Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນ

- kitchen vibe - Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນ

-             2 - Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນ

          Nokishita Camera ​ເຊິ່ງຂ່າວສານຂອງວົງການກ້ອງປະເທດຍີ່ປຸ່ນ ໄດ້ອອກມາ​ເຜີຍ​ແຜ່ພາບຫຼຸດຊຸດໃຫຍ່ຂອງກ້ອງ Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນລຸ້ນລ່າສຸດຄາດວ່າທາງ Canon ຈະເປີດໂຕກ້ອງລຸ້ນນີ້ ພ້ອມກັບລຸ້ນ 6D Mark II  ໃນວັນທີ 29 ມິຖຸນານີ້.

            ໂດຍ EOS 200D ເປັນລຸ້ນທີ່ຕໍ່ເນື່ອງມາຈາກ EOS 100D ທີ່ທາງ Canon ວາງຕໍາແໜ່ງໃຫ້ເປັນກ້ອງ DSLR ລະດັບເລີ່ມຕົ້ນ ໂດຍ​ເນັ້ນຈຸດຂາຍບ່ອນທີ່ເປັນກ້ອງ DSLR ມີຂະໜາດນ້ອຍ ແລະ ນໍ້າໜັກເບົາທີ່ສຸດ.

            ໂດຍກ້ອງລຸ້ນໃຫມ່ນີ້ຈະວາງຂາຍຢູ່ອາເມລິກາໃນຊື່ລຸ້ນ Rebel SL2 ແລະ ​ໃສ່ຊື່ລຸ້ນ EOS 200D ສໍາລັບການວາງຈໍາໜ່າຍໃນ​ເອີຣົບ ແລະ ປະເທດໄທ ໂດຍໃນສ່ວນຂອງສະເປັກກໍມີຂ່າວລືວ່າ 200D ອາດໃຊ້ເຊັນເຊີພາບຂະໜາດ APS-C ຄວາມລະອຽດ 24 ລ້ານພິກເຊວ (ທຽບກັບ 18 ລ້ານພິກເຊວໃນລຸ້ນ 100D) ມີຄວາມສາມາດໃນການຖ່າຍພາບນິ້ງຕໍ່ເນື່ອງ 5 ພາບຕໍ່ວິນາທີ (4 ພາບຕໍ່ວິນາທີໃນລຸ້ນ 100D) ແລະ ໜ້າສົນໃຈທີ່ສຸດຄືວ່າ 200D ຈະມີການປ່ຽນແປງມາໃຊ້ຈໍ  LCD ແບບລຸ້ນພັບໄດ້, ໃນຂະນະທີ່່ລຸ້ນ 100D ເປັນຈໍ  LCD ແບບຕາຍໂຕ

            ໂຕກ້ອງ EOS 200D ມີໃຫ້ເລືອກເຖິງ 3 ສີຄື: ດໍາ, ຂາວ ແລະສີນໍ້າເງິນ ແລະ ໃນສ່ວນຂອງຂະໜາດໂຕກ້ອງ 200D ຈະມີຂະໜາດໃຫຍ່ ແລະ ໜັກກວ່າ 100D ຢູ່ເລັກນ້ອຍ ໂດຍ 200D ມີຂະໜາດໂຕກ້ອງ  122,4×92,6×69,8 ມມ. ໜັກ 453 ກຣາມ ທຽບ​ໃສ່ກ້ອງ 100D ທີ່ໜັກ 117x91x69  ມມ ແລະ ໜັກ 370 ກຣາມ. ຈາກຂໍ້ມູນທີ່ຫຼຸດອອກມາຂອງ Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນທີ່ໜ້າສົນໃຈບໍ່ໜ້ອຍ ເມື່ອອອກວາງຂາຍແທ້ກໍຕ້ອງຖ້າລຸ້ນວ່າຈະຂາຍລາຄາເທົ່າໃດ.

 

 

- Visit Laos Visit SALANA BOUTIQUE HOTEL - Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນ
- 4 - Canon EOS 200D ກ້ອງ DSLR ລະດັບເລີ່ມຕົ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!