ກຸ່ມ 20 ປະເທດຢ້ຳເພີ່ມທະວີການຮ່ວມມືເສດຖະກິດ ແລະ ການທະນາຄານສາກົນ
March 20, 2017 - 6:29 PM


ນີ້ເປັນກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງຄັ້ງທຳອິດຂອງກຸ່ມ 20 ປະເທດ ພາຍຫລັງ ເຢຍລະມັນເປັນປະເທດປະທານວຽນກຸ່ມ 20 ປະເທດ, ບັນດາຝ່າຍໄດ້ລົງເລິກປຶກສາຫາລືກັນ ໂດຍປິ່ນອ້ອມສະຖານະ ການເສດຖະກິດທົ່ວໂລກ, ຂອບການເຕີບໃຫຍ່ທີ່ເຂັ້ມແຂງ, ຕໍ່ເນື່ອງ, ດຸນດ່ຽງ ແລະ ມີລັກສະນະໂອບອ້ອມອາລີ, ຊຸກຍູ້ ການລົງທຶນຕໍ່ອາຟຣິກາ, ໂຄງສ້າງການທະນາຄານສາກົນ, ພາສີສາກົນ, ການພັດທະນາ ແລະ ຕິດຕາມຄຸ້ມຄອງພາກ ສ່ວນການທະນາຄານ ແລະ ຫົວຂໍ້ປົກຄອງໂລກອື່ນໆ.
ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ຟື້ນຕົວຕື່ມອີກ, ແຕ່ຈັງຫວະເຕີບໃຫຍ່ຍັງບໍ່ສູງ ແລະ ຍັງມີຄວາມສ່ຽງທີ່ ອາດຈະຊຸດໂຊມລົງອີກ.