ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ

ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ -                                                                                         - ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ
ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ - kitchen vibe - ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ

ທາງ​ການ​ຝຣັ່ງ​ເລີ່​ມຕົ້ນຍົກ​ລະດັບການ​ປະກາດ​ເຕືອນ​ໄພ​ສູງ​ສຸດ​ໃນ​ນະຄອນຫລວງ​ປາຣີ ​​ເມືອງ​ຫລວງ​ຂອງ​ປະ​ເທດ ສ່ຽງ​ຕິດ​ໂຄ​ວິດ-19 ສູງ ຫລັງ​ອັດຕາ​ການ​ຕິດ​ເຊື້ອ​ເພີ່ມ​ສູງ​ເກີນ 250 ຄົນ​ຕໍ່​ປະຊາກອນ 1 ​ແສນ​ຄົນ ລວມທັງ​ຕຽງ​ຢູ່​​ໃນ​ໂຮງໝໍ​ຢ່າງ​ໜ້ອຍ 30% ​ເປັນ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໂດຍ​ແຄວ້ນ​ອີລ-​ເດິ-ຟຣ໊ອງ ທີ່​ມີ​ນະຄອນຫລວງ​ປາຣີຕັ້ງຢູ່ ຖື​ເປັນ​ພື້ນທີ່​ທີ່​ມີ​ຜູ້​ຕິດ​ເຊື້ອສະ​ສົມ​ຫລາຍ​ທີ່​ສຸດ​ໃນ​ໂລກ​ຕອນ​ນີ້ (ປະມານ 46.000 ຄົນ) ສົ່ງ​ຜົນ​ໃຫ້​ຝຣັ່ງມີ​ຜູ້​ຕິດ​ເຊື້ອສະ​ສົມ​ແລ້ວ 675.428 ຄົນ, ​ເສຍ​ຊີວິດ​ແລ້ວ 32.382 ຄົນ​.

ທາງ​ການ​ມີ​ຄຳ​ສັ່ງ​ໃຫ້​ເທັກ, ຮ້ານ​ອອກກຳລັງ​ກາຍ ​ແລະ ສະ​ລອຍນ້ຳ ປິດ​ໃຫ້​ບໍລິການ​ຊົ່ວຄາວ​ຢ່າງ​ໜ້ອຍ 2 ອາທິດ ນັບ​ແຕ່​ວັນ​ທີ 6 ຕຸລາ. ຂະນະ​ທີ່​ຮ້ານ​ອາຫານ​ຈະ​ຕ້ອງ​ປະຕິບັດ​ຕາມ​ມາດ​ຕະການ​ສາທາລະນະ​ສຸກ​ຢ່າງ​ເຄັ່ງ​ຂັດ (ບັນທຶກ​ຂໍ້​ມູນ​ຂອງ​ລູກ​ຄ້າ ​ແລະ ປິດ​ໃຫ້​ບໍລິການ​ຕອນ​ເວລາ 22:00 ​ໂມງ), ຖ້າ​ຈະ​ເປີດ​ໃຫ້​ບໍລິການ​ຕໍ່​ໄປ. ສ່ວນ​ຫ້ອງ​ບັນຍາຍ​ໃນ​ມະຫາວິທະຍາ​ໄລ​ຕ້ອງ​ເວັ້ນ​ໄລຍະ​ຫ່າງ ​ແລະ ຈຳກັດ​ຈຳນວນ​ຜູ້​ເຂົ້າຮັບ​ຟັງ​ບັນຍາຍ ​ເພື່ອ​ຄວບ​ຄຸມ​ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ຮອບ​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ຫລາຍ​ປະ​ເທດ​ທົ່ວ​ເອີຣົບ. ທາງການ​ເຜີຍ​ວ່າ: ປັດຈຸບັນ​ກວດ​ພົບ​ກຸ່ມ​ກ້ອນ​ແຜ່​ລະບາດ​ໂຄ​ວິດ-19 ສູງ​ເຖິງ 203 ​ແຫ່ງ​ໃນ​ນະຄອນຫລວງ​ປາຣີ.

ຂະນະ​ທີ່​ປະ​ເທດ​ອື່ນໆ​ໃນ​ເອີຣົບກໍ​ເລີ່​ມ​ດຳ​ເນີນ​ມາດ​ຕະການ​ຮັບ​ມື​ໂຄ​ວິດ-19 ຮອບ​ໃໝ່​ແລ້ວ, ທາງ​ການ ສ.​ເຊັກ ປະກາດ​ສະຖານະ​ການ​ສຸກ​ເສີນ​ເນື່ອງ​ຈາກ​ໂຄ​ວິດ-19. ທາງ​ການສະ​ເປ​ນປະກາດ​ລັອກດາວ​ພື້ນທີ່​ໃນ​ນະຄອນຫລວງ​ມາດຣິດ. ທາງ​ການຣັດ​ເຊຍ​ປະກາດ​ໃຫ້​ນ້ອງ​ນັກຮຽນ​ໃນ​ນະຄອນຫລວງ​ມົດ​ສະ​ກູ​ຢຸດ​ເດີນທາງ​ມາ​ຮຽນ​ຢູ່​ໂຮງຮຽນ​ຊົ່ວຄາວ 2 ອາທິດ. ຂະນະ​ທີ່ ທາງ​ການ​ອິຕາ​ລີ​ປະກາດ​ໃຫ້ການ​ໃສ່​ຜ້າ​ປິດ​ປາກ-ດັງ​ໃນ​ພື້ນທີ່​ສາທາລະນະ​ເປັນ​ສິ່ງ​ຈຳ​ເປັນ.

ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ - 3 - ຝຣັ່ງປະກາດເຕືອນໄພສູງສຸດໃນປາຣີ ສ່ຽງຕິດໂຄວິດ-19 ສູງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!