ຮອງປະທານສະພາແຫ່ງຊາດ ແນະນຳແຂວງຫລວງນໍ້າທາເອົາໃຈປະຊາຊົນຮັກສາຄວາມເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນ ການຜະລິດໃຫ້ກາຍເປັນສິນຄ້າ


ໃນວັນທີ 2-3 ຕຸລາ ຜ່ານມານີ້, ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ກ່ຽວກັບການເຊື່ອຖືສາສະໜາຕ່າງໆ, ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ເຄື່ອນຍ້າຍພົນລະເມືອງ ຂອງປະຊາຊົນສອງຟາກຊາຍແດນທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະແນະນຳໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຊາຍແດນ ແລະ ຕິດຕາມກວດກາການປະຕິບັດວຽກງານຢູ່ດ່ານສາກົນບໍ່ເຕ່ນ (ຊາຍແດນລາວ-ຈີນ) ເພື່ອຮັບຟັງລາຍງານສະພາບຂອງຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນດັ່ງກ່າວ ເປັນຕົ້ນແມ່ນການຈັດເກັບພາສີສິນຄ້າຂາເຂົ້າ-ຂາອອກ, ການກວດກາການນໍາເຂົ້າຜະລິດຕະພັນພືດ ແລະ ສັດ, ການຄຸ້ມຄອງຄົນເຂົ້າ-ອອກເມືອງ ໂດຍສະເພາະແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ການຈັດເກັບລາຍຮັບ ແລະ ວຽກງານອື່ນໆ ທີ່ພົວພັນກັບການຂົນສົ່ງ ແລະ ຈໍລະຈອນສິນຄ້າຜ່ານແດນ.


ໃນໂອກາດນີ້ ທ່ານ ຮອງປະທານສະພາ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ເລິກເຊິ່ງ ເພື່ອຮັບປະກັນຄວາມສາມັກຄີເປັນປຶກແຜ່ນ, ປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ຊ່ວຍເຫລືອເຊິ່ງກັນແລະກັນ, ມີສະຕິຕໍ່ກົນອຸບາຍຂອງສັດຕູທີ່ຫັນປ່ຽນໂດຍສັນຕິ ແລະ ກອງປະຊຸມໃຫຍ່ຂອງອົງຄະນະເອົາໃຈໃສ່ ຊຸກຍູ້ການຜະລິດໃຫ້ກາຍເປັນສິນຄ້າ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19.

