ 2017 ທີ່ ແຂວງຊົນບູຣີ ປະເທດໄທ ເປັນ ເຈົ້າພາບຄັ້ງນີ້ ແມ່ນມີ 12 ປະ ເທດເຂົ້າແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ປະກອບມີ ອອສເຕຣເລຍ, ໄທ, ສປປ ລາວ, ມຽນມາ, ອິນ ໂດເນເຊຍ ແລະ ສິງກະໂປ, ກຸ່ມ B ປະກອບມີ ສສ ຫວຽດນາມ, ກຳປູເຈຍ, ຕີມໍ ເລສເຕ, ຟີລິບປິນ, ມາ ເລເຊຍ ແລະ ບຣູໄນ.
ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ປະກອບ ມີ
– ໃນວັນທີ 09 ກໍລະກົດ 2017 ເວລາ 19:30 ໂມງ ພົບກັບ ສິງກະໂປ ຢູ່ທີ່ສະໜາມ IPE chonbuei Campus Sta dium 1.
-ໃນວັນທີ 11 ກໍລະກົດ ເວ ລາ 17:00 ພົບກັບ ມຽນມາ ຢູ່ທີ່ ສະໜາມ IPE chonbuei Cam pus Stadium 1.
– ໃນວັນທີ 13 ກໍລະກົດ ເວ ລາ 19:30 ໂມງ ພົບກັບ ໄທ ທີ່ ສະໜາມ princess Sirindhon Stadium.
– ໃນວັວນທີ 15 ກໍລະກົດ ເວລາ 17:00 ພົບກັບ ອິນໂດເນ ເຊຍ ທີ່ສະໜາມ princess Sirin dhon Stadium.
– ໃນວັນທີ 17 ກໍລະກົດ ເວ ລາ 17:00 ໂມງ ພົບກັບ ອອສ ເຕຣເລຍ ທີ່ສະໜາມ IPE chonbuei Campus Stadium 1.