ນັກແລ່ນໄລຍະໄກທຳລາຍສະຖິຕິໂລກທີ່ປະເທດສະເປນ
October 8, 2020 - 1:33 PM


ການແຂ່ງຂັນກິລາ ກີທາ ວັນທີ 8 ຕຸລານີ້ທີ່ປະເທດສະເປນ ເຊິ່ງເປັນລາຍການພິເສດທີ່ຈັດການແຂ່ງຂັນມື້ດຽວຈົບ ມີນັກກິລາທີ່ທຳລາຍສະຖິຕິໂລກຂື້ນມາໃຫມ່ໃນການແຂ່ງຂັນແລ່ນໄລຍະໄກ.
ເລີ່ມຈາກ ທ້າວໂຈຊົວ ເຊບເຕເກ ອາຍຸ 24 ປີ.ໃນເວລາການແຂ່ງຂັນເຮັດເວລາໄດ້ 26 ນາທີ 11 ວິນາທີໃນການແລ່ນ 10.000ແມັດ.ກາຍເປັນສະຖິຕິໂລກແທນ ເຄເນນິຊາ ເບເຄເລ ນັກກິລາແລ່ນໄລຍະໄກໃນຕຳນານເຮັດເວລາໄດ້ 26 ນາທີ 17:53 ວິນາທີ ເມື່ອປີ 2005. ສ່ວນນາງ ເລເຕເຊນເບິ ກິເດຍ ອາຍຸ 22 ປີ.ເຮັດເວລາໄດ້ 14 ນາທີ 6:62 ວິນາທີ ໃນການແລ່ນ 5.000 ແມັດ.ທຳລາຍສະຖິຕິໂລກຂອງ ທິຣູເນ ດິບາບາ ທີ່ເຄີຍເຮັດເວລາໄວ້ 14 ນາທີ 11:15 ວິນາທີເມື່ອປີ 2008.