ສະເປີ ບຸກຖະຫລົ່ມ ແມນຢູ 6-1 ພຣີເມ່ຍລີກ 2020-21


ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ລະດູການ 2020-21 ຄືນວັນທີ 5ຕຸລານີ້ ເຖິງວ່າ ແມນຢູ ຈະເປິດສະໜາມໄດ້ພຽງ 2 ນາທີເທົ່ານັ້ນກໍໄດ້ຮັບຈຸດໂທດຂອງ ບຣູໂນ້ ແຟນັນເດັສແຕ່ເສຍຄືນ 2 ປະຕູ ຍ້ອນຄວາມຜິດພາດຂອງກອງຫລັງ ແລະນັກເຕະເສຍສະມາທິຈາກ: ເອັນດອມເບເລ່ ນາທີທີ່ 4′ ແລະ ຊອນເຮືອງມິນ ນາທີທີ່ 7′. ຈາກນັ້ນ ແມນຢູ ເຫລືອຜູ້ຫລິ້ນແຕ່ 10 ຄົນເມື່ອ ອ໋ອງໂທນີ້ ມາກຊີຢາວ ໄດ້ບັດແດງນາທີທີ່ 28′ ຈາກຈັງຫວະໃຊ້ມືຕົບໜ້າ ເອຣິກ ລາເມລ້າ. ເມື່ອເສຍປຽບຜູ້ຫລິ້ນມາເສຍເພີ່ມອີກ 4 ປະຕູຈາກ: ແຮຣີ້ ເຄນ 2 ປະຕູນາທີທີ່ 30′, 79′, ຊອນເຮືອງມິນ ອີກໜຶ່ງປະຕູນາທີທີ່ 37′ ແລະ ແຊັກ ອໍຣີເຢ້ ນາທີທີ່ 51′ ຈົບເກມ ສະເປີ ໄດ້ຊະນະ ແມນຢູ 6-1.
ຕາຕະລາງຄະແນນຂະນະນີ້ ສະເປີ ບວກເພີ່ມເປັນ 7 ຄະແນນຈາກ 7 ນັດ ຢູ່ອັນດັບ 6 ສ່ວນ ແມນຢູ ຕົກມາຢູ່ອັນດັບ 16 ມີ 3 ຄະແນນຈາກ 3 ນັດ, ນັດຕໍ່ໄປ ແມນຢູ ຈະພົບກັບ ນິວຄາສເຊິນ ໃນວັນທີ 17 ຕຸລານີ້ ຂະນະທີ່ ສະເປີ ຈະພົບກັບ ເວັສແຮມ ໃນວັນທີ 18 ຕຸລານີ້.