ເລີ່ມທຸລະກິດບໍ່ຍາກ ແຕ່ຮັກສາໄວ້ບໍ່ງ່າຍ


ໜຶ່ງໃນຄຳຖາມທີ່ຫລາຍຄົນມັກຈະປຶກສາທີມ Mission to the Moon ກໍຄື “ຈະຮັກສາທຸລະກິດໄວ້ແນວໃດດີ” ມື້ນີ້ພວກເຮົາຢາກຈະຍົກເອົາບັນຫານີ້ມາເຈລະຈາກັນ.
ສ່ວນຫລາຍເຮົາມັກຈະໄດ້ຍິນຕົວເລກຈາກແບບສຳຫລວດຈາກ U.S. Small Business Administration ທີ່ວ່າ: “50% ຂອງທຸລະກິດທີ່ສ້າງຂຶ້ນໃໝ່ ຈະລົ້ມເຫລວພາຍໃນປີທຳອິດ ແລະ 95% ຂອງທຸລະກິດໃໝ່ຈະລົ້ມເຫລວພາຍໃນຫ້າປີ”.
ເຊິ່ງໜຶ່ງໃນສາເຫດທີ່ເປັນແບບນັ້ນ ເພາະວ່າ ການຮັກສາທຸລະກິດນັ້ນເຮັດໄດ້ຍາກກວ່າການເລີ່ມຕົ້ນ ລວມທັງຫລາຍໆຄົນບໍ່ຮູ້ວ່າ ເມື່ອບໍລິສັດປະສົບຜົນສຳເລັດແລ້ວ ຈະຮັກສາຜົນສຳເລັດນັ້ນໄວ້ໄດ້ແນວໃດ.
ນອກຈາກນີ້ ຍັງມີບາງທຸລະກິດທີ່ເຕີບໃຫຍ່ມາດົນ, ຂະຫຍາຍກິດຈະການໃຫຍ່ໂຕ, ປະສົບຜົນສຳເລັດຫລວງຫລາຍ ຫລື ຢູ່ໃນທ່ວງທ່າທີ່ໝັ້ນຄົງແລ້ວ ອາດຈະເລີ່ມເມີນເສີຍຕໍ່ຜົນສຳເລັດ ຈົນບໍ່ໄດ້ຊອກຫາວິທີ ຫລື ກົນລະຍຸດໃໝ່ທ ເພື່ອການຢູ່ລອດໃນຕະຫລາດ.
ແລະ ຍັງມີກໍລະນີຂອງບາງທຸລະກິດທີ່ຖືກ disrupt ເພາະບໍ່ໄດ້ກຽມຮັບມືໄວ້ ຈົນເຮັດໃຫ້ອາດຈະສູ້ເຕັກໂນໂລຊີໃໝ່ໆ ຫລື ທຸລະກິດນ້ອຍໆທີ່ເກີດມາພ້ອມແນວຄິດບາງຢ່າງທີ່ຄາດບໍ່ເຖິງ ຈົນເຖິງຂັ້ນປ່ຽນພຶດຕິກຳຜູ້ບໍລິໂພກເກົ່າຂອງເຮົາໄປເລີຍ.
ມື້ນີ້ເລີຍຢາກມາຊວຍເຈລະຈາເລື່ອງການຮັກສາທຸລະກິດໃຫ້ຢູ່ລອດວ່າຈະຕ້ອງມີແນວຄິດຫຍັງແດ່ ເຊິ່ງຄວາມຈິງແລ້ວມີວິທີອື່ນໆນອກເໜືອຈາກຈະສະເໜີໃນມື້ນີ້ອີກຫລວງຫລາຍ ແລະ ບໍ່ສາມາດລະບຸໄດ້ວ່າແບບໃດຖືກຕ້ອງທີ່ສຸດ ຈຶ່ງຂໍຍົກເອົາ 5 ຂໍ້ທີ່ເຫັນວ່າໜ້າສົນໃຈມາເລົ່າໃຫ້ຟັງ.
- ສ້າງ engagement ໃຫ້ທີມງານ
ເລື່ອງທີມງານເປັນເລື່ອງທີ່ເວົ້າເຖິງເລື້ອຍໆ ເພາະທີມງານນັ້ນຢູ່ທຸກມິຕິຂອງການເຮັດວຽກ ນັບແຕ່ເລີ່ມຕົ້ນສ້າງຕັ້ງທຸລະກິດ ໄປຈົນເຖິງຂັ້ນຂະຫຍາຍທຸລະກິດ ເພາະທີມງານຖືເປັນໜຶ່ງໃນຫົວຈັກຫລັກທີ່ເຮັດໃຫ້ທຸລະກິດເດີນໜ້າຕໍ່ໄປໄດ້.
ແລະ ຖ້າທີມງານມີ engagement ກັບວຽກສູງ ຄືມີຄວາມສຸກກັບການເຮັດວຽກ ຈະເຮັດໃຫ້ຜົນງານດີຂຶ້ນໄປນຳ ເຊິ່ງສົ່ງຜົນຕໍ່ຍອດຂາຍ ຫລື ການເຕີບໃຫຍ່ຂອງບໍລິສັດທັງທາງກົງ ແລະ ທາງອ້ອມ.
ເຊິ່ງວິທີທີ່ເຮັດໃຫ້ພະນັກງານມີ engagement ກັບວຽກຫລາຍຂຶ້ນ ສ່ວນຫລາຍຈະເຮັດໂດຍການໃຫ້ incentive ທີ່ເໝາະສົມ ໃຫ້ອຳນາດການຕັດສິນໃຈ ບໍ່ແມ່ນໂດຍ ແຕ່ອີກຂໍ້ໜຶ່ງທີ່ສຳຄັນຫລາຍ ຄືການເຮັດໃຫ້ທີມງານທຸກຄົນເຫັນວ່າສິ່ງທີ່ຕົນເອງເຮັດຢູ່ ຈະສົ່ງຜົນຕໍ່ເປົ້າໝາຍໃຫຍ່ຂອງອົງກອນໄດ້ແນວໃດ.
- ຮັກສາລູກຄ້າເກົ່າ ຊອກຫາລູກຄ້າໃໝ່
ແນ່ນອນວ່າ ຖ້າບໍ່ມີລູກຄ້າ ທຸລະກິດກໍບໍ່ມີລາຍໄດ້
ການຮັກສາລູກຄ້າເກົ່າໄວ້ສາມາດເຮັດໄດ້ງ່າຍ ແລະ ໃຊ້ຕົ້ນທຶນໜ້ອຍກວ່າການຫາລູກຄ້າໃໝ່ໆແນ່ນອນ, ມີການຄາດການວ່າ ຈາກງົບທັງໝົດທີ່ເຮົາໃຊ້ກັບລູກຄ້າ 100% ເຮົາຈະໃຊ້ເງິນໃນການເບິ່ງແຍງລູກຄ້າເກົ່າພຽງແຕ່ 2% ແຕ່ໄດ້ລູກຄ້າກັບມາຊື້ເຄື່ອງຂອງເຮົາເຖິງ 48%. ດັ່ງນັ້ນ ເຮົາຈຶ່ງຕ້ອງໃຫ້ຄວາມສຳຄັນຕໍ່ການຮັກສາລູກຄ້າກຸ່ມນີ້ໄວ້ໃຫ້ດີເຊັ່ນ: ການຕິດຕາມຫລັງການຂາຍ, ການມີສ່ວນຫລຸດໃຫ້ລູກຄ້າປະຈຳ, ການສ້າງປະສົບການທີ່ exclusive ສຳລັບລູກຄ້າ.
ທັງນີ້ ບໍລິສັດທີ່ຢູ່ມາດົນຕ້ອງຢ່າລະເຫີງໃຈ ຄິດວ່າຂາຍດີກັບລູກຄ້າກຸ່ມເກົ່ານີ້ຢູ່ແລ້ວ ຈົນບໍ່ຊອກຫາລູກຄ້າໃໝ່ໄວ້ ເພາະຕ້ອງຄິດສະເໝີວ່າ ບໍ່ມີຫຍັງແນ່ນອນ ລູກຄ້າທີ່ຊື້ສິນຄ້າຂອງເຮົາໃນມື້ນີ້ອາດຈະປ່ຽນໃຈໄປຊື້ຂອງຄົນອື່ນເມື່ອໃດກໍໄດ້. ດັ່ງນັ້ນ ຕ້ອງຄອຍຊອກໂອາກໃນການຫາລູກຄ້າໃໝ່ຕະຫລອດ ບໍ່ວ່າຈະເປັນລູກຄ້າກຸ່ມໃໝ່ ອາຍຸ ເພດ ອາຊີບ ຕ່າງຈາກລູກຄ້າເກົ່າ ຫລື ອາດຈະເປັນລູກຄ້າໃໝ່ໃນຕະຫລາດໃໝ່ ເຊັ່ນຢູ່ຕ່າງແຂວງ ຫລື ຕ່າງປະເທດກໍໄດ້.
- ວາງແຜນລ່ວງໜ້າ
ເມື່ອມໍ່ໆມານີ້ ຜູ້ບໍລິຫານທ່ານໜຶ່ງໄດ້ກ່າວໄວ້ວ່າ: ໃນເວລາທີ່ສະຖານະການຂອງບໍລິສັດດີທີ່ສຸດ ສິ່ງທີ່ຄວນຄິດຫລາຍທີ່ສຸດ ຄືວາງແຜນກຽມພ້ອມສຳລັບ “worst case scenario” ເພາະບໍ່ມີຫຍັງແນ່ນອນ ຖ້າເຮົາມີການວາງແຜນໄວ້ກ່ອນ ເວລາທີ່ເຫດການຮຸນແຮງເກີດຂຶ້ນເຊັ່ນ: ເກີດວິກິດ ເຮົາຈະບໍ່ໄດ້ເປັນຫ່ວງຫລາຍ ເພາະເຮົາໄດ້ມີການກຽມແຜນຮອງຮັບໄວ້ແລ້ວເຊັ່ນ: ຖ້າລູກຄ້າ ຫລື ຍອດຂາຍຫລຸດລົງ ຈະຕ້ອງຄວບຄຸມຄ່າໃຊ້ຈ່າຍໃນສ່ວນໃດແດ່.
ມັນມີຂໍ້ດີອີກຢ່າງໜຶ່ງຄື ເມື່ອເຮົາວາງແຜນໄວ້ລ່ວງໜ້າ ພໍຮອດເວລາເຮົາຈະສາມາດຕັດສິນໃຈໄດ້ຢ່າງວ່ອງໄວ ແຕ່ສຸດທ້າຍແລ້ວຕ້ອງຄິດໄວ້ວ່າ ແຜນທີ່ວາງໄວ້ຈະຕ້ອງມີຄວາມຫົດຢືດ ສາມາດປ່ຽນແປງໄດ້ຕາມສະຖານະການນຳອີກ.
- ສ້າງຈຸດຂາຍ ຮັກສາຈຸດແຂງ
ຖ້າບໍລິສັດຂອງເຮົາຍັງບໍ່ມີຈຸດຂາຍ ຕ້ອງຟ້າວສ້າງຂຶ້ນມາ ບໍ່ວ່າຈະເປັນເລື່ອງຂອງ feature, ປະສົບການໃນການໃຊ້ ຫລື story ທີ່ແຕກຕ່າງກໍຕາມ.
ເຮົາຈຶ່ງມັກຈະເຫັນສິນຄ້າຂອງບາງຍີ່ຫໍ້ທີ່ມີຄຸນສົມບັດຄືກັບຍີ່ຫໍ້ອື່ນໆ ແຕ່ເຂົາພັດຂາຍດີຫລາຍກວ່າຄົນອື່ນຫລາຍເທົ່າ ເພາະເຂົາມີຈຸດຂາຍທີ່ແຕກຕ່າງ ແລະ ໃຊ້ມັນໃຫ້ເປັນປະໂຫຍດ.
ໂດຍຈຸດຂາຍນີ້ ຖ້າເຮົາສ້າງໄວ້ດີໆ ຈະສາມາດພັດທະນາໃຫ້ກາຍເປັນຈຸດແຂງໄດ້ ເຊິ່ງຕ້ອງເບິ່ງກັນອີກວ່າ ຈຸດຂາຍຂອງເຮົາດີກວ່າຂອງຄູ່ແຂ່ງບໍ່ ຖ້າດີກວ່າ ແລ້ວຈຸດແຂງຂອງເຮົາງ່າຍ ຫລື ຍາກຕໍ່ການຖືກເອົາຊະນະ ເພາະຖ້າເມື່ອໃດທີ່ຄູ່ແຂ່ງສາມາດສ້າງຈຸດຂາຍຂອງເຂົາໄດ້ດີກວ່າເຮົາ ເທົ່າກັບວ່າເຮົາຕົກເປັນຮອງໃນການແຂ່ງຂັນ. ດັ່ງນັ້ນ ເຮົາຕ້ອງຮັກສາເອົາໄວ້ໃຫ້ດີ.
ແລະ ສຳຄັນທີ່ສຸດ ຕ້ອງເບິ່ງວ່າຄວາມນິຍົມໃນປັດຈຸບັນ ລູກຄ້າໃຫ້ຄຸນຄ່າ ຫລື ກຳລັງຊອກຫາຫຍັງຢູ່ ເພາະຖ້າຈຸດແຂງທີ່ເຮົາເຄີຍມີ ມັນບໍ່ກົງກັບສິ່ງທີ່ລູກຄ້າຕ້ອງການອີກຕໍ່ໄປແລ້ວ ເມື່ອນັ້ນແຫລະທີ່ເຮົາຢູ່ໃນຈຸດສ່ຽງທີ່ທຸລະກິດຈະໄປຕໍ່ບໍ່ໄດ້.
- ບໍ່ຢ້ານທີ່ຈະປ່ຽນ
ຄຳວ່າ ບໍ່ຢ້ານທີ່ຈະປ່ຽນໃນທີ່ນີ້ ໝາຍເຖິງການບໍ່ຢຸດຈຶ້ງຢູ່ກັບສິ່ງເກົ່າໆ ຮູບແບບການເຮັດວຽກແບບເກົ່າໆ ເພາະຈາກທີ່ເຫັນຍີ່ຫໍ້ສ່ວນຫລາຍທີ່ປະສົບຜົນສຳເລັດ ແລະ ຍັງຢູ່ມາດົນນານເຖິງທຸກວັນນີ້ ເພາະເຂົາຢ້ານທີ່ຈະປ່ຽນແປງໄປຕາມການເວລາ, ກ້າທີ່ຈະຫາວິທີການໃໝ່ໆໃນການຫາລູກຄ້າຄົນອື່ນໆ, ກ້າຕັດບາງຂັ້ນຕອນທີ່ບໍ່ເຮັດໃຫ້ເກີດກຳໄລ, ກ້າປ່ຽນຊ່ອງທາງການຂາຍ, ກ້າປ່ຽນບາງຢ່າງທີ່ມີຕົ້ນທຶນລາຄາສູງ.
ຫລື ກະທັ້ງບາງຢ່າງໃນບໍລິສັດທີ່ພໍຈະປ່ຽນແປງໄດ້ ຕັດໄດ້ກໍຄວນຕັດ ເພື່ອເຮັດໃຫ້ທຸລະກິດຍັງ Lean ຫລາຍທີ່ສຸດ, ຫລຸດ Cost ຫລາຍທີ່ສຸດເຊັ່ນ: ຕັດສິນຄ້າບາງຊະນິດອອກ ຫລື ຍົກເລີກການຜະລິດໄປຈ້າງ OEM ຈາກບໍລິສັດອື່ນ ເພື່ອຫລຸດຕົ້ນທຶນ.
ຫລື ອຸປະກອນໃນສຳນັກງານບາງຢ່າງ ຖ້າບໍ່ຈຳເປັນຈະຕ້ອງຊື້ໃໝ່ ອາດຈະເລືອກໃຊ້ເປັນວິທີ Subscribe ແທນ.
ຄືໄດ້ກ່າວໃນເບື້ອງຕົ້ນວ່າ 50% ຂອງທຸລະກິດຈະລົ້ມເຫລວພາຍໃນປີທຳອິດ ແລະ 95% ຂອງທຸລະກິດຈະລົ້ມເຫລວພາຍໃນຫ້າປີ.
ຫວັງວ່າໃຜກໍຕາມທີ່ຟັງຢູ່ຈະນຳເອົາວິທີເຫລົ່ານີ້ໄປປັບປຸງໃຊ້ກັບທຸລະກິດຂອງທ່ານ ເພື່ອໃຫ້ທ່ານເປັນ 5% ທີ່ເຫລືອ ແລະ ຖ້າໃຜທີ່ຕອນນີ້ເປັນ 5% ທີ່ຢືນມາໄດ້ຈົນຮອດຕອນນີ້ ຕ້ອງຂໍນັບຖື ແລະ ຂໍໃຫ້ທ່ານຮັກສາທຸລະກິດແບບນີ້ໄວ້ໃຫ້ດີຕໍ່ໄປເລື້ອຍໆ.
ໃຜທີ່ມີວິທີອື່ນໆທີ່ຈະຊ່ວຍຮັກສາທຸລະກິດຂອງເຮົາໃຫ້ໄປຕໍ່ໄດ້ ກໍສາມາດຄອມເມັ້ນເຂົ້າມາແນະນຳໄດ້.