ກອງປະຊຸມຮ່ວມລັດຖະມົນຕີການເງິນອາຊຽນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 6


ກອງປະຊຸມຮ່ວມລັດຖະມົນຕີການເງິນອາຊຽນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 6 (The Sixth ASEAN Finance Ministers and Central Bank Governors Meeting: AFMGM) ແລະ ກອງປະຊຸມປິ່ນອ້ອມ ພາຍໃຕ້ການເປັນປະທານຂອງປະເທດ ສສ. ຫວຽດນາມ ໃນຄຳຂວັນທີ່ວ່າ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ (Cohesive and Responsive ASEAN” ແລະ ກະຊວງການເງິນ ແລະ ທະນາຄານແຫ່ງລັດຫວຽດນາມ ໄດ້ສະເໜີ 2 ຫົວຂໍ້ບູລິມະສິດຄື: 1) ການເງິນແບບຍືນຍົງໃນອາຊຽນ (Sustainable finance in ASEAN) ແລະ 2) ການສົ່ງເສີມການເຊື່ອມຈອດການຊຳລະສະສາງໃນພາກພື້ນ (Promoting regional payment connectivity). ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 1-2 ຕຸລາ 2020 ໂດຍ ຜ່ານລະບົບ Video Conference. ສຳລັບກະຊວງການເງິນແຫ່ງ ສປປ ລາວ ແມ່ນນຳໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ແມ່ນ ທ່ານ ນ. ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມ, ໃນນັ້ນປະກອບມີບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດສະມາຊິກອາຊຽນ ທັງໝົດ 10 ປະເທດ ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນເຊັ່ນ: ອົງການການເງິນສາກົນ (IMF), ທະນາຄານພັດທະນາອາຊີ (ADB), ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO) ແລະ ກອງເລຂາອາຊຽນ (ASEC).
ໃນກອງປະຊຸມ, ລັດຖະມົນຕີການເງິນອາຊຽນ ແລະ ຜູ້ວ່າການທະນາຄານກາງອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມໂຍງຂະແໜງການເງິນ–ເງິນຕາອາຊຽນ ແລະ ຂໍ້ລິເລີ່ມອື່ນໆພາຍໃຕ້ AFMGM. ນອກນີ້, ຍັງໄດ້ມີການປຶກສາຫາລືກັບອົງການຈັດຕັ້ງການເງິນສາກົນກ່ຽວກັບສະຖານະການສະພາບເສດຖະກິດໂລກ ແລະ ພາກພື້ນ ຕະຫຼອດຮອດນະໂຍບາຍການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ແລະ ການຟື້ນຕົວຂອງເສດຖະກິດໃນພາກພື້ນ. ຄຽງຄູ່ກັບກອງປະຊຸມ AFMGM ໄດ້ປຶກສາຫາລືກັບສະພາການຄ້າ ເອີຣົບ-ອາຊຽນ, ສ. ອາເມລິກາ-ອາຊຽນ ແລະ ສະພາທີ່ປຶກສາທຸລະກິດ ອາຊຽນອີກດ້ວຍ.
ກອງປະຊຸມ AFMGM ໄດ້ຮັບຜົນສຳເລັດ ແລະ ໝາກຜົນອັນຈົບງາມ ທ່າມກາງການປະກອບຄຳເຫັນຈາກບັນດາປະເທດສະມາຊິກອາຊຽນດ້ວຍບັນຍາກາດອັນຟົດຟື້ນ ເພື່ອເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືກັນ ໃນພາກພື້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.