ນັກຮຽນດີຮຽນເກັ່ງກໍຍ້ອນຄູ-ອາຈານສອນດີສອນເກັ່ງ
ໂດຍ: ທິດກໍ່າ
ໃນຄວາມເປັນຈິງແລ້ວ, ການສຶກສາຈະຂະຫຍາຍຕົວດີມີຄຸນນະພາບ ແລະ ປະເທດຊາດຈະມີການພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງກໍຍ້ອນມີຄູ-ອາຈານ, ພະນັກງານບໍລິຫານການສຶກສາທີ່ດີ, ທີ່ເກັ່ງ ແລະ ມີຄວາມຮູ້ຄວາມສາມາດທີ່ແນ່ນອນ. ຕົວຢ່າງນັກຮຽນ-ນັກສຶກສາຮຽໄດ້ດີ, ເກັ່ງໆກໍຍ້ອນມີຄູ-ອາຈານສອນດີສອນເກັ່ງ ນີ້ມັນກາຍເປັນຄູ່ມາດຕະເກນອັນໜຶ່ງໃນການສິດສອນ ເພື່ອພັດທະນາຄົນ ຫລື ເວົ້າອີກຢ່າງໜ້ອຍແມ່ນການສ້າງຊັບພະຍາກອນມະນຸດນັ້ນເອງ. ນອກຈາກນັ້ນ ຍັງຕ້ອງໄດ້ມີການພົວພັນເຊື່ອມໂຍງເຂົ້າກັບໂລກໃຫ້ທັນຍຸກທັນສະໄໝເໝືອນດັ່ງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເວົ້າວ່າ: “ຢາກພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ ຕ້ອງພັດທະນາຄົນ ເພາະວ່າຄົນເປັນກຳລັງແຮງຂັບເຄື່ອນໃນການພັດທະນາປະເທດຊາດ”.
ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າ, ການສ້າງຄົນມັນເປັນບັນຫາສຳຄັນອັນດັບໜຶ່ງໃນພາລະກິດການສ້າງສາພັດທະນາປະເທດ. ໃນປັດຊະຍາວັດຖຸນິຍົມສັດຈະວິພາກໄດ້ຢັ້ງຢືນວ່າ: ຄົນເປັນຜູ້ສ້າງປະຫວັດສາດ, ປະຫວັດສາດຂອງມວນມະນຸດຈະມີການປ່ຽນແປງໄປໃນທາງອັນຕັ້ງໜ້າ ແລະ ຫລ້າຫລັງກໍແມ່ນຄົນເປັນຜູ້ເຮັດ ແລະ ສ້າງຂຶ້ນ ເພື່ອມາຮັບໃຊ້ຜົນປະໂຫຍດຂອງຕົນ ແລະ ຊົນຊັ້ນ. ຢູ່ໃນອົງກອນໜຶ່ງໆ ຫລື ປະເທດໜຶ່ງໆ ຖ້າຫາກມີຄົນດີ, ມີວິຊາຄວາມຮູ້, ມີຄວາມສາມາດ, ມີຄວາມສະຫລາດຫລັກແຫລມ, ມີສິນທຳປະຈຳໃຈ, ມີເມາດຕາຈິດ ແລະ ມີຄຸນສົມບັດພຽບພ້ອມ ກໍຍ່ອມມີການປະພຶດ ແລະ ການກະທຳທີ່ດີ ແລະ ຖືກຕ້ອງ ເປັນຕົ້ນຄືຄິດດີ, ທຳດີ ຫລື ຖ້າເປັນຜູ້ນຳຂອງປະເທດຊາດບ້ານເມືອງກໍຍ່ອມຄິດເຫັນແຕ່ຜົນປະໂຫຍດຂອງຊາດຫລາຍກວ່າຜົນປະໂຫຍດຂອງຕົນເອງ. ການຄິດເຫັນຜົນປະໂຫຍດຂອງຊາດກໍຍ່ອມສະແດງອອກໃນດ້ານວິໄສທັດການພັດທະນານຳພາປະເທດຊາດ ແລະ ປະຊາຊົນກ້າວສູ່ຄວາມຈະເລີນຮຸ່ງເຮືອງໄປຕາມຍຸກຕາມສະໄໝໃນຂະບວນວິວັດຂອງສັງຄົມ ແລະ ຂອງໂລກ. ທຸກສິ່ງທຸກຢ່າງທີ່ກ່າວມານີ້ ຍ່ອມສະແດງອອກໃນການວາງແນວທາງນະໂຍບາຍ, ຍຸດທະສາດ, ໂທບາຍໄປຄຽງຄູ່ກັບຈັນຍາບັນໃນການປະພຶດ ແລະ ການກະທຳອັນໃສແຈ້ງ. ກົງກັນຂ້າມ ຖ້າປະເທດຊາດບ້ານເມືອງຫາກມີແຕ່ຄົນບໍ່ດີມາບໍລິຫານປົກຄອງບ້ານເມືອງ ທຸກສິ່ງຢ່າງມັນກໍຈະເຫັນແຕ່ຜົນປະໂຫຍດຂອງຕົນເອງ ບໍ່ເຫັນຜົນປະໂຫຍດຂອງຊາດ ກໍຈະເຮັດໃຫ້ປະເທດຊາດບ້ານເມືອງລົ້ມຈົມເສຍຫາຍ ຍ້ອນການຊີງອຳນາດບາດໃຫຍ່, ຍາດແຍ່ງຜົນປະໂຫຍດ, ສໍ້ລາດບັງຫລວງ, ເຫັນແກ່ຕົວບໍ່ເພື່ອຜົນປະໂຫຍດສ່ວນລວມ, ທັງໃຊ້ອຳນາດບາດໃຫຍ່ໃນການບໍລິຫານປະເທດຊາດ, ຍິ່ງຈະພາໃຫ້ບ້ານເມືອງຕົກຢູ່ໃນຊາຕາກຳລົງຄ້ອຍ ເໝືອນດັ່ງປະຫວັດສາດໄດ້ຈາລຶກໄວ້ນັບແຕ່ຍຸກລ້ານຊ້າງເປັນຕົ້ນມາ. ທຸກສິ່ງທຸກຢ່າງທີ່ກ່າວມານີ້ ມັນລ້ວນແລ້ວແຕ່ເກີດມາຈາກສະຖາບັນການສຶກສາດ້ວຍກັນທັງນັ້ນ. ໃນສະຖາບັນການສຶກສາທີ່ກ່າວມານີ້ ມັນກໍເກີດມາຈາກສາມແຫລ່ງຄື: ສະຖາບັນຄອບຄົວ, ສະຖາບັນການສຶກສາ ແລະ ສະຖາບັນສັງຄົມ.
ສຳລັບປະເທດຊາດຂອງພວກເຮົາໃນຍຸກປັດຈຸບັນນີ້ ພວມຖືກຜົນກະທົບ ແລະ ມີສິ່ງທ້າທາຍຫລາຍດ້ານຈາກພາຍນອກ ແລະ ພາຍໃນ. ສິ່ງທ້າທາຍຈາກພາຍນອກນັ້ນກໍມີອັນດີ ແລະ ອັນຮ້າຍ ເປັນຕົ້ນຜົນກະທົບທີ່ດີຄືການຂະຫຍາຍຕົວຂອງໂລກພວມເຊື່ອມໂຍງ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ ບໍ່ວ່າໃນດ້ານເຕັກໂນໂລຊີ, ວິທະຍາສາດ, ວິທະຍາການ, ບັນດາຂໍ້ມູນຂ່າວສານມັນວ່ອງໄວ ແລະ ຂະຫຍາຍຕົວໄປຈົນຄົນເຮົາແລ່ນນຳບໍ່ທັນ. ສ່ວນໃນດ້ານອັນຮ້າຍ ແລະ ຫຍໍ້ທໍ້ນັ້ນກໍມີຫລາກຫລາຍ ເປັນຕົ້ນຄວາມຂັດແຍ່ງທາງດ້ານຜົນປະໂຫຍດລະຫວ່າງກຸ່ມຄົນ, ລະຫວ່າງປະເທດ, ການປ່ຽນແປງດິນຟ້າອາກາດ, ໂຣຄາພະຍາດຢ່າງຮຸນແຮງ ອັນມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງມວນມະນຸດໃນໂລກ. ສ່ວນການກະທົບພາຍໃນນັ້ນ ເວົ້າເຖິງອັນລວມຍອດຂອງ ສປປ ລາວ ພວກເຮົາ ປະເທດຊາດຍັງບໍ່ທັນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ. ອັນສາເຫດມັນກໍເກີດມາຈາກປັດໄຈຫລາຍຢ່າງ ເປັນຕົ້ນຍຸກສອງສາມຮ້ອຍປີມານີ້ ປະເທດຊາດຂອງພວກເຮົາໄດ້ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ. ພວກເຂົາກົດຂີ່ຂູດຮີດ ທັງໜ່ວງການສຶກສາ, ກົດໜ່ວງການຂະຫຍາຍຕົວໃນດ້ານເສດຖະກິດ-ສັງຄົມບໍ່ໃຫ້ປະເທດລາວມີຄວາມຈະເລີນກວ່າເຂົາ. ຍິ່ງໄປກວ່ານັ້ນ ພວກເຂົາພັດກອບໂກຍເອົາຊັບສິນ, ຜົນປະໂຫຍດຈາກທຳມະຊາດ ແລະ ສັງຄົມ, ກຳລັງຄົນ, ຊັບສິນທາງປັນຍາໄປສ້າງຮັ່ງຄູນມີໃຫ້ແກ່ປະເທດຊາດຂອງພວກເຂົາ. ຈາກປັດໄຈ ແລະ ເງື່ອນໄຂທີ່ກ່າວມານີ້ ຈຶ່ງເຮັດໃຫ້ລະບົບການສຶກສາຢູ່ບ້ານເຮົາຕົກຕໍ່າ, ປະຊາພາກັນກືກໜັງສື ຍ້ອນບໍ່ມີໂຮງຮຽນ, ບໍ່ມີສະຖາບັນການສຶກສາຢ່າງກວ້າງຂວາງ ຜູ້ປົກຄອງໃນຍຸກກະສັດພາກັນຍາດແຍ່ງເອົາແຕ່ຜົນປະໂຫຍດ ທັງເປັນຂ້ອຍຂ້າມ້າໃຊ້ໃຫ້ຂອງຕ່າງຊາດຢ່າງຫົວລົ້ມຈົມທ້າຍ.
ແນວໃດກໍຕາມ, ນັບແຕ່ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍມີເອກະລາດຢ່າງສົມບູນມາແຕ່ປີ 1975 ເຫັນວ່າທຸກສິ່ງຢ່າງໄດ້ມີການປ່ຽນແປງ ແລະ ເລີ່ມມີການພັດທະນາກ້າວໄປຢ່າງເຫັນໄດ້ຊັດ ຈົນມາຮອດທຸກວັນນີ້ກໍພວມດຳເນີນໄປຢ່າງເຫັນໄດ້ຊັດ. ຍົກຕົວຢ່າງຄືການພັດທະນາດ້ານການສຶກສາ ມາຮອດປັດຈຸບັນນີ້ ພັກ ແລະ ລັດຖະບານເຮົາ ໄດ້ມີການຊຸກຍູ້ສົ່ງເສີມຢ່າງເຕັມທີ່ ທັງໃຫ້ຄວາມສຳຄັນແກ່ການສຶກສາຕ້ອງໄປກ່ອນບາດກ້າວໜຶ່ງ. ການສະຫລອງວັນຄູແຫ່ງຊາດ 7 ຕຸລາ 2020 ຫາກໍຜ່ານພົ້ນໄປບໍ່ພໍເທົ່າໃດວັນ. ຖ້າຫາກການສຶກສາ ກໍຄືການສ້າງຄົນໄດ້ຮັບການເອົາໃຈໃສ່ຄືຍຸກນີ້ ຄິດວ່າອະນາຄົດຂອງຊາດບ້ານເມືອງກໍຍິ່ງຈະເລີນຮັ່ງມີຕໍ່ໄປພາຍໜ້າ. ຄູ-ອາຈານສອນດີສອນເກັ່ງກໍຈະເພີ່ມຂຶ້ນຕິກໆ, ນັກຮຽນ-ນັກສຶກສາທີ່ຮຽນເກັ່ງມີຄຸນນະພາບກໍຈະຫລາກຫລາຍວິຊາອາຊີບຂະຫຍາຍຕົວກວ້າງຂວາງນັບມື້ເພີ່ມຂຶ້ນ.
ເຖິງຢ່າງໃດກໍດີ, ສິ່ງສຳຄັນທີ່ຕ້ອງພ້ອມກັນແກ້ນັ້ນ ກໍແມ່ນປາກົດການຫຍໍ້ທໍ້ທີ່ຍັງຄ້າງຄາຢູ່ໃນຖັນແຖວການສຶກສາ ເປັນຕົ້ນຍັງມີຄົນເຈົ້າຄົນຂ້ອຍ, ຜູ້ມາໃໝ່ໄປກ່ອນຜູ້ຢູ່ດົນ, ເປັນຄູອາສາມາຫລາຍປີ ທັງສອງດີສອນເກັ່ງພັດບໍ່ຊະນະກັບເສັ້ນກັບສາຍ. ບ່ອນຫ່າງໄກສອນກຫລີກຍັງຂາດເຂີນຄູ, ຂາດເຂີນງົບ ແຕ່ກໍເຊື່ອໝັ້ນຢ່າງເດັດຂາດວ່າອີກບໍ່ດົນພວກເຮົາສາມາດແກ້ສິ່ງຄົງຄ້າງໃນລະບົບການສຶກສາໄດ້ຢ່າງເຖິງຖອງ.