ເລື່ອງຂອງການເຮັດວຽກຫລາຍໆຢ່າງພ້ອມກັນ
ທ່ານເຄີຍສັງເກດບໍ່ ? ວ່າມີຫລາຍຄົນທີ່ມັກເຮັດຫຍັງຫລາຍໆຢ່າງພ້ອມໆກັນ, ທ່ານເຄີຍສັງເກດຄົນທີ່ມັກເຮັດຫຍັງຫລາຍໆຢ່າງພ້ອມກັນບໍ່ ເຊັ່ນ: ເຮັດ Excel ໄປນຳ, ຕອບເມລໄປນຳ, ໃນຂະນະທີ່ອີກໜ້າຈໍກໍ LINE ສັ່ງວຽກໄປນຳ ຫລື ເອີ້ນກັນວ່າ: Multitasking.
ແລ້ວເຄີຍສົງໄສບໍ່ວ່າ: ການເຮັດຫຍັງຫລາຍຢ່າງພ້ອມກັນ ຕົກລົງແລ້ວມັນມີປະສິດທິພາບແທ້ ຫລື ບໍ່ ?
ໃນໜັງສື ໄດ້ທຸກສິ່ງດ້ວຍສິ່ງດຽວ (The One Thing) ຂອງ ແກຣີ ເຄລເລີ ໄດ້ຂຽນເຖິງເບື້ອງຫລັງຂອງຄວາມຄິດເລື່ອງການເຮັດຫລາຍສິ່ງພ້ອມໆກັນວ່າ: ຄົນຫລາຍຄົນມັກມີຄວາມເຊື່ອວ່າ ພວກເຂົາສາມາດເຮັດຫຍັງໄດ້ຫລາຍຢ່າງພ້ອມກັນເຊັ່ນ: ຍ່າງໄກເວົ້າໄປ, ຟັງເພງໄປເຮັດວຽກໄປນຳ ຫລື ບາງຄົນເຮັດວຽກໄປລົມໂທລະສັບໄປນຳ.
ແຕ່ຄວາມຈິງແລ້ວ ເລື່ອງທີ່ຕ້ອງຂະຫຍາຍໃຫ້ຊັດເຈນຄື: ຄົນເຮົານັ້ນເຮັດຫຍັງໄດ້ພ້ອມກັນໄດ້ ເພາະສະໝອງຂອງເຮົາມີຫລາຍສ່ວນທີ່ຊ່ວຍຄວບຄຸມຮ່າງກາຍ ແລະ ການຄິດຂອງເຮົາ.
ເຮົາຖືກອອກແບບມາໃຫ້ເຮັດຫຍັງຫລາຍໆຢ່າງພ້ອມກັນແມ່ນບໍ່ ?
ໃນໜັງສື ສ້າງຄວາມປ່ຽນແປງຄັ້ງໃຫຍ່ດ້ວຍນິໃສພຽງ 1% (The Power of Habit) ທີ່ເລົ່າເຖິງ Basal Ganglia ເຊລສະໝອງທີ່ຢູ່ໃນລະບົບປະສາດຂອງຄົນເຮົາ ເຮັດໜ້າທີ່ຄວບຄຸມພຶດຕິກຳທີ່ເຮົາເຮັດໂດຍອັດຕະໂນມັດ. ຕົວຢ່າງ: ຕອນທີ່ເຮົາຮຽນຂັບລົດໃໝ່ໆ ເຮົາຕ້ອງໃຊ້ສະມາທິຫລາຍໃນການປ່ຽນເກຍ, ຢຽບຄັນເລັ່ງ ຫລື ຢຽບເບກ ແຕ່ເມື່ອເຮົາເຮັດເລື້ອຍໆດົນໆ ເຊລສະໝອງສ່ວນນີ້ຈະເຮັດໜ້າທີ່ຊ່ວຍຄວບຄຸມໃຫ້ເຮົາເຮັດໄດ້ຢ່າງອັດຕະໂນມັດ ເພື່ອຜ່ອນແຮງບໍ່ໃຫ້ເຮົາຕ້ອງທຸ້ມເທສະມາທິໄປກັບທຸກເລື່ອງໃນຊີວິດ. ດັ່ງນັ້ນ ການເຮັດຫຍັງພ້ອມໆກັນ ຈຶ່ງເປັນສິ່ງທີ່ເຮັດໄດ້ ເພາະເຮົາມີສະໝອງຫລາຍສ່ວນທີ່ເຂົ້າມາຊ່ວຍ. ສະຫລຸບຄື: ສະໝອງເຮົານັ້ນອອກແບບມາໃຫ້ “ສາມາດ” ເຮັດຫຍັງໄດ້ຫລາຍໆຢ່າງພ້ອມກັນແທ້.
ມະນຸດສາມາດ “ໂຟກັດ” ໄດ້ເທື່ອລະຢ່າງ
ເຖິງວ່າເຮົາຈະສາມາດເຮັດຫຍັງໄດ້ຫລາຍໆຢ່າງພ້ອມໆກັນ ແຕ່ໃນຄວາມເປັນຈິງແລ້ວ ຄົນເຮົາບໍ່ໄດ້ພຽງ “ໂຟກັດ” ດຽວ ລອງຄິດຕາມເບິ່ງວ່າ: ເວລາເຮົາຟັງວິທະຍຸໄປເຮັດວຽກໄປ ເຮົາອາດບໍ່ສາມາດນັ່ງພິມວຽກ ພ້ອມກັບຟັງສິ່ງທີ່ພິທີກອນ ຫລື ດີເຈເວົ້າຕອນນັ້ນໄດ້ແທ້ ເອົາແບບໃຫ້ເຂົ້າໃຈສິ່ງທີ່ດີເຈກຳລັງເວົ້າແບບເລິກໆ.
ສິ່ງທີ່ເຮົາເຮັດແທ້ໆ ມັນຄືການ “Switch Task” ຫລື ການຢຸດເຮັດສິ່ງໜຶ່ງໄປເຮັດອີກສິ່ງໜຶ່ງແບບໄວໆ.
ໃນໜັງສື ໄດ້ທຸກສິ່ງດ້ວຍສິ່ງດຽວ (The One Thing) ໄດ້ເລົ່າເຖິງຜົນສຶກສາໃນງານວິໄຈ ທີ່ພົບວ່າ ໂດຍທົ່ວໄປຄົນເຮົາເສຍເວລາເກືອບ 28% ໃນເວລາວຽກ ໝົດໄປກັບການ switch task ຫລື ການ ກັບໄປ-ກັບມາ ຂອງການທຳລາຍຢ່າງພ້ອມໆກັນ ແລະ ຍັງພົບອີກວ່າ ຄົນທີ່ເຮັດຫລາຍຢ່າງພ້ອມໆກັນ ເຮັດຜິດພາດຫລາຍກວ່າຄົນທີ່ບໍ່ໄດ້ເຮັດຫຍັງຫລາຍຢ່າງພ້ອມກັນ ແລະ ຍັງຕັດສິນໃຈໄດ້ບໍ່ຄ່ອຍດີ (poorer decision).
ຄືໃນບົດຄວາມ Driven to Distraction ທີ່ພົບຕົວເລກວ່າ ຫລາຍກວ່າ 16% ຂອງອຸປະຕິເຫດຕາມທ້ອງຖະໜົນມາຈາກການ ຖືກລົບກວນສະມາທິ (Distraction) ຫລື ການເຮັດແນວອື່ນໄປນຳເວລາຂັບລົດ ເຊັ່ນການລົມໂທລະສັບ ເອົາສະມາທິຂອງເຮົາໄປກວ່າ 40% ເຊິ່ງມີຜົນຊໍ່າກັບການເມົາແລ້ວຂັບ.
ຈຶ່ງເຫັນໄດ້ວ່າ ເກືອບທຸກປະເທດຈະມີການປຸກລະດົມເລື່ອງການງົດໃຊ້ໂທລະສັບໃນຕອນຂັບລົດ.
ກັບມາບ່ອນເຮັດວຽກ ຈະເຫັນຫລາຍຄົນເວລາປະຊຸມມັກຈະເຮັດນັ້ນເຮັດນີ້ນຳເຊັ່ນ: ກວດອີເມລ, ລົມວຽກ ພ້ອມກັບປະຊຸມໄປນຳ ແລະ ຫລາຍເທື່ອຕ້ອງມາເສຍເວລາອະທິບາຍເລື່ອງໃໝ່ອີກ ເພາະຄົນນັ້ນບໍ່ໄດ້ຟັງສິ່ງທີ່ເຮົາເວົ້າໃນກອງປະຊຸມ ເພາະມີແຕ່ຫຍຸ້ງກັບໜ້າຄອມຢູ່ ສຸດທ້າຍແທນທີ່ຈະໄດ້ປະຊຸມສັ້ນໆຈົບໄວໆ ກາຍວ່າຕ້ອງຊ້າກວ່າເກົ່າ ແລະ ບໍ່ແນ່ໃຈວ່າອີກຝ່າຍໄດ້ຟັງ ແລະ ຕັດສິນໃຈໄດ້ຢ່າງດີ ຫລື ບໍ່. ຫລາຍຄົນມັກຄິດວ່າເບິ່ງໜ້າຈໍຄອມໄປກໍຄິດວຽກໄປນຳໄດ້ ແຕ່ຈາກປະສົບການສ່ວນຕົວ ເວລາເຮັດວຽກຄົນທີ່ກຳລັງຈົດຈໍ່ກັບໜ້າຈໍຄອມ ຫລື ໜ້າຈໍມືຖືຢູ່ ຮ້ອຍສ່ວນຮ້ອຍຕ້ອງເງີຍໜ້າຂຶ້ນມາແລ້ວຖາມວ່າ: “ຂ້ອຍຂໍຄຳຖາມອີກໄດ້ບໍ່” ຕະຫລອດ.
ດີທີ່ສຸດຄື “ຄວນເຮັດເທື່ອລະຢ່າງ”
ດັ່ງນັ້ນ, ທາງທີ່ດີ ຄວນເຮັດເທື່ອລະຢ່າງຈະດີກວ່າ ເຊິ່ງຖ້າເຮົາເຮັດເທື່ອລະຢ່າງ ແລະ ເຮັດບາດດຽວໄປເລີຍ ມັນຈະຊ່ວຍໃຫ້ເຮົາເຮັດວຽກໄດ້ໄວ ແລະ ມີປະສິດທິພາບຫລາຍກວ່າ ເພາະສິ່ງທີ່ໄດ້ຄືການມີໂຟກັດ ແລະ ບໍ່ຕ້ອງເສຍເວລາສະຫລັບໄປສະຫລັບມາ ເຊິ່ງການສະຫລັບໄປສະຫລັບມາຍັງຕ້ອງເສຍເວລາປັບຄວາມຄິດໃຫ້ເຂົ້າກັບອີກງານໜຶ່ງ.
ຄືກັບ Steve Uzzell ນັກສະແດງຊື່ດັງເຄີຍກ່າວໄວ້ວ່າ:
“ ການເຮັດວຽກຫລາຍຢ່າງພ້ອມກັນ ເປັນພຽງໂອກາດທີ່ຈະເຮັດໃຫ້ພັງຫລາຍກວ່າໜຶ່ງຄັ້ງ ”